Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 1:26 - ພຣະຄຳພີສັກສິ

26 ນາງ​ຮັນນາ​ເວົ້າ​ກັບ​ເອລີ​ວ່າ, “ຂໍ​ອະໄພ​ທ່ານເອີຍ ທ່ານ​ຈື່​ຂ້ານ້ອຍ​ໄດ້​ບໍ? ຂ້ານ້ອຍ​ຄື​ຍິງ​ທີ່​ທ່ານ​ເຄີຍ​ເຫັນ​ຢືນ​ຢູ່​ທີ່​ນີ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




1 ຊາມູເອນ 1:26
11 Jak'a apnaqawi uñst'ayäwi  

ສິ່ງ​ນີ້​ຈະ​ເປັນ​ເຄື່ອງ​ພິສູດ​ພວກເຈົ້າ​ຄື: ເຮົາ​ສັນຍາ​ໃນ​ນາມ​ຂອງ​ພະຣາຊາ​ວ່າ ພວກເຈົ້າ​ຈະ​ໄປ​ຈາກ​ທີ່​ນີ້​ບໍ່ໄດ້ ຈົນກວ່າ​ນ້ອງຊາຍ​ຫລ້າ​ຂອງ​ພວກເຈົ້າ​ຈະ​ມາ​ທີ່​ນີ້.


ອູຣິຢາ​ຕອບ​ວ່າ, “ຫີບ​ພັນທະສັນຍາ, ທະຫານ​ອິດສະຣາເອນ ແລະ​ຊາວ​ຢູດາ​ຢູ່​ຍັງ​ໃນ​ສະໜາມຮົບ; ໂຢອາບ​ຜູ້​ບັນຊາການ​ຂອງ​ຂ້ານ້ອຍ ແລະ​ພວກ​ນາຍ​ທະຫານ​ຍັງ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ນອກເມືອງ; ເຫດໃດ​ຂ້ານ້ອຍ​ຈຶ່ງ​ຈະ​ກັບ​ເມືອ​ເຮືອນ, ກິນ​ດື່ມ ແລະ​ນອນ​ນຳ​ເມຍ​ໄດ້? ຕາບໃດ​ທີ່​ກະສັດ​ຍັງ​ມີ​ຊີວິດ​ຢູ່ ແລະ​ຕາບໃດ​ວິນຍານ​ຂອງ​ກະສັດ​ມີ​ຊີວິດ​ຢູ່ ຂ້ານ້ອຍ​ຈະ​ບໍ່​ເຮັດ​ຢ່າງ​ນັ້ນ​ເລີຍ.”


ກະສັດ​ກ່າວ​ວ່າ, “ແມ່ນ​ແຜນການ​ຂອງ​ໂຢອາບ​ບໍ? ທີ່​ໃຫ້​ເຈົ້າ​ມາ​ກ່າວ​ສິ່ງ​ເຫຼົ່ານີ້.” ແລະ​ນາງ​ໄດ້​ຕອບ​ກະສັດ​ວ່າ, “ຂ້າແດ່​ພະຣາຊາ ຕາບໃດ​ທີ່​ວິນຍານຂອງ​ກະສັດ​ມີ​ຊີວິດ​ຢູ່ ບໍ່​ມີ​ຜູ້ໃດ​ສາມາດ​ປົກປິດ​ຄວາມຈິງ​ຈາກ​ກະສັດ​ໄດ້​ດອກ. ແມ່ນ​ໂຢອາບ ຂ້າຣາຊການ​ຂອງທ່ານ​ນັ້ນແຫລະ ເປັນ​ຜູ້​ບອກ​ໃຫ້​ຂ້ານ້ອຍ​ເຮັດ​ແລະ​ບອກ​ໃຫ້​ຂ້ານ້ອຍ​ເວົ້າ.


ເອລີຢາ​ໄດ້​ກ່າວ​ແກ່​ເອລີຊາ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ເມືອງ​ເບັດເອນ.” ແຕ່​ເອລີຊາ​ຕອບ​ວ່າ, “ຕາບໃດ​ທີ່​ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ຍັງ​ມີ​ຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ໜີໄປ​ຈາກ​ທ່ານ.” ດັ່ງນັ້ນ ທັງສອງ​ຈຶ່ງ​ເດີນທາງ​ຕໍ່ໄປ​ທີ່​ເມືອງ​ເບັດເອນ.


ແລ້ວ​ເອລີຢາ​ກໍໄດ້​ກ່າວ​ແກ່​ເອລີຊາ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ເມືອງ​ເຢຣິໂກ.” ແຕ່​ເອລີຊາ​ຕອບ​ວ່າ, “ຕາບໃດ​ທີ່​ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ຍັງ​ມີ​ຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ໜີໄປ​ຈາກ​ທ່ານ.” ດັ່ງນັ້ນ ທັງສອງ​ຈຶ່ງ​ເດີນທາງ​ຕໍ່ໄປ​ທີ່​ເມືອງ​ເຢຣິໂກ.


