Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 1:22 - ພຣະຄຳພີສັກສິ

22 ແຕ່​ໃນ​ຄັ້ງ​ນີ້ ຮັນນາ​ບໍ່ໄດ້​ໄປ​ນຳ ນາງ​ເວົ້າ​ກັບ​ຜົວ​ວ່າ, “ຊາມູເອນ​ເຊົາ​ນົມ​ເມື່ອໃດ ຂ້ອຍ​ຈະ​ເອົາ​ລາວ​ໄປ​ເຝົ້າ​ຕໍ່ໜ້າ​ພຣະເຈົ້າຢາເວ​ເມື່ອນັ້ນ ແລະ​ລາວ​ຈະ​ຢູ່​ທີ່​ນັ້ນ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 1:22
17 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ສັນຍາ​ໄວ້​ຢ່າງ​ເດັດດ່ຽວ ພຣະອົງ​ຈະ​ບໍ່​ຄືນ​ຄຳ​ເປັນ​ຈັກເທື່ອ ຄື​ວ່າ, “ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ​ສືບໆໄປ ຕາມ​ແບບ​ດຽວ​ກັນ​ກັບ​ເມຄີເຊເດັກ.”


ພຣະຄຸນ​ຄວາມດີ​ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ຈະ​ຕິດຕາມ​ຂ້ານ້ອຍ​ໄປ​ຕະຫລອດ​ວັນ​ຄືນ​ແຫ່ງ​ຊີວິດ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຈະ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ຈະ​ຢູ່​ທີ່ນັ້ນ​ຕະຫລອດໄປ​ເປັນນິດ.


ຂ້ານ້ອຍ​ຂໍ​ຈາກ​ພຣະເຈົ້າຢາເວ​ພຽງແຕ່​ສິ່ງດຽວ ແມ່ນ​ສິ່ງ​ດຽວ​ເທົ່ານັ້ນ​ທີ່​ຂ້ານ້ອຍ​ຢາກ​ໄດ້ ຄື: ໃຫ້​ຂ້ານ້ອຍ​ໄດ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ຕະຫລອດໄປ ເພື່ອ​ຈະ​ເບິ່ງ​ຄວາມງາມ​ຂອງ​ພຣະເຈົ້າຢາເວ ແລະ​ເພື່ອ​ຈະ​ພິຈາລະນາ​ຮຽນຮູ້​ໃນ​ພຣະວິຫານ​ຂອງ​ພຣະອົງ.


ເວລາ​ນັ້ນ​ໃຫ້​ນາຍ​ພາ​ທາດຮັບໃຊ້​ຜູ້ນັ້ນ​ໄປ​ຕໍ່ໜ້າ​ຜູ້​ພິພາກສາ. ຢູ່​ທີ່​ນັ້ນ​ນາຍ​ຈະ​ໃຫ້​ທາດຮັບໃຊ້​ຢືນ​ແນບຢູ່​ກັບ​ປະຕູ​ຫລື​ວົງ​ປະຕູ ແລະ​ບ່ອງ​ຫູ​ໃຫ້​ລາວ. ແລ້ວ​ລາວ​ກໍ​ຈະ​ເປັນ​ທາດຮັບໃຊ້​ຂອງ​ນາຍ​ຕະຫລອດ​ຊີວິດ.”


ພຣະ​ຣາຊອຳນາດ​ຈະ​ເພີ່ມ​ຂຶ້ນ​ຢູ່​ສະເໝີ​ ພຣະ​ຣາຊອານາຈັກ​ຈະ​ມີ​ສັນຕິສຸກ​ໄປ​ເລື້ອຍໆ. ພຣະອົງ​ຈະ​ຂຶ້ນ​ປົກຄອງ​ສືບຕໍ່​ດາວິດ​ຜູ້​ເປັນ​ກະສັດ ທີ່​ອຳນາດ​ຫລັກ​ຄື​ຄວາມ​ຍຸດຕິທຳ​ແລະ​ຖືກຕ້ອງ ເລີ່ມ​ຕັ້ງແຕ່​ບັດນີ້​ຈົນເຖິງ​ເທົ່າ​ອະວະສານ ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ທຸກສິ່ງ​ນີ້.


“ທີ່ດິນ​ຂອງ​ພວກເຈົ້າ​ຂາຍ​ໃນ​ລັກສະນະ​ຖາວອນ​ບໍ່ໄດ້ ເພາະວ່າ​ພວກເຈົ້າ​ບໍ່ແມ່ນ​ເຈົ້າຂອງ​ທີ່ດິນ​ນັ້ນ; ທີ່ດິນ​ເປັນ​ຂອງ​ເຮົາ ແລະ​ພວກເຈົ້າ​ກໍ​ເປັນ​ດັ່ງ​ຄົນ​ຕ່າງດ້າວ​ທັງຫລາຍ ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ປູກຝັງ​ກິນ​ໃນ​ທີ່ດິນ​ເທົ່ານັ້ນ.


ແລ້ວ​ເວລາ​ກຳນົດ​ກໍ​ມາ​ເຖິງ ສຳລັບ​ໂຢເຊັບ​ແລະ​ມາຣີ ທີ່​ຈະ​ເຮັດ​ພິທີ​ຊຳລະ​ຕົວ​ໃຫ້​ສະອາດ ຕາມ​ທີ່​ກົດບັນຍັດ​ຂອງ​ໂມເຊ​ໄດ້​ກ່າວ​ໄວ້. ພວກເພິ່ນ​ຈຶ່ງ​ໄດ້​ນຳ​ເອົາ​ພຣະ​ກຸມມານ ໄປ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ຖວາຍ​ແກ່​ອົງພຣະ​ຜູ້​ເປັນເຈົ້າ,


ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ໃນ​ຊົນຊາດ​ຂອງ​ພວກເຈົ້າ ເຂົ້າ​ມາ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ບ່ອນ​ທີ່​ພຣະອົງ​ໄດ້​ເລືອກໄວ້ ສາມ​ເທື່ອ​ຕໍ່​ປີ ດັ່ງນີ້: ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ​ແປ້ງ, ເທດສະການ​ລະດູ​ເກັບກ່ຽວ ແລະ​ເທດສະການ​ປຸກຕູບຢູ່. ຢ່າ​ໃຫ້​ພວກເຂົາ​ມາ​ຕໍ່ໜ້າ​ພຣະເຈົ້າຢາເວ​ໂດຍ​ມື​ເປົ່າ;


ກໍ​ໃຫ້​ພວກເຈົ້າ​ບອກ​ວ່າ, ເມື່ອ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ຂ້າມ​ແມ່ນໍ້າ​ນັ້ນ ແມ່ນໍ້າ​ຈໍແດນ​ໄດ້​ເຊົາ​ໄຫລ. ກ້ອນຫີນ​ເຫຼົ່ານີ້​ຈະ​ເປັນ​ສິ່ງ​ເຕືອນ​ປະຊາຊົນ​ອິດສະຣາເອນ​ຢູ່​ສະເໝີ ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ນັ້ນ.”


ນາງ​ຮັນນາ​ສາບານ​ຢ່າງ​ໜັກແໜ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຂໍ​ພຣະອົງ​ຫລຽວເບິ່ງ​ຄວາມ​ໂສກເສົ້າ​ຂອງ​ຂ້ານ້ອຍ ແລະ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ ຂໍ​ຢ່າ​ລືມໄລ​ຂ້ານ້ອຍ​ເລີຍ ຖ້າ​ພຣະອົງ​ໂຜດ​ລູກຊາຍ​ໃຫ້​ຂ້ານ້ອຍ ຂ້ານ້ອຍ​ຂໍ​ສັນຍາ​ວ່າ ຈະ​ອຸທິດ​ຖວາຍ​ເດັກນັ້ນ​ແກ່​ພຣະອົງ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ ແລະ​ລາວ​ຈະ​ບໍ່​ຕັດ​ຜົມ​ຂອງ​ລາວ​ຈັກເທື່ອ.”


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ຂໍ​ອຸທິດ​ເດັກ​ນີ້​ໃຫ້​ແກ່​ພຣະເຈົ້າຢາເວ, ລາວ​ຈະ​ເປັນ​ຂອງ​ພຣະເຈົ້າຢາເວ​ຕະຫລອດ​ຊົ່ວຊີວິດ​ຂອງ​ລາວ.” ແລ້ວ​ພວກເຂົາ ກໍ​ນະມັດສະການ​ຕໍ່ໜ້າ​ພຣະເຈົ້າຢາເວ​ຢູ່​ທີ່​ນັ້ນ.


ຊາມູເອນ​ຕອບ​ວ່າ, “ເປັນ​ການ​ໂງ່ຈ້າ​ທີ່ສຸດ​ທີ່​ເຮັດ​ເຊັ່ນນັ້ນ ເຈົ້າ​ບໍ່ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຈົ້າ. ຖ້າ​ເຈົ້າ​ເຊື່ອຟັງ​ແລ້ວ ພຣະເຈົ້າຢາເວ​ກໍ​ຈະ​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ໄດ້​ປົກຄອງ​ຊາດ​ອິດສະຣາເອນ​ຕະຫລອດໄປ.


ແລ້ວ​ເອນການາ​ກໍ​ກັບຄືນ​ເມືອ​ເຮືອນ​ຂອງ​ຕົນ​ທີ່​ຣາມາ, ແຕ່​ເດັກຊາຍ​ຊາມູເອນ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ຊີໂລ ເພື່ອ​ຮັບໃຊ້​ພຣະເຈົ້າຢາເວ​ນຳ​ປະໂຣຫິດ​ເອລີ.


ໃນຂະນະ​ດຽວກັນ​ນັ້ນ ເດັກຊາຍ​ຊາມູເອນ​ກໍ​ສືບຕໍ່​ບົວລະບັດ​ຮັບໃຊ້​ຕໍ່ໜ້າ​ພຣະເຈົ້າຢາເວ ໂດຍ​ນຸ່ງ​ເສື້ອຄຸມ​ຜ້າປ່ານ​ເອໂຟດ.


ດາວິດ​ຕອບ​ວ່າ, “ແນ່ນອນ ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງທ່ານ ແລະ​ທ່ານ​ຈະ​ເຫັນ​ດ້ວຍ​ຕາ​ຂອງທ່ານ​ເອງ​ດອກ​ວ່າ​ຂ້ານ້ອຍ​ຈະ​ເຮັດ​ຢ່າງ​ໃດ?” ເຈົ້າ​ອາກີເຊ​ເວົ້າ​ວ່າ, “ດີ​ແລ້ວ ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປ້ອງກັນ​ຕົວ​ເຮົາ.”


ໃນ​ສະໄໝ​ນັ້ນ ເວລາ​ທີ່​ຊາມູເອນ​ກຳລັງ​ຮັບໃຊ້​ພຣະເຈົ້າຢາເວ​ພາຍໃຕ້​ການນຳພາ​ຂອງ​ເອລີ​ນັ້ນ ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ມີໜ້ອຍ​ຫຼາຍ ແລະ​ບໍ່​ຄ່ອຍ​ມີ​ນິມິດ​ຈາກ​ພຣະອົງ​ເລີຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka