Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 5:5 - ພຣະຄຳພີສັກສິ

5 ໃນທຳນອງ​ດຽວກັນ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນກວ່າ ຈົ່ງ​ນ້ອມຟັງ​ຕໍ່​ພວກ​ອາວຸໂສ. ພວກເຈົ້າ​ທຸກຄົນ ຈົ່ງ​ສວມ​ຄວາມ​ຖ່ອມໃຈ ເພື່ອ​ຮັບໃຊ້​ຊຶ່ງກັນແລະກັນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ​ແກ່​ຜູ້​ທີ່​ຖ່ອມໃຈ​ລົງ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ໃນ​ທຳນອງ​ດຽວ​ກັນ​ນີ້ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນ​ກວ່າ, ຈົ່ງ​ຍອມ​ເຊື່ອຟັງ​ບັນດາ​ຜູ້​ທີ່​ອາວຸໂສ​ກວ່າ. ພວກເຈົ້າ​ທຸກຄົນ​ຈົ່ງ​ສວມ​ຄວາມຖ່ອມໃຈ​ຕໍ່​ກັນແລະກັນ ເພາະວ່າ, “ພຣະເຈົ້າ​ຄັດຄ້ານ​ຄົນ​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຄົນ​ທີ່​ຖ່ອມຕົວລົງ”.

Uka jalj uñjjattʼäta Copia luraña




1 ເປໂຕ 5:5
27 Jak'a apnaqawi uñst'ayäwi  

ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ໂຜດ​ລຸກ​ຂຶ້ນ ແລະ​ໂດຍ​ຫີບ​ພັນທະສັນຍາ​ທີ່​ເປັນ​ສັນຍາລັກ​ແຫ່ງ​ຣິດອຳນາດ​ຂອງ​ພຣະອົງ ໂຜດ​ເຂົ້າ​ໄປ​ໃນ​ພຣະວິຫານ ແລະ​ສະຖິດ​ຢູ່​ໃນ​ທີ່ນັ້ນ​ຕະຫລອດໄປ​ເຖີດ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ເອີຍ ໂຜດ​ອວຍພອນ​ບັນດາ​ປະໂຣຫິດ​ຂອງ​ພຣະອົງ​ໃນ​ທຸກໆສິ່ງ​ທີ່​ພວກເຂົາ​ເຮັດ ແລະ​ໂຜດ​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ຊົມຊື່ນ​ຍິນດີ ຍ້ອນ​ຄຸນຄວາມດີ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກເຂົາ​ນັ້ນ.


ພຣະເຈົ້າ​ຂົ່ມ​ຄົນ​ຈອງຫອງ ໃຫ້​ພວກເຂົາ​ໄດ້​ຕົກຕໍ່າ ແລະ​ຊ່ວຍຊູ​ຄົນ​ຖ່ອມໃຈ​ໃຫ້​ຢູ່​ໄດ້​ຢ່າງ​ປອດໄພ.


ຂ້ອຍ​ເຮັດ​ດ້ວຍ​ຄວາມສັດຊື່​ແລະ​ທ່ຽງທຳ ຂ້ອຍ​ເປັນ​ຕີນ​ໃຫ້​ຄົນ​ເສຍຂາ ຂ້ອຍ​ເປັນ​ຕາ​ໃຫ້​ຄົນ​ຕາບອດ.


ເຮົາ​ຈະ​ອວຍພອນ​ທຸກສິ່ງ​ທີ່​ປະໂຣຫິດ​ກະທຳ ຊາວ​ເມືອງ​ຈະ​ຮ້ອງລຳ​ທຳເພງ​ຢ່າງ​ຊົມຊື່ນ.


ຂໍ​ໃຫ້​ພວກ​ປະໂຣຫິດ​ກະທຳ​ສິ່ງ​ທີ່​ຖືກຕ້ອງ​ສະເໝີໄປ ຂໍ​ໃຫ້​ປະຊາຊົນ​ທຸກຄົນ​ຂອງ​ພຣະອົງ​ໂຮຮ້ອງ​ຍິນດີ​ເຖີດ.


ເຖິງ​ວ່າ​ຢູ່​ທີ່​ສູງສຸດ ພຣະເຈົ້າຢາເວ​ກໍ​ເຝົ້າເບິ່ງ​ຜູ້​ທີ່​ຖ່ອມໃຈ ເຖິງ​ວ່າ​ຢູ່​ໄກແສນໄກ ພຣະອົງ​ກໍ​ເຫັນ​ຄົນ​ຈອງຫອງ​ໄດ້.


ຖືກ​ເລື່ອນ​ຊັ້ນ​ສູງ​ກໍ​ດີກວ່າ​ຖືກ​ປົດ​ໃຫ້​ຄົນອື່ນ​ມາ​ແທນທີ່.


ພຣະອົງ​ຊົງ​ຕໍ່ສູ້​ຜູ້​ທີ່​ອວດ​ວ່າ​ຕົນ​ດີ, ແຕ່​ພຣະອົງ​ຊົງ​ໃຫ້​ຄວາມ​ເມດຕາ​ແກ່​ຜູ້​ທີ່​ຖ່ອມຕົວ.


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ທຸກສິ່ງ​ເຫຼົ່ານີ້​ແມ່ນ​ມື​ຂອງເຮົາ​ເອງ​ໄດ້​ສ້າງ​ທັງໝົດ ສິ່ງ​ທັງໝົດ​ເຫຼົ່ານີ້​ຈຶ່ງ​ເກີດ​ຂື້ນ​ມາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ແຕ່​ເຮົາ​ພໍໃຈ​ນຳ​ຜູ້​ທີ່​ຖ່ອມໃຈ ແລະ​ຜູ້​ທີ່​ຍອມ​ກັບໃຈໃໝ່ ແລະ​ຜູ້​ທີ່​ຢຳເກງ​ເຊື່ອຟັງ​ຖ້ອຍຄຳ​ຂອງເຮົາ​ຈົນ​ຕົວສັ່ນ.


ບັນດາ​ກະສັດ​ທັງໝົດ​ຜູ້​ທີ່​ເປັນ​ເຈົ້າຖິ່ນ​ຂອງ​ທ້ອງ​ທະເລ​ຈະ​ລົງ​ຈາກ​ບັນລັງ​ຂອງຕົນ. ພວກເຂົາ​ຈະ​ຖືກ​ບັງຄັບ​ໃຫ້​ແກ້​ເຄື່ອງ​ຊັ້ນນອກ ແລະ​ເຄື່ອງນຸ່ງ​ທີ່​ປັກແສ່ວ​ຂອງຕົນ​ອອກ ແລະ​ປະ​ໃຫ້​ນັ່ງ​ສັ່ນເຊັນ​ຕາມ​ພື້ນດິນ. ພວກເຂົາ​ຈະ​ສະທ້ານ​ຢ້ານກົວ​ຫລາຍ​ທີ່ສຸດ​ຍ້ອນ​ຊາຕາກຳ​ຂອງ​ເຈົ້າ ຈົນ​ພວກເຂົາ​ບໍ່​ສາມາດ​ຢຸດ​ສັ່ນເຊັນ​ໄດ້.


ເພິ່ນ​ຈະ​ພາກພູມ​ໃຈ​ໃນ​ຄວາມມີໄຊ ແລະ​ໃນ​ການ​ສັງຫານ​ທະຫານ ເປັນ​ຈຳນວນ​ຫລວງຫລາຍ, ແຕ່​ເພິ່ນ​ຈະ​ບໍ່ມີ​ໄຊ​ເລື້ອຍ​ໄປ.


ຈົ່ງ​ສະແດງ​ຄວາມ​ເຄົາຣົບ​ນັບຖື​ແກ່​ຄົນ​ເຖົ້າແກ່​ຊະຣາ ແລະ​ໃຫ້ກຽດ​ແກ່​ເພິ່ນ. ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ແຕ່​ສຳລັບ​ພວກເຈົ້າ​ແລ້ວ ບໍ່​ເປັນ​ຢ່າງ​ນັ້ນ, ກົງກັນຂ້າມ ຜູ້​ທີ່​ເປັນ​ໃຫຍ່​ທີ່ສຸດ ຕ້ອງ​ເປັນ​ເໝືອນ​ດັ່ງ​ຜູ້​ນ້ອຍ​ທີ່ສຸດ ແລະ​ຜູ້​ທີ່​ເປັນ​ຜູ້ນຳ ຕ້ອງ​ເປັນ​ດັ່ງ​ຜູ້ຮັບໃຊ້.


ຈົ່ງ​ຮັກ​ຊຶ່ງກັນແລະກັນ​ເໝືອນ​ສັນ​ພີ່ນ້ອງ ສ່ວນ​ການ​ໃຫ້ກຽດ​ຊຶ່ງກັນແລະກັນ​ນັ້ນ ຈົ່ງ​ຖື​ວ່າ​ຜູ້ອື່ນ​ດີກວ່າ​ຕົນ.


ແຕ່​ຈົ່ງ​ປະດັບ​ຕົວ​ດ້ວຍ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຢ່າ​ຈັດ​ຫາ​ອັນ​ໃດ​ເພື່ອ​ສະໜອງ​ຕັນຫາ​ຂອງ​ເນື້ອກາຍ.


ເນື່ອງ​ດ້ວຍ​ພວກເຈົ້າ​ມີ​ຄວາມ​ຢຳເກງ​ພຣະຄຣິດ ຈົ່ງ​ຍອມ​ຟັງ​ຊຶ່ງກັນແລະກັນ.


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.


ຢ່າ​ກ່າວ​ຕັກເຕືອນ​ຊາຍ​ຜູ້​ອາວຸໂສ ດ້ວຍ​ຖ້ອຍຄຳ​ອັນ​ຮຸນແຮງ ແຕ່​ຈົ່ງ​ຂໍຮ້ອງ​ເພິ່ນ ເໝືອນ​ດັ່ງ​ເພິ່ນ​ເປັນ​ພໍ່, ຈົ່ງ​ປະຕິບັດ​ຕໍ່​ພວກ​ຊາຍ​ໜຸ່ມ ເໝືອນ​ເປັນ​ອ້າຍ​ນ້ອງ​ກັນ


ເຈົ້າ​ທັງຫລາຍ​ຈົ່ງ​ຍອມ​ຟັງ​ແລະ​ຍອມ​ຢູ່​ໃນ​ໂອວາດ​ຜູ້ນຳ​ຂອງ​ພວກເຈົ້າ ເພາະ​ພວກເພິ່ນ​ດູແລ​ຮັກສາ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ຢູ່ ເໝືອນ​ຜູ້ໜຶ່ງ​ທີ່​ຈະ​ຕ້ອງ​ສະເໜີ​ລາຍງານ ເພື່ອ​ພວກເພິ່ນ​ຈະ​ໄດ້​ເຮັດ​ງານ​ນີ້​ດ້ວຍ​ຄວາມ​ຊື່ນໃຈ, ບໍ່ແມ່ນ​ດ້ວຍ​ຄວາມ​ເສົ້າໃຈ ຊຶ່ງ​ຈະ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ​ທັງຫລາຍ.


ແຕ່​ພຣະອົງ​ໄດ້​ຊົງ​ປະທານ​ພຣະຄຸນ​ເພີ່ມ​ຂຶ້ນ​ອີກ. ເຫດສະນັ້ນ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ ແກ່​ຄົນ​ທີ່​ຖ່ອມໃຈ​ລົງ.”


ໃນ​ທີ່ສຸດ​ນີ້ ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ, ຈົ່ງ​ເຫັນອົກ​ເຫັນໃຈ​ກັນ, ຈົ່ງ​ຮັກ​ກັນ​ເໝືອນ​ພີ່ນ້ອງ​ຮ່ວມ​ທ້ອງ, ຈົ່ງ​ມີ​ຈິດໃຈ​ເມດຕາ ແລະ​ອ່ອນນ້ອມ​ຖ່ອມຕົວ​ລົງ.


ດ້ວຍວ່າ, ພຣະຄຣິດ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ພວກເຈົ້າ​ເອງ​ກໍ​ຕ້ອງ​ເຮັດ​ໃຫ້​ຕົນ​ເຂັ້ມແຂງ ໂດຍ​ມີ​ຄວາມ​ຄິດ​ຢ່າງ​ດຽວ​ກັບ​ພຣະອົງ ເພາະ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ກໍ​ບໍ່​ພົວພັນ​ໃນ​ຄວາມ​ຜິດບາບ​ອີກ​ຕໍ່ໄປ.


ແຕ່​ເຂົາ​ເຫຼົ່ານັ້ນ ຈະ​ຕ້ອງ​ລາຍງານ​ການ​ກະທຳ​ຂອງ​ພວກ​ຕົນ ຕໍ່​ພຣະເຈົ້າ​ຜູ້​ທີ່​ຕຽມພ້ອມ​ແລ້ວ ເພື່ອ​ຈະ​ຕັດສິນ​ທັງ​ຄົນເປັນ​ແລະ​ຄົນຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka