Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 1:28 - ພຣະຄຳພີສັກສິ

28 ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂໍ​ອຸທິດ​ເດັກ​ນີ້​ໃຫ້​ແກ່​ພຣະເຈົ້າຢາເວ, ລາວ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ.” ແລ້ວ​ພວກເຂົາ ກໍ​ນະມັດສະການ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ.

Uka jalj uñjjattʼäta Copia luraña




1 ຊາມູເອນ 1:28
12 Jak'a apnaqawi uñst'ayäwi  

ເມື່ອ​ໄດ້ຍິນ​ນາງ​ເວົ້າ​ຢ່າງ​ນັ້ນ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ຈຶ່ງ​ຂາບລົງ​ນະມັດສະການ​ພຣະເຈົ້າຢາເວ.


ແລ້ວ​ຂ້ອຍ​ກໍ​ຂາບລົງ​ນະມັດສະການ​ພຣະເຈົ້າຢາເວ ແລະ​ສັນລະເສີນ​ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງຂ້ອຍ ທີ່​ພຣະອົງ​ໄດ້​ນຳ​ຂ້ອຍ​ມາ​ສູ່​ຍາດຕິພີ່ນ້ອງ​ຂອງ​ນາຍ​ຂ້ອຍ ຄື​ບ່ອນ​ທີ່​ຂ້ອຍ​ໄດ້​ພົບ​ລູກສາວ​ຂອງ​ເພິ່ນ​ສຳລັບ​ລູກຊາຍ​ຂອງ​ຜູ້​ເປັນ​ນາຍ​ຂ້ອຍ.


ເມື່ອ​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ໄດ້ຍິນ​ເຊັ່ນ​ນັ້ນ ລາວ​ຈຶ່ງ​ຂາບລົງ​ນະມັດສະການ​ພຣະເຈົ້າຢາເວ.


“ເຈົ້າ​ເປັນ​ລູກ​ທີ່ຮັກ​ຂອງ​ແມ່ ເປັນ​ຄຳຕອບ​ໃນ​ຄຳພາວັນນາ​ອະທິຖານ​ຂອງ​ແມ່ ຈະ​ໃຫ້​ແມ່​ບອກ​ເຈົ້າ​ຢ່າງໃດ?


ຕາບໃດ​ທີ່​ລາວ​ຍັງ​ເປັນ​ຄົນ​ນາຊີຣີ​ຢູ່ ລາວ​ຈະ​ຕ້ອງ​ປະພຶດ​ຕົນ​ຢ່າງ​ບໍຣິສຸດ​ໃຫ້​ແກ່​ພຣະເຈົ້າຢາເວ.


ທີ່​ຈິງ​ແລ້ວ ເຈົ້າ​ໄດ້​ຮູ້​ພຣະຄຳພີ​ອັນ​ສັກສິດ ຕັ້ງແຕ່​ຄາວ​ເຈົ້າ​ຍັງ​ນ້ອຍ​ພຸ້ນ ຊຶ່ງ​ສາມາດ​ສອນ​ເຈົ້າ​ໃຫ້​ມີ​ປັນຍາ ທີ່​ນຳ​ໄປ​ເຖິງ​ຄວາມ​ພົ້ນ ໂດຍ​ທາງ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ​ເຢຊູ.


ເມື່ອ​ກີເດໂອນ​ໄດ້ຍິນ​ເລື່ອງ​ຂອງ​ຄວາມຝັນ​ພ້ອມທັງ​ຄວາມໝາຍ ລາວ​ຈຶ່ງ​ຄຸ​ເຂົ່າລົງ​ນ້ອມ​ນະມັດສະການ​ພຣະເຈົ້າ. ແລ້ວ​ກໍ​ກັບຄືນ​ເມືອ​ທີ່ໝັ້ນ​ຂອງ​ຊາວ​ອິດສະຣາເອນ ແລະ​ເວົ້າ​ວ່າ, “ຈົ່ງ​ລຸກຂຶ້ນ ພຣະເຈົ້າຢາເວ​ກຳລັງ​ໃຫ້​ພວກເຈົ້າ​ຮົບ​ຊະນະ​ກອງທັບ​ຂອງ​ພວກ​ມີດີອານ.”


ນາງ​ຮັນນາ​ສາບານ​ຢ່າງ​ໜັກແໜ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂໍ​ພຣະອົງ​ຫລຽວເບິ່ງ​ຄວາມ​ໂສກເສົ້າ​ຂອງ​ຂ້ານ້ອຍ ແລະ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ຂໍ​ຢ່າ​ລືມໄລ​ຂ້ານ້ອຍ​ເລີຍ ຖ້າ​ພຣະອົງ​ໂຜດ​ລູກຊາຍ​ໃຫ້​ຂ້ານ້ອຍ ຂ້ານ້ອຍ​ຂໍ​ສັນຍາ​ວ່າ ຈະ​ອຸທິດ​ຖວາຍ​ເດັກນັ້ນ​ແກ່​ພຣະອົງ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ ແລະ​ລາວ​ຈະ​ບໍ່​ຕັດ​ຜົມ​ຂອງ​ລາວ​ຈັກເທື່ອ.”


ແຕ່​ໃນ​ຄັ້ງ​ນີ້ ຮັນນາ​ບໍ່ໄດ້​ໄປ​ນຳ ນາງ​ເວົ້າ​ກັບ​ຜົວ​ວ່າ, “ຊາມູເອນ​ເຊົາ​ນົມ​ເມື່ອໃດ ຂ້ອຍ​ຈະ​ເອົາ​ລາວ​ໄປ​ເຝົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ​ເມື່ອນັ້ນ ແລະ​ລາວ​ຈະ​ຢູ່​ທີ່​ນັ້ນ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ.”


ແລ້ວ​ເອນການາ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງ​ຕົນ​ທີ່​ຣາມາ, ແຕ່​ເດັກຊາຍ​ຊາມູເອນ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ຊີໂລ ເພື່ອ​ຮັບໃຊ້​ພຣະເຈົ້າຢາເວ​ນຳ​ປະໂຣຫິດ​ເອລີ.


ແລ້ວ​ເອລີ​ກໍ​ອວຍພອນ​ເອນການາ​ກັບ​ເມຍ​ຂອງ​ລາວ ໂດຍ​ກ່າວ​ແກ່​ເອນການາ​ວ່າ, “ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເຈົ້າ​ມີ​ລູກ​ຄົນອື່ນ​ກັບ​ເມຍ​ຜູ້​ນີ້ ເພື່ອ​ແທນ​ຜູ້​ທີ່​ເຈົ້າ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ​ເທີ້ນ.” ຫລັງຈາກ​ນັ້ນ ພວກເຂົາ​ກໍ​ພາກັນ​ກັບ​ເມືອ.


ດາວິດ​ຕອບ​ວ່າ, “ແນ່ນອນ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ແລະ​ທ່ານ​ຈະ​ເຫັນ​ດ້ວຍ​ຕາ​ຂອງທ່ານ​ເອງ​ດອກ​ວ່າ​ຂ້ານ້ອຍ​ຈະ​ເຮັດ​ຢ່າງ​ໃດ?” ເຈົ້າ​ອາກີເຊ​ເວົ້າ​ວ່າ, “ດີ​ແລ້ວ ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປ້ອງກັນ​ຕົວ​ເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka