Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 1:21 - ພຣະຄຳພີສັກສິ

21 ຕໍ່ມາ ເອນການາ​ແລະ​ຄອບຄົວ​ໄດ້​ຂຶ້ນ​ໄປ​ທີ່​ເມືອງ​ຊີໂລ​ອີກ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ປະຈຳ​ປີ ແລະ​ເຄື່ອງ​ບູຊາ​ພິເສດ​ແກ່​ພຣະເຈົ້າຢາເວ​ຕາມ​ທີ່​ໄດ້​ສາບານ​ໄວ້.

Uka jalj uñjjattʼäta Copia luraña




1 ຊາມູເອນ 1:21
7 Jak'a apnaqawi uñst'ayäwi  

ເຮົາ​ໄດ້​ເລືອກ​ເອົາ​ລາວ ເພື່ອ​ວ່າ​ລາວ​ຈະ​ບອກສອນ​ລູກໆ​ກັບ​ເຊື້ອສາຍ​ຂອງ​ລາວ​ໃຫ້​ເຊື່ອຟັງ​ເຮົາ ທັງ​ປະພຶດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊອບທຳ. ເພື່ອ​ພຣະເຈົ້າຢາເວ​ຈະ​ປະທານ​ແກ່​ອັບຣາຮາມ ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ລາວ.”


ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ໂດຍ​ບໍ່ມີ​ຄວາມຜິດ ເມື່ອໃດ​ເດ​ພຣະອົງ​ຈະ​ມາ​ພົບ? ຢູ່​ໃນ​ເຮືອນ​ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ຢູ່​ຢ່າງ​ບໍຣິສຸດ ຈະ​ບໍ່​ໂຍະຍານ​ໃຫ້​ເລີຍ​ກັບ​ຄວາມ​ຊົ່ວຊ້າ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ເອົາ​ແຫ່ງ​ດຽວ ໃຫ້​ເປັນ​ບ່ອນ​ນະມັດສະການ​ພຣະອົງ ແລະ​ທີ່​ນັ້ນ​ພວກເຈົ້າ​ຕ້ອງ​ນຳ​ເອົາ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ ໄປ​ຖວາຍ​ແກ່​ພຣະອົງ​ດັ່ງນີ້: ສັດ​ສຳລັບ​ເຜົາບູຊາ​ແລະ​ເຄື່ອງ​ບູຊາ​ຕ່າງໆ, ເຄື່ອງ​ຖວາຍ​ໜຶ່ງສ່ວນສິບ​ກັບ​ເຄື່ອງ​ຖວາຍ​ອື່ນໆ, ພ້ອມ​ທັງ​ເຄື່ອງ​ຖວາຍ​ພິເສດ​ທີ່​ພວກເຈົ້າ​ໄດ້​ສັນຍາ ວ່າ​ຈະ​ຖວາຍ​ແກ່​ພຣະເຈົ້າຢາເວ.


ໃນ​ທີ່ນັ້ນ ພວກເຈົ້າ​ຕ້ອງ​ເຜົາ​ສັດ​ຖວາຍບູຊາ​ດ້ວຍ​ໄຟ ຖວາຍ​ເຄື່ອງ​ບູຊາ​ຕ່າງໆ, ຖວາຍ​ໜຶ່ງສ່ວນສິບ​ກັບ​ເຄື່ອງ​ຖວາຍ​ອື່ນໆ, ເຄື່ອງ​ທີ່​ໄດ້​ສັນຍາ​ຖວາຍ, ເຄື່ອງ​ຖວາຍ​ຕາມ​ໃຈ​ສະໝັກ ແລະ​ລູກຫົວປີ​ຂອງ​ງົວ​ແລະ​ຂອງ​ແກະ​ທຸກ​ໂຕ.


ຖ້າ​ພວກເຈົ້າ​ບໍ່​ເຕັມໃຈ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ຈົ່ງ​ຕັດສິນໃຈ​ໃນ​ມື້ນີ້​ວ່າ ພວກເຈົ້າ​ຈະ​ບົວລະບັດ​ຮັບໃຊ້​ຜູ້ໃດ ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ຫລື​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນີ້. ສ່ວນ​ຂ້າພະເຈົ້າ​ກັບ​ຄອບຄົວ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”


ທຸກໆ​ປີ​ໃດ ເອນການາ​ໄດ້​ອອກ​ຈາກ​ເມືອງ​ຣາມາ ໄປ​ນະມັດສະການ ແລະ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ທີ່​ເມືອງ​ຊີໂລ. ພວກ​ທີ່​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ​ໃນ​ເມືອງ​ນີ້​ແມ່ນ​ໂຮຟະນີ​ແລະ​ຟີເນຮາ ລູກຊາຍ​ສອງ​ຄົນ​ຂອງ​ເອລີ.


ທຸກໆ​ປີໃດ ແມ່​ຂອງ​ຊາມູເອນ​ຕ້ອງ​ຫຍິບ​ເສື້ອລ່າມ​ນ້ອຍ​ໂຕ​ໜຶ່ງ​ມາ​ໃຫ້​ລາວ; ໃນ​ເວລາ​ທີ່​ນາງ​ແລະ​ຜົວ​ໄປ​ຖວາຍ​ເຄື່ອງ​ບູຊາ​ປະຈຳ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka