Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 4:19 - ພຣະຄຳພີສັກສິ

19 ເພາະສະນັ້ນ ໃຫ້​ຄົນ​ທັງຫລາຍ​ທີ່​ທົນທຸກ​ທໍລະມານ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຈົ່ງ​ຝາກ​ຈິດ​ວິນຍານ​ຂອງຕົນ​ໄວ້​ກັບ​ພຣະອົງ ດ້ວຍ​ການ​ປະຕິບັດ​ອັນ​ດີ ຄື​ໃຫ້​ຝາກ​ໄວ້​ກັບ​ພຣະອົງ ຜູ້​ຊົງ​ສ້າງ​ຜູ້​ທ່ຽງທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ດັ່ງນັ້ນ ຜູ້​ທີ່​ທົນທຸກ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ຄວນ​ມອບ​ຕົນເອງ​ໄວ້​ກັບ​ພຣະຜູ້ສ້າງ​ຜູ້​ສັດຊື່​ຂອງ​ພວກເຂົາ ແລະ ເຮັດ​ຄວາມດີ​ຕໍ່ໄປ.

Uka jalj uñjjattʼäta Copia luraña




1 ເປໂຕ 4:19
27 Jak'a apnaqawi uñst'ayäwi  

“ຈົ່ງ​ໄປ​ທ້ອນໂຮມ​ເອົາ​ພວກ​ຢິວ​ໃນ​ນະຄອນ​ຊູຊາ; ໃຫ້​ພາກັນ​ຖືສິນ​ອົດອາຫານ ແລະ​ພາວັນນາ​ອະທິຖານ​ເພື່ອ​ຂ້ອຍ. ຢ່າ​ກິນ ຫລື​ດື່ມ​ຫຍັງ​ພາຍ​ໃນ​ສາມ​ວັນ​ສາມ​ຄືນ. ຂ້ອຍ​ກັບ​ສາວໃຊ້​ຂອງຂ້ອຍ​ກໍ​ຈະ​ປະຕິບັດ​ຢ່າງ​ດຽວກັນ. ຫລັງຈາກ​ນີ້​ຂ້ອຍ​ຈະ​ໄປ​ຫາ​ກະສັດ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ການ​ຝ່າຝືນ​ກົດໝາຍ​ກໍຕາມ. ຖ້າ​ຂ້ອຍ​ຕາຍ​ຍ້ອນ​ກະທຳ​ເຊັ່ນ​ນີ້ ຂ້ອຍ​ກໍ​ຍອມ.”


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ກະທຳ​ທຸກສິ່ງ​ຕາມ​ທີ່​ໄດ້​ສັນຍາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ຂໍ​ຈົ່ງ​ດຳເນີນ​ພຣະ​ຣາຊກິດ​ຂອງ​ພຣະອົງ​ໃຫ້​ສຳເລັດ​ຄົບຖ້ວນ​ສາ ຊຶ່ງ​ພຣະອົງ​ໄດ້​ເລີ່ມ​ດ້ວຍ​ສີມື​ຂອງ​ພຣະອົງ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ​ພຣະເຈົ້າ​ອົງ​ສັດຊື່​ເອີຍ ຂ້ານ້ອຍ​ມອບ​ຈິດວິນຍານ​ໄວ້​ໃນ​ພຣະຫັດ​ຂອງ​ພຣະອົງ ເພາະ​ພຣະອົງ​ຊົງ​ໄຖ່​ຂ້ານ້ອຍ​ແລ້ວ.


ຈົ່ງ​ມອບ​ທາງ​ຂອງ​ເຈົ້າ​ແກ່​ພຣະເຈົ້າຢາເວ ຈົ່ງ​ໄວ້ວາງໃຈ​ໃນ​ພຣະອົງ​ແລ້ວ​ພຣະອົງ​ກໍ​ຈະ​ຊ່ວຍເຫລືອ​ເຈົ້າ


ພວກເຂົາ​ຄື​ປະຊາຊົນ​ທີ່​ເຮົາ​ເລືອກ​ສຳລັບ​ເຮົາ​ເອງ ແລະ​ພວກເຂົາ​ຈະ​ຮ້ອງເພງ​ຍົກຍໍ​ເຮົາ​ທັງນັ້ນ.”


ຄື​ທຸກຄົນ​ທີ່​ຖືກເອີ້ນ​ຕາມ​ນາມຊື່​ຂອງເຮົາ ແລະ​ທີ່​ເຮົາ​ໄດ້ສ້າງ​ພວກເຂົາ​ເພື່ອ​ເຜີຍ​ສະຫງ່າຣາສີ​ຂອງ​ເຮົາ, ທີ່​ເຮົາ​ໄດ້ສ້າງ​ແລະ​ໄດ້​ກະທຳ​ໄວ້.”


ພຣະເຈົ້າ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ມາ​ອັດ​ປາກ​ສິງ​ໄວ້ ເພື່ອ​ບໍ່​ໃຫ້​ມັນ​ທຳຮ້າຍ​ຂ້ານ້ອຍ. ຂ້າແດ່​ພະຣາຊາ ພຣະເຈົ້າ​ໄດ້​ເຮັດ​ດັ່ງນີ້​ຍ້ອນ​ພຣະອົງ​ຮູ້ວ່າ ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ຫຍັງ​ແລະ​ຂ້ານ້ອຍ​ກໍ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ຕໍ່​ທ່ານ.”


ພຣະເຢຊູເຈົ້າ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ພຣະບິດາເຈົ້າ​ເອີຍ ລູກ​ຂໍ​ມອບ​ຈິດ​ວິນຍານ​ຂອງ​ລູກ ໄວ້​ໃນ​ກຳມື​ຂອງ​ພຣະອົງ.” ແລ້ວ​ພຣະອົງ​ກໍ​ຊົງ​ສິ້ນພຣະຊົນ.


ພວກເຂົາ​ພາກັນ​ສືບຕໍ່​ແກວ່ງ​ກ້ອນຫີນ​ໃສ່​ຊະເຕຟາໂນ ຂະນະທີ່​ເພິ່ນ​ກຳລັງ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ອົງ​ພຣະເຢຊູເຈົ້າ ຂໍໂຜດ​ຮັບ​ເອົາ​ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ​ເຖີດ.”


ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.


ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.


ດ້ວຍວ່າ, ພຣະເຈົ້າ​ຢາກ​ໃຫ້​ພວກເຈົ້າ​ລະງັບ​ຄວາມ​ໂງ່ງ່າວ​ຂອງ​ຄົນ ດ້ວຍ​ຄຸນຄວາມດີ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.


ເພາະວ່າ​ຖ້າ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ຊົງ​ເຫັນດີ​ໃຫ້​ພວກເຈົ້າ​ທົນທຸກ​ຍ້ອນ​ເຮັດ​ການດີ ກໍ​ດີກວ່າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ການ​ຊົ່ວ.


ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ບໍ່ໄດ້​ຍອມ​ເຊື່ອຟັງ​ພຣະເຈົ້າ ຄື​ເມື່ອ​ພຣະເຈົ້າ​ຊົງ​ສຳແດງ​ຄວາມ​ອົດທົນ​ດົນນານ. ໃນ​ສະໄໝ​ຂອງ​ໂນອາ ຂະນະທີ່​ເພິ່ນ​ກຳລັງ​ສ້າງ​ເຮືອ​ຢູ່ ໃນ​ເຮືອ​ມີ​ຄົນ​ຈຳນວນ​ໜ້ອຍ ຄື​ແປດ​ຄົນ​ທີ່​ໄດ້​ຜ່ານ​ພົ້ນ​ນໍ້າ​ຖ້ວມ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka