1 ເປໂຕ 4:17 - ພຣະຄຳພີສັກສິ17 ດ້ວຍວ່າ, ເຖິງເວລາແລ້ວທີ່ການຊົງພິພາກສາ ຈະຕ້ອງເລີ່ມຕົ້ນທີ່ຄົວວິຫານຂອງພຣະເຈົ້າ ແລະຖ້າການພິພາກສານັ້ນເລີ່ມຕົ້ນທີ່ພວກເຮົາກ່ອນ ປາຍທາງຂອງຄົນເຫຼົ່ານັ້ນ ທີ່ບໍ່ເຊື່ອຟັງຂ່າວປະເສີດເລື່ອງຂອງພຣະເຈົ້າຈະເປັນຢ່າງໃດ? Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່17 ເພາະເຖິງເວລາແລ້ວທີ່ການພິພາກສາຈະເລີ່ມຂຶ້ນທີ່ຄົວເຮືອນຂອງພຣະເຈົ້າ ແລະ ຖ້າການພິພາກສາເລີ່ມຕົ້ນທີ່ພວກເຮົາກ່ອນ ແລ້ວຜົນທີ່ຈະໄດ້ຮັບຂອງບັນດາຜູ້ທີ່ບໍ່ເຊື່ອຟັງຂ່າວປະເສີດຂອງພຣະເຈົ້າຈະເປັນຢ່າງໃດ? Uka jalj uñjjattʼäta |
ແມ່ນແຕ່ເມືອງທີ່ເຮົາໄດ້ເລືອກໄວ້ເອງ ເຮົາກໍຈະລົງມືທຳລາຍ. ສ່ວນພວກເຂົານັ້ນຄິດວ່າພວກຕົນຈະບໍ່ຖືກລົງໂທດບໍ? ບໍ່ເປັນຢ່າງນັ້ນດອກ ພວກເຂົາຈະຖືກລົງໂທດ ເພາະເຮົາຈະສົ່ງເສິກສົງຄາມ ມາສູ່ປະຊາຊົນທັງໝົດເທິງແຜ່ນດິນໂລກນີ້. ເຮົາຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.”
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”