6 ເປນິນນາຄູ່ແຂ່ງຂອງນາງໄດ້ເຮັດໃຫ້ນາງເຈັບໃຈແລະອັບອາຍຢູ່ເລື້ອຍມາ ຍ້ອນພຣະເຈົ້າຢາເວບໍ່ໃຫ້ນາງຮັນນາມີລູກ.
ສ່ວນນາງຣາເຊັນບໍ່ມີລູກໃຫ້ຢາໂຄບຈັກຄົນ. ດັ່ງນັ້ນ ນາງຈຶ່ງອິດສາເອື້ອຍຂອງຕົນ ແລະເວົ້າຕໍ່ຢາໂຄບວ່າ, “ເຈົ້າຈະໃຫ້ຂ້ອຍມີລູກ ຫລືຈະໃຫ້ຂ້ອຍຕາຍ.”
ນາງມີການ ລູກສາວຂອງກະສັດໂຊນບໍ່ເຄີຍມີລູກຕະຫລອດຊົ່ວຊີວິດຂອງນາງ.
ເຫດເກີດຂຶ້ນຍ້ອນພວກເຂົາກົດຂີ່ແມ່ໝ້າຍທັງຫລາຍ ແລະບໍ່ໄດ້ມີຄວາມເມດຕາຕໍ່ຍິງທີ່ບໍ່ມີລູກ.
ໃນຍາມລຳບາກເຊັ່ນນີ້ ຂ້ອຍຢາກມີເພື່ອນທີ່ສັດຊື່ ເຖິງວ່າຂ້ອຍປະຖິ້ມພຣະເຈົ້າໄປຫລືບໍ່ກໍຕາມ.
ຢ່າໄດ້ເອົາເອື້ອຍຫລືນ້ອງເມຍ ມາເປັນເມຍຂອງພວກເຈົ້າ ຕາບໃດທີ່ເມຍຂອງຕົນຍັງມີຊີວິດຢູ່.
ແຕ່ນາງໄດ້ຂໍຮ້ອງກັບພໍ່ວ່າ, “ລູກຂໍພຽງສິ່ງດຽວ ຄືປ່ອຍລູກໃຫ້ຢູ່ຕາມລຳພັງພາຍໃນສອງເດືອນ ເພື່ອວ່າລູກຈະທ່ອງທ່ຽວໄປມາທີ່ເທິງພູກັບໝູ່ເພື່ອນຮ້ອງໄຫ້ອາໄລອາວອນ ຍ້ອນລູກຕ້ອງຕາຍແຕ່ຍັງເປັນສາວ.”
ເຫດການເຊັ່ນນີ້ເກີດຂຶ້ນທຸກປີ ເທື່ອໃດທີ່ພວກເຂົາຂຶ້ນໄປທີ່ວິຫານຂອງພຣະເຈົ້າຢາເວ ເທື່ອນັ້ນເປນິນນາກໍເຮັດໃຫ້ຮັນນາໂສກເສົ້າເສຍໃຈຢ່າງຫລວງຫລາຍ ຈົນນາງຕ້ອງຮ້ອງໄຫ້ ແລະບໍ່ກິນຫຍັງໝົດ.
ນາງຮັນນາພາວັນນາອະທິຖານວ່າ, “ພຣະເຈົ້າຢາເວເຮັດໃຫ້ຈິດໃຈຂ້ານ້ອຍ ເຕັມລົ້ນດ້ວຍຄວາມຊົມຊື່ນຍິນດີໃຫຍ່; ຂ້ານ້ອຍດີໃຈຫລາຍ ຍ້ອນສິ່ງທີ່ພຣະອົງໄດ້ກະທຳນັ້ນ ຂ້ານ້ອຍຫົວເຍາະເຍີ້ຍໃສ່ເຫຼົ່າສັດຕູ ເພາະພຣະອົງຊ່ວຍຊູ ຈຶ່ງຊື່ນຊົມຍິນດີລົ້ນ.