1 ຊາມູເອນ 1:3 - ພຣະຄຳພີສັກສິ3 ທຸກໆປີໃດ ເອນການາໄດ້ອອກຈາກເມືອງຣາມາ ໄປນະມັດສະການ ແລະຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ທີ່ເມືອງຊີໂລ. ພວກທີ່ເປັນປະໂຣຫິດຂອງພຣະເຈົ້າຢາເວໃນເມືອງນີ້ແມ່ນໂຮຟະນີແລະຟີເນຮາ ລູກຊາຍສອງຄົນຂອງເອລີ. Uka jalj uñjjattʼäta |
ມີຄັ້ງໜຶ່ງ ຢູ່ໃນວິຫານຂອງພຣະເຈົ້າຢາເວທີ່ເມືອງຊີໂລ ຫລັງຈາກເອນການາກັບຄອບຄົວກິນເຂົ້າແລ້ວ ນາງຮັນນາກໍໜີໄປ. ນາງທຸກໃຈຫລາຍທີ່ສຸດ. ສະນັ້ນ ນາງຈຶ່ງຮ້ອງໄຫ້ດ້ວຍຄວາມຂົມຂື່ນ ໃນຂະນະທີ່ນາງພາວັນນາອະທິຖານຕໍ່ໜ້າພຣະເຈົ້າຢາເວຢູ່. ໃນເວລາດຽວກັນນັ້ນ ປະໂຣຫິດເອລີກໍນັ່ງຢູ່ທີ່ບ່ອນຂອງເພິ່ນໃກ້ປະຕູ.