5 ສ່ວນຮັນນານັ້ນ ລາວໄດ້ແບ່ງໃຫ້ສອງສ່ວນ ເພາະ ລາວຮັກນາງຫຼາຍ, ແຕ່ພຣະເຈົ້າຢາເວບໍ່ໃຫ້ນາງມີລູກ.
ຊາຣາຍບໍ່ສາມາດມີລູກເພາະນາງເປັນໝັນ.
ນາງຊາຣາຍ ເມຍຂອງອັບຣາມ ບໍ່ມີລູກໃຫ້ເພິ່ນຈັກຄົນ. ແຕ່ນາງມີສາວໃຊ້ຊາວເອຢິບຜູ້ໜຶ່ງຊື່ວ່າ ຮາກາ.
ສ່ວນນາງຣາເຊັນບໍ່ມີລູກໃຫ້ຢາໂຄບຈັກຄົນ. ດັ່ງນັ້ນ ນາງຈຶ່ງອິດສາເອື້ອຍຂອງຕົນ ແລະເວົ້າຕໍ່ຢາໂຄບວ່າ, “ເຈົ້າຈະໃຫ້ຂ້ອຍມີລູກ ຫລືຈະໃຫ້ຂ້ອຍຕາຍ.”
ຢາໂຄບຮ້າຍນາງຣາເຊັນວ່າ, “ຂ້ອຍບໍ່ແມ່ນພຣະເຈົ້າ. ແມ່ນພຣະອົງທີ່ເປັນຜູ້ບໍ່ໃຫ້ເຈົ້າມີລູກ.”
ຄົນຮັບໃຊ້ເລີ່ມຢາຍອາຫານຕັ້ງແຕ່ໂຕະຂອງໂຢເຊັບໄປ ແລະເບັນຢາມິນໄດ້ຮັບອາຫານຫລາຍກວ່າຜູ້ອື່ນຫ້າເທົ່າ. ດັ່ງນັ້ນ ພວກເຂົາຈຶ່ງກິນແລະດື່ມກັບໂຢເຊັບຢ່າງມ່ວນຊື່ນເບີກບານ.
ເພິ່ນຍັງເອົາເຄື່ອງນຸ່ງໃໝ່ໃຫ້ພວກເຂົານຸ່ງຜູ້ລະຊຸດຕື່ມອີກ; ສ່ວນເບັນຢາມິນນັ້ນ ເພິ່ນໄດ້ເອົາເງິນສາມຮ້ອຍຫລຽນ ແລະເຄື່ອງນຸ່ງຫ້າຊຸດໃຫ້ລາວເປັນພິເສດ.
“ຖ້າວ່າຊາຍຜູ້ໜຶ່ງມີເມຍສອງຄົນ ແລະທັງສອງກໍເກີດລູກຜູ້ຊາຍ. ແຕ່ລູກຊາຍຄົນທຳອິດບໍ່ແມ່ນລູກທີ່ເກີດຈາກເມຍທີ່ຕົນຮັກ.