Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 4:15 - ພຣະຄຳພີສັກສິ

15 ແຕ່​ວ່າ​ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ໄດ້​ຮັບ​ຄວາມ​ທຸກ ເພາະ​ເປັນ​ຜູ້​ຂ້າ​ຄົນ ເປັນ​ຂະໂມຍ ເປັນ​ຜູ້​ທຳຮ້າຍ ຫລື​ເປັນ​ຜູ້​ທ່ຽວ​ຫຍຸ້ງກ່ຽວ​ກັບ​ກິດທຸລະ​ຂອງ​ຄົນອື່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

15 ຖ້າ​ພວກເຈົ້າ​ທົນທຸກ ກໍ​ຢ່າ​ໄດ້​ທົນທຸກ​ໃນ​ຖານະ​ທີ່​ເປັນ​ຜູ້ຂ້າຄົນ ຫລື ເປັນ​ຄົນຂີ້ລັກ ຫລື ຄະດີ​ອາຍາ​ປະເພດ​ຕ່າງໆ ຫລື ແມ່ນ​ແຕ່​ເປັນ​ຄົນ​ມັກ​ຫຍຸ້ງ​ເລື່ອງ​ຂອງ​ຜູ້​ອື່ນ

Uka jalj uñjjattʼäta Copia luraña




1 ເປໂຕ 4:15
9 Jak'a apnaqawi uñst'ayäwi  

ລາວ​ຕ້ອງ​ໃຊ້​ຄືນ​ສິ່ງ​ທີ່​ຕົນ​ໄດ້​ລັກ​ນັ້ນ. ຖ້າ​ລາວ​ບໍ່ມີ​ເງິນ​ຊົດໃຊ້​ຄືນ ລາວ​ຈະ​ຕ້ອງ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້​ໃຫ້​ກຸ້ມ​ຄ່າ​ເສຍຫາຍ​ທີ່​ຕົນ​ໄດ້​ລັກ​ນັ້ນ. ຖ້າ​ສັດ​ຖືກ​ລັກ​ໄປ​ນັ້ນ​ເປັນ​ງົວ, ລໍ ຫລື​ແກະ​ທີ່​ຍັງ​ມີ​ຊີວິດ ແລະ​ຢູ່​ໃນ​ຄວາມ​ຄອບຄອງ​ຂອງຕົນ; ລາວ​ຕ້ອງ​ໃຊ້​ຄືນ​ສັດ​ສອງ​ໂຕ​ແທນ​ສັດ​ໂຕໜຶ່ງ. ຖ້າ​ຄົນ​ຂີ້ລັກ​ຖືກ​ຈັບ​ໄດ້​ແລະ​ຖືກ​ຂ້າ​ຕາຍ ໃນ​ຂະນະທີ່​ບຸກ​ເຂົ້າ​ໄປ​ໃນ​ເຮືອນ​ຕອນ​ກາງຄືນ ຜູ້​ທີ່​ຂ້າ​ນັ້ນ​ບໍ່ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ, ແຕ່​ຖ້າ​ເຫດການ​ເກີດຂຶ້ນ​ໃນ​ຕອນ​ກາງເວັນ ລາວ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ.


“ເມື່ອ​ຄົນ​ກ່າວ​ນິນທາ​ແລະ​ຂົ່ມເຫັງ​ເຈົ້າ​ທັງຫລາຍ ແລະ​ເວົ້າ​ຄວາມຊົ່ວ​ອັນ​ບໍ່​ຈິງ​ທຸກຢ່າງ​ຕໍ່ສູ້​ເຈົ້າ​ທັງຫລາຍ ເພາະ​ເຫັນ​ແກ່​ເຮົາ ພວກເຈົ້າ​ກໍ​ເປັນ​ສຸກ.


ຈົ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ໃຊ້​ຊີວິດ​ຢູ່​ຢ່າງ​ສະຫງົບສຸກ ທີ່​ຈະ​ເອົາໃຈໃສ່​ຕໍ່​ກິດທຸລະ​ຂອງ​ຕົນເອງ ແລະ​ທີ່​ຈະ​ທຳມາ​ຫາກິນ​ລ້ຽງ​ຊີບ​ດ້ວຍ​ມື​ຂອງ​ຕົນເອງ ຕາມ​ທີ່​ພວກເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ.


ພວກເຮົາ​ກ່າວ​ເຊັ່ນນີ້ ເພາະ​ພວກເຮົາ​ໄດ້ຍິນ​ວ່າ ມີ​ບາງຄົນ​ໃນ​ພວກເຈົ້າ​ດຳເນີນ​ຊີວິດ​ຢ່າງ​ກຽດຄ້ານ ແລະ​ບໍ່​ເຮັດ​ວຽກ​ເຮັດ​ການ​ຫຍັງ ມີ​ແຕ່​ທ່ຽວ​ຫາ​ຫຍຸ້ງກ່ຽວ​ກັບ​ກິດ​ທຸລະ​ຂອງ​ຄົນອື່ນ.


ນອກ​ນັ້ນ​ພວກເຂົາ​ຍັງ​ເປັນ​ຄົນ​ມັກ​ຢູ່​ລ້າ ທຽວ​ຂຶ້ນ​ເຮືອນນັ້ນ​ເຮືອນນີ້ ຍິ່ງ​ຮ້າຍ​ກວ່າ​ນັ້ນ ພວກເຂົາ​ມັກ​ເວົ້າຂວັນ​ນິນທາ ມັກ​ຫຍຸ້ງກ່ຽວ​ຢູ່​ກັບ​ກິດທຸລະ​ຂອງ​ຄົນອື່ນ ແລະ​ມັກ​ເວົ້າ​ແຕ່​ສິ່ງ​ທີ່​ບໍ່​ສົມຄວນ.


ເພາະ​ຂ່າວປະເສີດ​ນີ້ ເຮົາ​ຈຶ່ງ​ທົນທຸກ ແລະ​ຖືກ​ຜູກມັດ​ດັ່ງ​ຜູ້ຮ້າຍ ແຕ່​ພຣະທຳ​ຂອງ​ພຣະເຈົ້າ​ນັ້ນ ບໍ່ມີ​ຜູ້ໃດ​ຜູກມັດ​ໄວ້​ໄດ້.


ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ເປັນ​ສຸກ. ຢ່າ​ຢ້ານກົວ​ຕໍ່​ຜູ້​ທີ່​ເຮັດ​ໃຫ້​ເຈົ້າ​ສະດຸ້ງ​ຕົກໃຈ ແລະ​ຢ່າ​ວິຕົກ​ກັງວົນ​ໃຈ​ເລີຍ.


ເພາະວ່າ​ຖ້າ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ຊົງ​ເຫັນດີ​ໃຫ້​ພວກເຈົ້າ​ທົນທຸກ​ຍ້ອນ​ເຮັດ​ການດີ ກໍ​ດີກວ່າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ການ​ຊົ່ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka