1 ເປໂຕ 5:10 - ພຣະຄຳພີສັກສິ10 ແລະເມື່ອເຈົ້າທັງຫລາຍໄດ້ທົນທຸກຢູ່ຊົ່ວຂະນະໜຶ່ງແລ້ວ ພຣະເຈົ້າຜູ້ຊົງພຣະຄຸນທັງໝົດ ຜູ້ໄດ້ຊົງເອີ້ນພວກເຈົ້າໃຫ້ເຂົ້າໃນສະຫງ່າຣາສີອັນຕະຫລອດໄປໃນພຣະຄຣິດ ພຣະອົງເອງຈະຊົງໂຜດແປງໃຈພວກເຈົ້າ ໃຫ້ຕັ້ງຂຶ້ນໃໝ່ແລະຕັ້ງໝັ້ນຄົງຢູ່ ໃຫ້ມີກຳລັງຂຶ້ນແລະຊົງບັນດານໃຫ້ມີຮາກອັນແໜ້ນໜາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ແລະ ຫລັງຈາກພວກເຈົ້າທົນທຸກຢູ່ຊົ່ວຂະນະໜຶ່ງແລ້ວ ພຣະເຈົ້າແຫ່ງພຣະຄຸນທັງໝົດ ຜູ້ໄດ້ເອີ້ນພວກເຈົ້າມາສູ່ສະຫງ່າລາສີອັນນິລັນດອນຂອງພຣະອົງໃນພຣະຄຣິດເຈົ້າ ພຣະອົງເອງຈະຟື້ນຟູພວກເຈົ້າຄືນໃໝ່ ແລະ ໃຫ້ພວກເຈົ້າເຂັ້ມແຂງ, ໜັກແໜ້ນ ແລະ ໝັ້ນຄົງ. Uka jalj uñjjattʼäta |
ເຮົາຈະເຮັດໃຫ້ປະຊາຊົນຢູດາເຂັ້ມແຂງ ເຮົາຈະຊ່ວຍປະຊາຊົນອິດສະຣາເອນໃຫ້ພົ້ນ. ເຮົາຈະມີຄວາມເມດຕາແກ່ພວກເຂົາ ແລະນຳພວກເຂົາທຸກຄົນກັບມາບ້ານ. ພວກເຂົາຈະເປັນຄືກັບວ່າເຮົາບໍ່ເຄີຍປະຖິ້ມພວກເຂົາເລີຍ ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ; ເຮົາຈະຕອບຄຳພາວັນນາອະທິຖານ ທຸກໆປະການຂອງພວກເຂົາເຈົ້າ.
ແລະ ເພື່ອພຣະປະສົງໃນການຊົງເລືອກຜູ້ໜຶ່ງໄວ້ນັ້ນຈະຕັ້ງໝັ້ນຢູ່ ພຣະອົງຈຶ່ງຊົງກ່າວແກ່ນາງວ່າ, “ອ້າຍຈະຮັບໃຊ້ນ້ອງ” ພຣະອົງຊົງກ່າວໄວ້ດັ່ງນັ້ນ ເມື່ອລູກທັງສອງນັ້ນຍັງບໍ່ທັນເກີດມາ ທັງບໍ່ໄດ້ເຮັດການດີ ຫລືຊົ່ວ, ເພື່ອການຊົງເລືອກນັ້ນ ບໍ່ໄດ້ເປັນໄປຕາມການປະຕິບັດ, ແຕ່ເປັນໄປຕາມທີ່ພຣະອົງຊົງເອີ້ນ.
ຖ້າຜູ້ໃດກ່າວ ກໍໃຫ້ເໝືອນຜູ້ກ່າວພຣະທຳຂອງພຣະເຈົ້າ, ຖ້າຜູ້ໃດເປັນຜູ້ບໍລິການຮັບໃຊ້ ກໍໃຫ້ບໍລິການຮັບໃຊ້ ເໝືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໃນການທັງປວງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.