Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 1:15 - ພຣະຄຳພີສັກສິ

15 ນາງ​ຕອບ​ວ່າ, “ບໍ່ແມ່ນ ທ່ານເອີຍ ຂ້ານ້ອຍ​ບໍ່ໄດ້​ດື່ມ​ເຫຼົ້າ, ແຕ່​ຂ້ານ້ອຍ​ທຸກໃຈ​ໜັກ ຈຶ່ງ​ພາວັນນາ​ອະທິຖານ​ລະບາຍ​ຄວາມ​ທຸກໜັກ​ໃນ​ຈິດວິນຍານ​ຂອງ​ຂ້ານ້ອຍ​ຕໍ່ໜ້າ​ພຣະເຈົ້າຢາເວ.

Uka jalj uñjjattʼäta Copia luraña




1 ຊາມູເອນ 1:15
12 Jak'a apnaqawi uñst'ayäwi  

ມາບັດນີ້ ຂ້ອຍ​ກຳລັງ​ໃກ້​ຈະ​ສິ້ນໃຈ​ຕາຍ ແຕ່​ຂ້ອຍ​ຍັງ​ບໍ່ໄດ້​ບັນເທົາ​ຕໍ່​ການ​ທົນທຸກ​ຂອງຂ້ອຍ.


ຂ້ານ້ອຍ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ພຣະອົງ ຈິດໃຈ​ຫິວກະຫາຍ​ພຣະອົງ​ດັ່ງ​ດິນ​ແຫ້ງແລ້ງ.


ເມື່ອ​ຄິດເຖິງ​ອະດີດ​ກໍ​ທຸກລະທົມ​ໃຈ​ຫລາຍ ເມື່ອ​ໄດ້​ຍ່າງ​ເປັນ​ຝູງ​ໄປ​ສູ່​ວິຫານ​ຂອງ​ພຣະເຈົ້າ ແລະ​ໄດ້​ພາ​ເຂົາເຈົ້າ​ຍ່າງ​ຕາມ​ຫລັງ​ກັນ​ໄປ ສຸກໃຈ​ຮ້ອງລຳ​ທຳເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ.


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ໄດ້​ທຸກ​ເວລາ ປະຊາຊົນ​ຂອງຂ້ອຍ​ເອີຍ. ຈົ່ງ​ທູນ​ຄວາມ​ເດືອດຮ້ອນ​ທຸກຢ່າງ​ໃຫ້​ພຣະອົງ​ຟັງ ເພາະ​ພຣະອົງ​ເປັນ​ທີ່​ເພິ່ງ​ຂອງ​ພວກເຮົາ.


ມະນຸດ​ຊາດ​ລ້ວນແຕ່​ປຽບ​ດັ່ງ​ລົມຫາຍໃຈ ຜູ້ໃຫຍ່​ຫລື​ຜູ້ນ້ອຍ​ກໍຕາມ ໄຮ້​ຄ່າ​ເໝືອນກັນ. ເມື່ອ​ນຳ​ພວກເຂົາ​ມາ​ຊັ່ງ​ເບິ່ງ​ກໍ​ບໍ່ມີ​ນໍ້າໜັກ​ຫຍັງເລີຍ ພວກເຂົາ​ເບົາກວ່າ​ລົມຫາຍໃຈ​ອີກ​ຊໍ້າ.


ໃຈ​ຄົນ​ຮູ້​ເຖິງ​ຄວາມ​ຍິນດີ​ແລະ​ຄວາມ​ຂົມຂື່ນ​ຂອງຕົນ ບໍ່ມີ​ຜູ້ໃດ​ສາມາດ​ແບ່ງ​ປັນ​ກັນ​ໄດ້.


ຄຳຕອບ​ອັນ​ອ່ອນຫວານ​ລະງັບ​ຄວາມໂກດ​ໄວ້, ແຕ່​ຄຳເວົ້າ​ຫຍາບຊ້າ​ຍົວະ​ໃຫ້​ໂມໂຫ.


ໃຊ້​ຄວາມ​ອົດທົນ​ຊັກຊວນ ກໍ​ທຳລາຍ​ການ​ຂັດຂວາງ​ອັນ​ແຂງແກ່ນ​ໄດ້ ແລະ​ຍັງ​ເຮັດ​ໃຫ້​ບັນດາ​ຜູ້ປົກຄອງ​ຍອມ​ເຮັດ​ຕາມ​ໄດ້.


ຕະຫລອດ​ທັງ​ຄືນ​ນັ້ນ​ໃຫ້​ເຈົ້າ​ລຸກຂຶ້ນ​ມາ ລຸກ​ແລ້ວ​ລຸກອີກ ຄໍ່າຄວນ​ຫາ​ອົງພຣະ​ຜູ້​ເປັນເຈົ້າ; ຈົ່ງ​ເປີດໃຈ​ເຈົ້າ​ອອກ​ຂໍ​ໃຫ້​ເມດຕາ​ລູກ​ເຈົ້າ​ທັງຫລາຍ ຜູ້​ທີ່​ອຶດຫິວ​ຕາຍ​ຕາມ​ແຈ​ຫົນທາງ​ທຸກ​ເສັ້ນ.


ຢ່າ​ຄິດ​ວ່າ​ຂ້ານ້ອຍ​ເປັນ​ຍິງ​ຊົ່ວຮ້າຍ​ເລີຍ ຂ້ານ້ອຍ​ພາວັນນາ​ອະທິຖານ​ຄວນຄາງ​ຢູ່​ຢ່າງ​ນີ້​ເພາະ​ຂ້ານ້ອຍ​ເປັນທຸກ​ໜັກໃຈ​ຫລາຍ​ທີ່ສຸດ​ຈົນເຖິງ​ບັດນີ້.”


ດັ່ງນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ໄປ​ເຕົ້າໂຮມ​ກັນ​ທີ່​ເມືອງ​ມີຊະປາ. ພວກເຂົາ​ຕັກ​ເອົາ​ນໍ້າ​ແລະ​ຖອກ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໃນ​ວັນນັ້ນ ພວກເຂົາ​ໄດ້ຖືສິນ​ອົດ​ອາຫານ​ຕະຫລອດ. ພວກເຂົາ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.” (ແມ່ນ​ໃນ​ເມືອງ​ມີຊະປາ​ນີ້​ເອງ ທີ່​ຊາມູເອນ​ໄດ້​ຕັດສິນ​ປະຊາຊົນ​ອິດສະຣາເອນ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka