Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 1:18 - ພຣະຄຳພີສັກສິ

18 ນາງ​ຕອບ​ເພິ່ນ​ວ່າ, “ຂໍ​ທ່ານ​ຈົ່ງ​ຄິດ​ເມດຕາ​ຂ້ານ້ອຍ​ເລື້ອຍ​ໄປ​ແດ່ທ້ອນ.” ແລ້ວ​ນາງ​ກໍ​ຈາກ​ໄປ. ນາງ​ເລີ່ມ​ກິນ​ເຂົ້າ​ແດ່​ເລັກນ້ອຍ​ແລະ​ບໍ່ໄດ້​ໂສກເສົ້າ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




1 ຊາມູເອນ 1:18
11 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ມີ​ຝູງງົວ, ຝູງ​ລໍ, ຝູງແບ້ ແລະ​ຝູງແກະ​ພ້ອມ​ທັງ​ຄົນ​ຮັບໃຊ້​ຊາຍ​ຍິງ​ຢ່າງ​ຫລວງຫລາຍ. ດັ່ງນັ້ນ ຈຶ່ງ​ໄດ້​ໃຊ້​ຄົນ​ມາ​ຄຳນັບ​ທ່ານ ໂດຍ​ຫວັງ​ວ່າ​ທ່ານ​ຈະ​ໃຫ້​ຄວາມ​ເຫັນອົກ​ເຫັນໃຈ.”


ເມື່ອ​ຄົນນຳຂ່າວ​ກັບຄືນ​ມາ ພວກເຂົາ​ຈຶ່ງ​ເລົ່າ​ໃຫ້​ຢາໂຄບ​ຟັງ​ວ່າ, “ພວກເຮົາ​ໄດ້​ໄປ​ຫາ​ເອຊາວ​ອ້າຍ​ຂອງທ່ານ​ແລ້ວ ແລະ​ເພິ່ນ​ກຳລັງ​ອອກ​ເດີນທາງ​ມາ​ພົບ​ທ່ານ ພ້ອມ​ທັງ​ມີ​ຄົນ​ມາ​ນຳ​ສີ່ຮ້ອຍ​ຄົນ.”


ເອຊາວ​ເວົ້າ​ວ່າ, “ຖ້າດັ່ງນັ້ນ ອ້າຍ​ຈະ​ປະ​ຄົນ​ຂອງ​ອ້າຍ​ບາງຄົນ​ໄວ້​ກັບ​ນ້ອງ.” ແຕ່​ຢາໂຄບ​ຕອບ​ວ່າ, “ນ້ອງ​ເຫັນວ່າ​ບໍ່ມີ​ຄວາມ​ຈຳເປັນ​ດອກ ເພາະ​ນ້ອງ​ຕ້ອງການ​ຄວາມ​ກະລຸນາ​ຈາກ​ອ້າຍ​ຫລາຍກວ່າ.”


ເອຊາວ​ຈຶ່ງ​ຖາມ​ວ່າ, “ຖ້າດັ່ງນັ້ນ ໝວດ​ທີ່​ອ້າຍ​ພົບ​ມາ​ກ່ອນ​ຫັ້ນ​ເດ ແມ່ນ​ພວກ​ໃດ?” ຢາໂຄບ​ຕອບ​ວ່າ, “ພວກ​ນັ້ນ​ແມ່ນ​ນ້ອງ​ໄດ້​ສົ່ງ​ໄປ​ຂໍ​ຄວາມ​ກະລຸນາ​ຈາກ​ອ້າຍ.”


ຜູ້​ຂາດ​ທີ່ເພິ່ງ ເມື່ອ​ຮ້ອງຫາ​ພຣະເຈົ້າຢາເວ​ແລ້ວ ຄຳຕອບ​ກໍ​ມີ​ມາ ພຣະອົງ​ຊ່ວຍ​ເອົາ​ລາວ​ຈາກ​ຄວາມ​ເດືອດຮ້ອນ.


ສະນັ້ນ ຈົ່ງ​ກິນ​ອາຫານ​ທີ່​ເຈົ້າ​ມີ​ແລະ​ມີ​ຄວາມສຸກ​ສາເຖີດ; ດື່ມ​ເຫຼົ້າ​ອະງຸ່ນ​ແລະ​ເບີກບານ​ໃຈ​ສາເຖີດ. ສຳລັບ​ພຣະເຈົ້າ​ແລ້ວ ສິ່ງ​ເຫຼົ່ານີ້​ລ້ວນແຕ່​ເປັນ​ການ​ຖືກຕ້ອງ​ທັງສິ້ນ.


ຈົນເຖິງ​ບັດນີ້ ພວກເຈົ້າ​ບໍ່ໄດ້​ຂໍ​ສິ່ງໃດ​ໃນ​ນາມ​ຂອງເຮົາ, ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ເພື່ອ​ຄວາມ​ຍິນດີ​ຂອງ​ພວກເຈົ້າ​ຈະ​ຄົບ​ບໍລິບູນ.”


ຂໍ​ພຣະເຈົ້າ​ແຫ່ງ​ຄວາມຫວັງ ໂຜດ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ສັນຕິສຸກ​ທຸກປະການ ໂດຍ​ທາງ​ຄວາມ​ເຊື່ອວາງໃຈ​ໃນ​ພຣະອົງ ເພື່ອ​ວ່າ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.


ນາງຣຸດ​ຕອບ​ວ່າ, “ທ່ານເອີຍ ທ່ານ​ດີ​ຕໍ່​ຂ້ານ້ອຍ​ຢ່າງ​ເຫລືອຫລາຍ. ທ່ານ​ເວົ້າຈາ​ອ່ອນຫວານ​ກັບ​ຂ້ານ້ອຍ ຊຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຳລັງໃຈ​ຂຶ້ນ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ເອງ​ບໍ່ມີ​ຄຸນຄ່າ​ເທົ່າທຽມ​ກັບ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ຂອງທ່ານ​ກໍຕາມ.”


ຢູ່ມາ​ມື້ໜຶ່ງ ນາງຣຸດ​ຊາວ​ໂມອາບ​ໄດ້​ເວົ້າ​ກັບ​ນາງ​ນາໂອມີ​ວ່າ, “ຂໍ​ໃຫ້​ລູກ​ໄປ​ເກັບ​ເອົາ​ເຂົ້າ ຊຶ່ງ​ພວກ​ກ່ຽວເຂົ້າ​ເຮັດ​ຕົກ​ຢູ່​ຕາມ​ທົ່ງນາ​ເຖີດ. ລູກ​ເຊື່ອ​ແນ່​ວ່າ ຄົງ​ຈະ​ມີ​ບາງຄົນ​ອະນຸຍາດ​ໃຫ້​ລູກ​ເກັບ​ເອົາ​ໄດ້.” ນາງ​ນາໂອມີ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໄປ​ເຖີດ ລູກເອີຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka