1 ເປໂຕ 5:1 - ພຣະຄຳພີສັກສິ1 ເຫດສະນັ້ນ ຂ້າພະເຈົ້າໃນຖານະທີ່ເປັນເຖົ້າແກ່ຄົນໜຶ່ງ ຜູ້ເປັນພະຍານເຖິງຄວາມທົນທຸກຂອງພຣະຄຣິດ ແລະມີສ່ວນໃນສະຫງ່າຣາສີ ທີ່ຈະມາປາກົດພາຍຫຼັງ ຈຶ່ງຂໍເຕືອນພວກເຖົ້າແກ່ໃນທ່າມກາງພວກເຈົ້າວ່າ, Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ເຖິງພວກຜູ້ອາວຸໂສໃນທ່າມກາງພວກເຈົ້າທັງຫລາຍ, ເຮົາຂໍຮ້ອງພວກເຈົ້າໃນຖານະທີ່ເປັນຜູ້ອາວຸໂສດ້ວຍກັນ ແລະ ເປັນພະຍານຄົນໜຶ່ງໃນເລື່ອງຄວາມທຸກທໍລະມານຂອງພຣະຄຣິດເຈົ້າ ແລະ ເປັນຜູ້ໜຶ່ງທີ່ຈະຮ່ວມໃນສະຫງ່າລາສີທີ່ຈະມາປາກົດນັ້ນວ່າ: Uka jalj uñjjattʼäta |
ກໍຊົງສຳແດງໃຫ້ພວກຜູ້ທຳນວາຍນັ້ນຮູ້ວ່າ ທີ່ທ່ານເຫຼົ່ານັ້ນໄດ້ປະຕິບັດໃນເຫດການທັງປວງນັ້ນ ບໍ່ແມ່ນສຳລັບພວກເພິ່ນເອງ ແຕ່ສຳລັບເຈົ້າທັງຫລາຍ. ບັດນີ້ ຄົນເຫຼົ່ານັ້ນທີ່ປະກາດຂ່າວປະເສີດແກ່ເຈົ້າທັງຫລາຍ ໄດ້ກ່າວສິ່ງເຫຼົ່ານັ້ນແກ່ພວກເຈົ້າແລ້ວ ໂດຍພຣະວິນຍານບໍຣິສຸດເຈົ້າ ຜູ້ຊົງຮັບໃຊ້ມາຈາກສະຫວັນ. ເຫດການເຫຼົ່ານີ້ ເປັນສິ່ງຊຶ່ງພວກເທວະດາປາຖະໜາຈະພິຈາລະນາເບິ່ງ.