1 ຊາມູເອນ 1:17 - ພຣະຄຳພີສັກສິ17 ເອລີກ່າວວ່າ, “ຈົ່ງໄປເປັນສຸກເຖີດ ຂໍພຣະເຈົ້າແຫ່ງຊາດອິດສະຣາເອນໂຜດໃຫ້ຕາມທີ່ເຈົ້າຮ້ອງຂໍຕໍ່ພຣະອົງນັ້ນເທີ້ນ.” Uka jalj uñjjattʼäta |
ແຕ່ຢາເບດໄດ້ພາວັນນາອະທິຖານຕໍ່ພຣະເຈົ້າແຫ່ງຊາດອິດສະຣາເອນວ່າ, “ໂອ ພຣະເຈົ້າເອີຍ ໂຜດອວຍພອນຂ້ານ້ອຍ ແລະໃຫ້ຂ້ານ້ອຍມີດິນແດນຢ່າງຫລວງຫລາຍແດ່ທ້ອນ. ໂຜດສະຖິດຢູ່ນຳຂ້ານ້ອຍແລະຮັກສາຂ້ານ້ອຍ ໃຫ້ພົ້ນຈາກການຊົ່ວຮ້າຍນາໆປະການແດ່ທ້ອນ ຊຶ່ງອາດເຮັດໃຫ້ຂ້ານ້ອຍໄດ້ຮັບຄວາມເຈັບປວດ.” ພຣະເຈົ້າໄດ້ໃຫ້ສິ່ງທີ່ລາວໄດ້ພາວັນນາອະທິຖານຂໍນັ້ນ.