1 ເປໂຕ 5:12 - ພຣະຄຳພີສັກສິ12 ເຮົາໄດ້ຂຽນຈົດໝາຍສັ້ນໆສະບັບນີ້ ດ້ວຍຄວາມຊ່ວຍເຫລືອຂອງຊີລາ ຜູ້ທີ່ເຮົາຖືວ່າເປັນພີ່ນ້ອງຜູ້ສັດຊື່ຄົນໜຶ່ງ ເຮົາຢາກໜູນນໍ້າໃຈພວກເຈົ້າ ແລະເປັນພະຍານແກ່ພວກເຈົ້າວ່າ ພຣະຄຸນນີ້ເປັນພຣະຄຸນອັນແທ້ຈິງຂອງພຣະເຈົ້າ, ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະຄຸນນັ້ນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່12 ດ້ວຍຄວາມຊ່ວຍເຫລືອຂອງຊີລາ ຜູ້ທີ່ເຮົາຖືວ່າເປັນພີ່ນ້ອງທີ່ສັດຊື່ ເຮົາຈຶ່ງໄດ້ຂຽນມາຫາພວກເຈົ້າໂດຍຫຍໍ້ເພື່ອໜູນໃຈພວກເຈົ້າ ແລະ ເປັນພະຍານວ່ານີ້ແມ່ນພຣະຄຸນທີ່ແທ້ຈິງຂອງພຣະເຈົ້າ. ຈົ່ງຕັ້ງໝັ້ນຄົງຢູ່ໃນພຣະຄຸນນີ້. Uka jalj uñjjattʼäta |
ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາອົດສາພະຍາຍາມຢ່າງສຸດຄວາມສາມາດ ເພື່ອຂຽນຈົດໝາຍມາເຖິງພວກເຈົ້າ ກ່ຽວກັບເລື່ອງຄວາມພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ເມື່ອເຮົາເຫັນມີຄວາມຈຳເປັນທີ່ຈະຕ້ອງຂຽນມາເຕືອນສະຕິພວກເຈົ້າ ໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.