7 ເຫດການເຊັ່ນນີ້ເກີດຂຶ້ນທຸກປີ ເທື່ອໃດທີ່ພວກເຂົາຂຶ້ນໄປທີ່ວິຫານຂອງພຣະເຈົ້າຢາເວ ເທື່ອນັ້ນເປນິນນາກໍເຮັດໃຫ້ຮັນນາໂສກເສົ້າເສຍໃຈຢ່າງຫລວງຫລາຍ ຈົນນາງຕ້ອງຮ້ອງໄຫ້ ແລະບໍ່ກິນຫຍັງໝົດ.
ຂ້ານ້ອຍຖືກຕີຈົນລົ້ມດັ່ງຫຍ້າທີ່ຫ່ຽວແຫ້ງໄປ ຂ້ານ້ອຍບໍ່ຢາກກິນຫຍັງທັງເຂົ້າແລະນໍ້າ.
ຂ້ານ້ອຍຮ້ອງໄຫ້ຄວນຄາງດ້ວຍສຽງດັງ ແລະຈ່ອຍຜອມເຫັນແຕ່ໜັງຕິດກະດູກ.
ກໍມີແປດສິບຄົນມາຈາກເມືອງຊີເຄມ, ຊີໂລ ແລະຊາມາເຣຍ. ພວກເຂົາທຸກຄົນແຖໜວດ, ຈີກເຄື່ອງນຸ່ງຫົ່ມຂອງຕົນ ແລະປາດເນື້ອຕົວຕົນເອງ. ພວກເຂົານຳພືດຜົນເປັນເມັດ ແລະເຄື່ອງຫອມມາເພື່ອຈະຖວາຍໃນວິຫານຂອງພຣະເຈົ້າຢາເວ.
ເປນິນນາຄູ່ແຂ່ງຂອງນາງໄດ້ເຮັດໃຫ້ນາງເຈັບໃຈແລະອັບອາຍຢູ່ເລື້ອຍມາ ຍ້ອນພຣະເຈົ້າຢາເວບໍ່ໃຫ້ນາງຮັນນາມີລູກ.
ເອນການາຜູ້ເປັນຜົວຈຶ່ງຖາມນາງວ່າ, “ຮັນນາເອີຍ ເປັນຫຍັງນ້ອງຈຶ່ງຮ້ອງໄຫ້ແລະບໍ່ກິນຫຍັງ? ເປັນຫຍັງນ້ອງຈຶ່ງໂສກເສົ້າຢູ່ເລື້ອຍໆ? ອ້າຍບໍ່ດີກວ່າລູກສິບຄົນສຳລັບນ້ອງຊັ້ນບໍ?”
ນາງຮັນນາພາວັນນາອະທິຖານວ່າ, “ພຣະເຈົ້າຢາເວເຮັດໃຫ້ຈິດໃຈຂ້ານ້ອຍ ເຕັມລົ້ນດ້ວຍຄວາມຊົມຊື່ນຍິນດີໃຫຍ່; ຂ້ານ້ອຍດີໃຈຫລາຍ ຍ້ອນສິ່ງທີ່ພຣະອົງໄດ້ກະທຳນັ້ນ ຂ້ານ້ອຍຫົວເຍາະເຍີ້ຍໃສ່ເຫຼົ່າສັດຕູ ເພາະພຣະອົງຊ່ວຍຊູ ຈຶ່ງຊື່ນຊົມຍິນດີລົ້ນ.
ທຸກໆປີໃດ ແມ່ຂອງຊາມູເອນຕ້ອງຫຍິບເສື້ອລ່າມນ້ອຍໂຕໜຶ່ງມາໃຫ້ລາວ; ໃນເວລາທີ່ນາງແລະຜົວໄປຖວາຍເຄື່ອງບູຊາປະຈຳປີ.