ແລ້ວ​ເອລີຢາ​ກໍໄດ້​ກ່າວ​ແກ່​ເອລີຊາ​ອີກ​ວ່າ, “ຂໍ​ໃຫ້​ເຈົ້າ​ຢູ່​ບ່ອນ​ນີ້ ເພາະ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ຂ້ອຍ​ໄປ​ທີ່​ແມ່ນໍ້າ​ຈໍແດນ.” ແຕ່​ເອລີຊາ​ຕອບ​ວ່າ, “ຕາບໃດ​ທີ່​ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ຍັງ​ມີ​ຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ໜີໄປ​ຈາກ​ທ່ານ.” ດັ່ງນັ້ນ ທັງສອງ​ຈຶ່ງ​ອອກ​ເດີນທາງ​ຕໍ່ໄປ


ແລ້ວ​ແມ່​ຂອງ​ເດັກ​ນັ້ນ​ໄດ້ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ມີຊີວິດຢູ່ ຂ້ານ້ອຍ​ຈະ​ບໍ່​ຈາກ​ໄປ​ໂດຍ​ບໍ່ມີ​ທ່ານ​ໄປ​ນຳ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ລຸກ​ຂຶ້ນ ແລະ​ອອກ​ເດີນທາງ​ກັບຄືນ​ເມືອ​ກັບ​ນາງ.


ແຕ່​ຢາເບດ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ວ່າ, “ໂອ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ຂ້ານ້ອຍ ແລະ​ໃຫ້​ຂ້ານ້ອຍ​ມີ​ດິນແດນ​ຢ່າງ​ຫລວງຫລາຍ​ແດ່ທ້ອນ. ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລະ​ຮັກສາ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ການ​ຊົ່ວຮ້າຍ​ນາໆ​ປະການ​ແດ່ທ້ອນ ຊຶ່ງ​ອາດ​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ເຈັບປວດ.” ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ລາວ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ.


ເມື່ອ​ກະສັດ​ໂຊນ​ເຫັນ​ດາວິດ​ອອກ​ໄປ​ຕໍ່ສູ້​ກັບ​ໂກລີອາດ​ນັ້ນ ເພິ່ນ​ຈຶ່ງ​ຖາມ​ອັບເນ​ຜູ້​ບັນຊາການ​ທະຫານ​ຂອງຕົນ​ວ່າ, “ອັບເນ ບ່າວນ້ອຍ​ຄົນນີ້​ແມ່ນ​ລູກ​ຂອງ​ຜູ້ໃດ?” ອັບເນ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ບໍ່​ຮູ້ຈັກ.”


ແຕ່​ດາວິດ​ຕອບ​ວ່າ, “ພໍ່​ຂອງເຈົ້າ​ຮູ້ດີ​ວ່າ​ເຈົ້າ​ນິຍົມ​ຊົມຊອບ​ຂ້ອຍ​ຫລາຍ​ເທົ່າ​ໃດ ເພິ່ນ​ຄົງ​ບໍ່​ກ້າ​ບອກ​ແຜນການ​ທີ່​ເພິ່ນ​ຈະ​ເຮັດ​ໃຫ້​ເຈົ້າ​ຮູ້​ນຳ​ດອກ ເພາະ​ເຈົ້າ​ອາດ​ໂສກເສົ້າ​ເສຍໃຈ. ຂ້ອຍ​ຂໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ຊີວິດ​ຢູ່​ແລະ​ຕໍ່​ເຈົ້າ​ວ່າ ຂ້ອຍ​ເອງ​ຢູ່​ຫ່າງ​ຈາກ​ຄວາມຕາຍ​ແຕ່​ພຽງ​ກ້າວ​ດຽວ​ເທົ່ານັ້ນ.”


ທ່ານເອີຍ ພຣະເຈົ້າຢາເວ​ຊົງ​ພຣະຊົນຢູ່ ແລະ​ທ່ານ​ມີ​ຊີວິດຢູ່, ດ້ວຍວ່າ​ພຣະເຈົ້າຢາເວ​ໄດ້​ຫ້າມ​ທ່ານ​ບໍ່ໃຫ້​ແກ້ແຄ້ນ ແລະ​ຂ້າ​ສັດຕູ​ຂອງທ່ານ. ບັດນີ້ ຂໍ​ໃຫ້​ສັດຕູ​ທຸກຄົນ​ທີ່​ຢາກ​ທຳຮ້າຍ​ທ່ານ​ຖືກ​ລົງໂທດ​ຢ່າງ​ດຽວກັນ​ກັບ​ນາບານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka