Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 1:27 - ພຣະຄຳພີສັກສິ

27 ຂ້ານ້ອຍ​ໄດ້​ພາວັນນາ​ອະທິຖານ​ຂໍ​ລູກ​ນຳ​ພຣະອົງ ແລະ​ພຣະເຈົ້າຢາເວ​ກໍ​ໂຜດ​ໃຫ້​ຕາມ​ທີ່​ຂ້ານ້ອຍ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ​ແລ້ວ.

Uka jalj uñjjattʼäta Copia luraña




1 ຊາມູເອນ 1:27
11 Jak'a apnaqawi uñst'ayäwi  

ແຕ່​ຢາເບດ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ວ່າ, “ໂອ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ຂ້ານ້ອຍ ແລະ​ໃຫ້​ຂ້ານ້ອຍ​ມີ​ດິນແດນ​ຢ່າງ​ຫລວງຫລາຍ​ແດ່ທ້ອນ. ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລະ​ຮັກສາ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ການ​ຊົ່ວຮ້າຍ​ນາໆ​ປະການ​ແດ່ທ້ອນ ຊຶ່ງ​ອາດ​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ເຈັບປວດ.” ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ລາວ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ.


ຂ້ານ້ອຍ​ໄດ້​ຮ້ອງຫາ​ພຣະເຈົ້າຢາເວ​ໃນ​ຍາມ​ທຸກຮ້ອນ​ເຂັນໃຈ ພຣະເຈົ້າຢາເວ​ໄດ້​ຕອບ​ຄຳ​ຮ້ອງຂໍ​ຂອງ​ຂ້ານ້ອຍ ແລະ​ປົດປ່ອຍ​ຂ້ານ້ອຍ​ໃຫ້​ພົ້ນ.


ເມື່ອ​ຂ້ານ້ອຍ​ເດືອດຮ້ອນ ຂ້ານ້ອຍ​ກໍ​ໄຫວ້ວອນ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ຊົງ​ຕອບ​ຂ້ານ້ອຍ.


ພຣະເຈົ້າຢາເວ​ໄດ້​ຟັງ​ສຽງ​ຮ້ອງຂໍ​ຂອງຂ້ອຍ​ແລ້ວ. ພຣະເຈົ້າຢາເວ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງຂ້ອຍ.


ຕາບໃດ​ທີ່​ລາວ​ຍັງ​ເປັນ​ຄົນ​ນາຊີຣີ​ຢູ່ ລາວ​ຈະ​ຕ້ອງ​ປະພຶດ​ຕົນ​ຢ່າງ​ບໍຣິສຸດ​ໃຫ້​ແກ່​ພຣະເຈົ້າຢາເວ.


“ຈົ່ງ​ໝັ່ນ​ຂໍ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ໝັ່ນ​ຊອກ​ຫາ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ ຈົ່ງ​ໝັ່ນ​ເຄາະ​ແລ້ວ​ຈະ​ຊົງ​ໄຂ​ໃຫ້​ເຈົ້າ.


ແລະ​ຖ້າ​ເຮົາ​ທັງຫລາຍ​ຮູ້​ວ່າ​ພຣະອົງ​ຊົງ​ໂຜດ​ຟັງ​ແລ້ວ ເມື່ອ​ພວກເຮົາ​ທູນ​ຂໍ​ສິ່ງໃດ ພວກເຮົາ​ຈຶ່ງ​ຮູ້​ວ່າ ພວກເຮົາ​ໄດ້​ຮັບ​ສິ່ງ​ທີ່​ພວກເຮົາ​ຂໍ​ຈາກ​ພຣະອົງ​ນັ້ນ.


ແລ້ວ​ເອລີ​ກໍ​ອວຍພອນ​ເອນການາ​ກັບ​ເມຍ​ຂອງ​ລາວ ໂດຍ​ກ່າວ​ແກ່​ເອນການາ​ວ່າ, “ຂໍ​ພຣະເຈົ້າຢາເວ​ໂຜດ​ໃຫ້​ເຈົ້າ​ມີ​ລູກ​ຄົນອື່ນ​ກັບ​ເມຍ​ຜູ້​ນີ້ ເພື່ອ​ແທນ​ຜູ້​ທີ່​ເຈົ້າ​ໄດ້​ຖວາຍ​ແກ່​ພຣະເຈົ້າຢາເວ​ນັ້ນ​ເທີ້ນ.” ຫລັງຈາກ​ນັ້ນ ພວກເຂົາ​ກໍ​ພາກັນ​ກັບ​ເມືອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka