13 ນາງພາວັນນາອະທິຖານຢູ່ໃນໃຈ ປາກຂອງນາງເໜັງຕີງແຕ່ບໍ່ໄດ້ຍິນສຽງ. ດັ່ງນັ້ນ ເອລີຈຶ່ງຄິດວ່ານາງເມົາເຫລົ້າ;
ກະສັດຖາມວ່າ, “ເຈົ້າຕ້ອງການຫຍັງ?” ຂ້າພະເຈົ້າພາວັນນາອະທິຖານຕໍ່ພຣະເຈົ້າແຫ່ງສະຫວັນ
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍນົບນ້ອມຖວາຍ ຄຳພາວັນນາອະທິຖານດ້ວຍຈິດວິນຍານຫາພຣະອົງ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະປົກປ້ອງ ປະຊາຊົນຂອງພຣະອົງ ພວກເຂົາຈະທຳລາຍສັດຕູໃຫ້ກ້ຽງ. ພວກເຂົາຈະຮ້ອງໂຮໃນສະໜາມຮົບດັ່ງຄົນມືນເມົາ ແລະຈະເຮັດໃຫ້ສັດຕູເລືອດໄຫລຫລັ່ງຍ້ອຍ; ມັນຈະໄຫລຫລັ່ງຍ້ອຍດັ່ງເລືອດທີ່ຈະນຳໄປຖວາຍ ຖອກໃສ່ແທ່ນບູຊາ ຈາກຖ້ວຍໃບໜຶ່ງ.
ແຕ່ຄົນອື່ນໆໄດ້ເຢາະເຢີ້ຍໂດຍເວົ້າວ່າ, “ຄົນເຫຼົ່ານີ້ເມົາເຫຼົ້າ.”
ທຳນອງດຽວກັນນັ້ນແຫຼະ ພຣະວິນຍານກໍຊ່ວຍຊູພວກເຮົາເມື່ອພວກເຮົາອ່ອນກຳລັງ, ເພາະພວກເຮົາບໍ່ຮູ້ວ່າ ພວກເຮົາຄວນຈະພາວັນນາອະທິຖານຂໍຢ່າງໃດ, ແຕ່ອົງພຣະວິນຍານນັ້ນເອງ ວິງວອນຂໍກັບພຣະເຈົ້າແທນພວກເຮົາ ດ້ວຍຄຳໂອ່ຍຄາງທີ່ຫາຄຳອະທິບາຍບໍ່ໄດ້.
ຄວາມຮັກສູ້ທົນທຸກສິ່ງ ເຊື່ອທຸກສິ່ງ ໄວ້ວາງໃຈໃນທຸກສິ່ງ ແລະພຽນທົນເອົາທຸກສິ່ງ.
ນາງຮັນນາພາວັນນາອະທິຖານຕໍ່ໜ້າພຣະເຈົ້າຢາເວເປັນເວລາຍາວນານ ສ່ວນເອລີນັ້ນກໍເຝົ້າສັງເກດເບິ່ງປາກຂອງນາງ.