Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 1:20 - ພຣະຄຳພີສັກສິ

20 ດັ່ງນັ້ນ ນາງ​ຈຶ່ງ​ຖືພາ​ແລະ​ເກີດ​ລູກຊາຍ​ຜູ້ໜຶ່ງ. ນາງ​ຕັ້ງ​ຊື່​ໃຫ້​ເດັກ​ນັ້ນ​ວ່າ ຊາມູເອນ ແລະ​ອະທິບາຍ​ວ່າ, “ເພາະ​ຂ້ອຍ​ຂໍ​ເດັກ​ຄົນ​ນີ້​ຈາກ​ພຣະເຈົ້າຢາເວ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 1:20
13 Jak'a apnaqawi uñst'ayäwi  

ເຈົ້າ​ກຳລັງ​ຈະ​ໄດ້​ລູກຊາຍ​ຜູ້ໜຶ່ງ ຜູ້​ທີ່​ເຈົ້າ​ຈະ​ໃສ່​ຊື່​ໃຫ້​ວ່າ ອິດຊະມາເອນ. ຄວາມ​ທຸກ​ລຳບາກ​ນັ້ນ​ຄອງ​ຈິດໃຈ​ເຈົ້າ​ກໍ​ຈິງ​ຢູ່, ແຕ່​ພຣະເຈົ້າຢາເວ​ກໍ​ຮູ້​ເລື່ອງ​ນັ້ນ​ທຸກປະການ.


ແລ້ວ​ພຣະເຈົ້າ​ກໍ​ຄິດເຖິງ​ນາງ​ຣາເຊັນ; ພຣະອົງ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ນາງ​ແລະ​ໃຫ້​ນາງ​ມີ​ລູກ.


ອາດາມ ແລະ​ເມຍ​ໄດ້​ລູກຊາຍ​ຜູ້ໜຶ່ງ​ອີກ. ເອວາ​ຈຶ່ງ​ເວົ້າ​ວ່າ, “ພຣະເຈົ້າ​ໂຜດ​ໃຫ້​ຂ້ອຍ ມີ​ລູກຊາຍ​ອີກ​ຜູ້ໜຶ່ງ ເພື່ອ​ທົດແທນ​ອາເບັນ​ຜູ້​ທີ່​ກາອິນ​ໄດ້​ຂ້າ.” ດັ່ງນັ້ນ ນາງ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ນີ້​ວ່າ ເຊດ.


ແລະ​ລາວ​ເວົ້າ​ວ່າ, “ເດັກນ້ອຍ​ຜູ້​ນີ້​ຈະ​ເລົ້າໂລມ​ພວກເຮົາ​ໃຫ້​ຫາຍ​ຄວາມ​ອິດເມື່ອຍ​ຈາກ​ວຽກງານ​ໜັກ ເນື່ອງ​ຈາກ​ພຣະເຈົ້າຢາເວ​ໄດ້​ສາບແຊ່ງ​ດິນ.” ສະນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ເດັກນ້ອຍ​ນີ້​ວ່າ ໂນອາ.


ແຕ່​ຢາເບດ​ໄດ້​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ວ່າ, “ໂອ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ຂ້ານ້ອຍ ແລະ​ໃຫ້​ຂ້ານ້ອຍ​ມີ​ດິນແດນ​ຢ່າງ​ຫລວງຫລາຍ​ແດ່ທ້ອນ. ໂຜດ​ສະຖິດ​ຢູ່​ນຳ​ຂ້ານ້ອຍ​ແລະ​ຮັກສາ​ຂ້ານ້ອຍ ໃຫ້​ພົ້ນ​ຈາກ​ການ​ຊົ່ວຮ້າຍ​ນາໆ​ປະການ​ແດ່ທ້ອນ ຊຶ່ງ​ອາດ​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ຄວາມ​ເຈັບປວດ.” ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ທີ່​ລາວ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ.


ເມື່ອ​ຂ້ານ້ອຍ​ເດືອດຮ້ອນ ຂ້ານ້ອຍ​ກໍ​ໄຫວ້ວອນ​ຫາ​ພຣະເຈົ້າຢາເວ​ໃຫ້​ຊ່ວຍເຫຼືອ ແລະ​ພຣະອົງ​ກໍ​ຊົງ​ຕອບ​ຂ້ານ້ອຍ.


ຕໍ່ມາ ເມື່ອ​ເດັກ​ໃຫຍ່​ຂຶ້ນ​ແດ່​ແລ້ວ ແມ່ລ້ຽງ​ກໍໄດ້​ນຳ​ເດັກນ້ອຍ​ນັ້ນ​ມາ ແລະ​ມອບ​ໃຫ້​ລູກສາວ​ຂອງ​ກະສັດ​ຟາໂຣ. ນາງ​ໄດ້​ຮັບ​ລ້ຽງ​ເດັກຊາຍ​ຜູ້​ນີ້​ໄວ້​ເປັນ​ລູກຊາຍ​ຂອງ​ຕົນເອງ ໂດຍ​ເວົ້າ​ວ່າ, “ຍ້ອນ​ຂ້ອຍ​ໄດ້​ເດັກນ້ອຍ​ຄົນ​ນີ້​ມາ​ຈາກ​ນໍ້າ. ສະນັ້ນ ຂ້ອຍ​ຈຶ່ງ​ຈະ​ຕັ້ງ​ຊື່​ໃຫ້​ລາວ​ວ່າ ໂມເຊ.”


ນາງ​ໄດ້​ເກີດ​ລູກຊາຍ​ຜູ້ໜຶ່ງ​ໃຫ້​ໂມເຊ ແລະ​ໂມເຊ​ຄິດ​ໃນ​ໃຈ​ວ່າ, “ຂ້ອຍ​ເປັນ​ຄົນ​ຕ່າງດ້າວ​ທີ່​ໄດ້​ມາ​ອາໄສ​ຢູ່​ໃນ​ປະເທດ​ນີ້. ສະນັ້ນ ຂ້ອຍ​ຈຶ່ງ​ຈະ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ນີ້​ວ່າ ເກໂຊມ.”


ນາງ​ຈະ​ເກີດ​ລູກຊາຍ​ຜູ້​ໜຶ່ງ ແລະ​ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ເດັກ​ນີ້​ວ່າ ເຢຊູ​ ເພາະ​ເພິ່ນ​ຈະ​ໂຜດ​ຊ່ວຍ​ປະຊາຊົນ​ຂອງ​ຕົນ ໃຫ້​ລອດ​ພົ້ນ​ຈາກ​ບາບກຳ​ຂອງ​ພວກເຂົາ.”


ແລະ​ເຮົາ​ຈະ​ກ່າວ​ສິ່ງໃດ​ຕໍ່ໄປ​ອີກ​ແດ່? ເພາະ​ບໍ່ມີ​ເວລາ​ພໍ​ທີ່​ຈະ​ກ່າວ​ເຖິງ​ກີເດໂອນ, ບາຣັກ, ແຊມຊັນ, ເຢັບທາ, ດາວິດ, ຊາມູເອນ ແລະ​ບັນດາ​ຜູ້ທຳນວາຍ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka