Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 5:13 - ພຣະຄຳພີສັກສິ

13 ນາງ ທີ່​ຢູ່​ເມືອງ​ບາບີໂລນ ຊຶ່ງ​ຊົງ​ເລືອກ​ໄວ້​ຢ່າງ​ດຽວ​ກັບ​ພວກເຈົ້າ ແລະ ມາຣະໂກ ລູກ​ຂອງເຮົາ​ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ຄຣິສຕະຈັກ​ທີ່​ເມືອງ​ບາບີໂລນ​ຜູ້​ໄດ້​ຮັບ​ການ​ເລືອກ​ດ້ວຍ​ກັນ​ກັບ​ພວກເຈົ້າ​ນັ້ນ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ ແລະ ມາຣະໂກ​ບຸດ​ຂອງ​ເຮົາ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ.

Uka jalj uñjjattʼäta Copia luraña




1 ເປໂຕ 5:13
11 Jak'a apnaqawi uñst'ayäwi  

ເມື່ອ​ເຮົາ​ຈົດ​ລາຍຊື່​ຊົນຊາດ​ທີ່​ເຊື່ອຟັງ​ເຮົາ ເຮົາ​ຈະ​ຮວມ​ເອົາ​ຊາວ​ເອຢິບ​ແລະ​ຊາວ​ບາບີໂລນ​ດ້ວຍ ຊາວ​ຟີລິດສະຕິນ, ຊາວ​ຕີເຣ​ແລະ​ເອທີໂອເປຍ ຈະ​ນັບ​ເຂົ້າ​ເປັນ​ຊາວ​ນະຄອນ​ເຢຣູຊາເລັມ​ດ້ວຍ.


ເມື່ອ​ເປໂຕ​ຄິດ​ໄດ້​ດັ່ງນີ້​ແລ້ວ ເພິ່ນ​ກໍ​ໄປ​ທີ່​ເຮືອນ​ຂອງ​ມາຣີ​ແມ່​ຂອງ​ໂຢຮັນ ຜູ້​ມີ​ຊື່​ອີກ​ວ່າ ມາຣະໂກ, ທີ່​ນັ້ນ ມີ​ຫລາຍ​ຄົນ​ໄດ້​ມາ​ຮ່ວມ​ຊຸມນຸມ​ກັນ ແລະ​ພາວັນນາ​ອະທິຖານ​ຢູ່.


ຝ່າຍ​ບາຣະນາບາ​ກັບ​ໂຊໂລ ຫລັງຈາກ​ໄດ້​ເຮັດ​ສຳເລັດ​ພາລະກິດ​ຂອງ​ພວກເພິ່ນ ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ກໍໄດ້​ກັບຄືນ​ເມືອ ໂດຍ​ພາ​ໂຢຮັນ ຜູ້​ທີ່​ມີ​ຊື່​ອີກ​ວ່າ ມາຣະໂກ​ໄປ​ນຳ.


ສ່ວນ​ບາຣະນາບາ​ຢາກ​ເອົາ​ໂຢຮັນ​ມາຣະໂກ​ໄປ​ນຳ


ທັງສອງ​ເກີດ​ການ​ໂຕ້ຖຽງ​ກັນ​ຢ່າງ​ຮຸນແຮງ ຈົນ​ແຍກ​ຈາກ​ກັນ, ບາຣະນາບາ​ຈຶ່ງ​ເອົາ​ມາຣະໂກ​ລົງ​ເຮືອ​ໄປ​ສູ່​ເກາະ​ໄຊປຣັດ


ອາຣິດຕາໂຂ ຜູ້​ທີ່​ຖືກ​ຄຸກ​ຢູ່​ນຳ​ເຮົາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ດ້ວຍ, ມາຣະໂກ​ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນຳ​ແລ້ວ​ວ່າ ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ເຊັ່ນດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນ​ຮ່ວມ​ງານ​ຂອງເຮົາ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ພວກເຈົ້າ​ດ້ວຍ.


ຈາກ ຜູ້ປົກຄອງ ເຖິງ ທ່ານ​ສຸພາບ​ສະຕຼີ​ທີ່​ຊົງ​ເລືອກ​ໄວ້ ແລະ ພວກ​ລູກ​ຂອງ​ນາງ ຜູ້​ທີ່​ເຮົາ​ຮັກ​ຢ່າງ​ແທ້ຈິງ ບໍ່ແມ່ນ​ເຮົາ​ພຽງ​ຄົນ​ດຽວ ແຕ່​ທຸກຄົນ​ທີ່​ຮູ້​ຄວາມຈິງ​ກໍ​ຮັກ​ເໝືອນກັນ,


ບັນດາ​ລູກ​ຂອງ​ນ້ອງສາວ​ຂອງ​ເຈົ້າ​ທີ່​ຊົງ​ເລືອກ​ໄວ້ ນັ້ນ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຫາ​ພວກເຈົ້າ​ດ້ວຍ.


ທີ່​ໜ້າຜາກ​ມີ​ຊື່​ຂຽນ​ໄວ້​ເປັນ​ຄວາມ​ເລິກລັບ​ວ່າ, “ບາບີໂລນ​ມະຫາ​ນະຄອນ ແມ່​ຂອງ​ໂສເພນີ​ທັງຫລາຍ ແລະ​ແມ່​ຂອງ​ສິ່ງ​ທັງປວງ​ທີ່​ໜ້າກຽດ​ໜ້າຊັງ​ໃນ​ແຜ່ນດິນ​ໂລກ.”


ເທວະດາ​ນັ້ນ​ໄດ້​ຮ້ອງ​ປະກາດ​ສຽງ​ແຮງ​ກ້າ​ຂຶ້ນ​ວ່າ, “ບາບີໂລນ​ມະຫາ​ນະຄອນ​ຫຼົ້ມຈົມ​ແລ້ວ ຫຼົ້ມຈົມ​ເສຍ​ແລ້ວ ມັນ​ກາຍເປັນ​ບ່ອນ​ອາໄສ​ຂອງ​ພວກ​ຜີມານຮ້າຍ ເປັນ​ບ່ອນ​ລີ້ຊ່ອນ​ຂອງ​ວິນຍານ​ຊົ່ວຮ້າຍ​ທຸກຢ່າງ ແລະ​ເປັນ​ຄອນ​ນົກ​ບໍ່​ສະອາດ​ແລະ​ໜ້າກຽດ​ໜ້າຊັງ​ທຸກ​ຊະນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka