1 ເປໂຕ 4:3 - ພຣະຄຳພີສັກສິ3 ດ້ວຍວ່າ, ຜ່ານມານັ້ນ ພວກເຈົ້າໄດ້ໃຊ້ເວລາດົນນານ ເຮັດໃນສິ່ງທີ່ຄົນຕ່າງຄວາມເຊື່ອມັກເຮັດ ຄືເມື່ອພວກເຈົ້າໄດ້ດຳເນີນຊີວິດຕາມຣາຄະຕັນຫາ, ໃນຄວາມປາຖະໜາອັນຊົ່ວຊ້າ, ດື່ມເຫຼົ້າເມົາສຸຣາ, ກິນລ້ຽງຢ່າງມົວເມົາ, ຮ່ວມສັງສັນກິນເຫຼົ້າຢ່າງເກີນສ່ວນ ແລະຂາບໄຫວ້ຮູບເຄົາຣົບທີ່ໜ້າລັງກຽດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ເພາະໃນອະດີດພວກເຈົ້າໄດ້ໃຊ້ເວລາຫລາຍແລ້ວໃນການເຮັດສິ່ງທີ່ຄົນບໍ່ເຊື່ອພຣະເຈົ້າເລືອກທີ່ຈະເຮັດ ຄືໄດ້ດຳເນີນຊີວິດຢູ່ໃນຄວາມຊົ່ວຊ້າ, ຕັນຫາ, ເມົາເຫລົ້າ, ຮ່ວມເພດກັນເປັນກຸ່ມ, ດື່ມເຫລົ້າຢ່າງໜັກ ແລະ ຂາບໄຫວ້ຮູບເຄົາລົບອັນໜ້າລັງກຽດ. Uka jalj uñjjattʼäta |
ເມື່ອອາສາໄດ້ຍິນຖ້ອຍຄຳທັງຫຼາຍນີ້ ແລະຄຳທຳນວາຍຂອງອາຊາຣີຢາລູກຊາຍຂອງ ໂອເດັດແລ້ວ ເພິ່ນກໍມີກຳລັງໃຈຫລາຍຂຶ້ນ. ເພິ່ນໄດ້ທຳລາຍຮູບເຄົາຣົບທັງໝົດໃນດິນແດນຢູດາຍແລະເບັນຢາມິນ ພ້ອມທັງຮູບເຄົາຣົບທັງໝົດຢູ່ໃນເມືອງຕ່າງໆທີ່ເພິ່ນຢຶດໄດ້ໃນແຖບເນີນພູເອຟຣາອິມ. ເພິ່ນຍັງໄດ້ສ້ອມແປງແທ່ນບູຊາຂອງພຣະເຈົ້າຢາເວທີ່ໄດ້ຕັ້ງຢູ່ໃນລະບຽງເດີ່ນຂອງວິຫານຂອງພຣະເຈົ້າຢາເວ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ, “ພວກຜູ້ປົກຄອງຊາດອິດສະຣາເອນເອີຍ ພວກເຈົ້າໄດ້ເຮັດບາບມາດົນນານແລ້ວ ຈົ່ງເຊົາເຮັດການຮຸນແຮງ ແລະການກົດຂີ່ຂອງພວກເຈົ້ານັ້ນສາ. ຈົ່ງເຮັດສິ່ງທີ່ຖືກຕ້ອງແລະຍຸດຕິທຳ. ຈົ່ງເຊົາຂັບໄລ່ປະຊາຊົນຂອງເຮົາ ໃຫ້ໜີຈາກດິນແດນທີ່ເປັນກຳມະສິດຂອງພວກເຂົາສາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ດ້ວຍວ່າ, ມີຄົນບໍ່ນັບຖືພຣະເຈົ້າບາງຄົນໄດ້ແອບແຝງເຂົ້າມາຢູ່ໃນທ່າມກາງພວກເຈົ້າ, ເປັນບຸກຄົນທີ່ບິດເບືອນພຣະຄຸນຂອງພຣະເຈົ້າຂອງພວກເຮົາ ເພື່ອເປັນຊ່ອງທາງໃຫ້ຕົນເຮັດຕາມກິເລດຕັນຫາ ແລະເປັນຜູ້ທີ່ປະຕິເສດພຣະເຢຊູຄຣິດເຈົ້າຜູ້ຊົງເປັນເຈົ້ານາຍ ແລະເປັນອົງພຣະເຢຊູຄຣິດເຈົ້າແຕ່ອົງດຽວຂອງພວກເຮົາ. ພຣະຄຳພີໄດ້ກຳນົດໄວ້ລ່ວງໜ້າແຕ່ດົນນານມາແລ້ວ ເຖິງການຕັດສິນລົງໂທດທີ່ພວກເຂົາຈະໄດ້ຮັບ.