Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 4:12 - ພຣະຄຳພີສັກສິ

12 ພວກ​ທີ່ຮັກ​ເອີຍ, ຢ່າ​ປະຫລາດ​ໃຈ​ທີ່​ພວກເຈົ້າ​ໄດ້​ຮັບ​ຄວາມ​ທຸກຮ້ອນ​ຢ່າງ​ແສນ​ສາຫັດ​ເປັນ​ການ​ລອງໃຈ ເໝືອນ​ກັບ​ວ່າ​ເປັນ​ເຫດ​ອັນ​ແປກ​ປະຫລາດ​ເກີດຂຶ້ນ​ກັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຢ່າ​ປະຫລາດໃຈ​ກັບ​ການທົດລອງ​ອັນ​ເຈັບປວດ​ທີ່​ພວກເຈົ້າ​ປະເຊີນ​ຢູ່​ເໝືອນ​ກັບ​ວ່າ​ມີ​ສິ່ງ​ແປກປະຫລາດ​ເກີດ​ຂຶ້ນ​ກັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ເປໂຕ 4:12
11 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ເຫັນ​ຄົນ​ຍາກຈົນ​ໃນ​ເມືອງ​ຖືກ​ຂົ່ມເຫັງ ທັງ​ຄວາມ​ຍຸດຕິທຳ ແລະ​ຄວາມ​ທ່ຽງທຳ​ເອົາ​ໄປ​ເສຍ​ຈາກ​ພວກເຂົາ ຢ່າ​ປະຫລາດ​ໃຈ​ເລີຍ. ດ້ວຍວ່າ, ຍັງ​ມີ​ນາຍ​ເໜືອ​ພວກເຂົາ​ຄອຍ​ຈັບຕາ​ເບິ່ງ​ພວກເຂົາ​ຢູ່ ແລະ​ຜູ້​ເປັນ​ນາຍເໜືອ​ພວກເຂົາ​ນັ້ນ ກໍ​ຍັງ​ມີ​ນາຍ​ຊັ້ນ​ຜູ້ໃຫຍ່​ກວ່າ​ອີກ​ຈັບຕາ​ເບິ່ງ​ພວກເຂົາ.


ພຣະເຈົ້າຢາເວ​ຈະ​ຕໍ່ສູ້ ດັ່ງ​ທີ່​ພຣະອົງ​ໄດ້​ຕໍ່ສູ້​ທີ່​ພູ​ເປຣາຊີມ ແລະ​ຢູ່​ໃນ​ຮ່ອມພູ​ກີເບໂອນ​ເພື່ອ​ເຮັດ​ໃນ​ສິ່ງ​ທີ່​ພຣະອົງ​ຢາກ​ເຮັດ; ການ​ກະທຳ​ຂອງ​ພຣະອົງ​ເບິ່ງ​ແລ້ວ​ເປັນ​ການ​ແປກ​ປະຫລາດ​ແທ້ ພຣະອົງ​ຈະ​ເຮັດ​ພາລະກິດ​ຂອງ​ພຣະອົງ​ໃຫ້​ຄົບຖ້ວນ ຄື​ພາລະກິດ​ທີ່​ລຶກລັບ​ຂອງ​ພຣະອົງ.


ຜູ້ນຳ​ທີ່​ມີ​ປັນຍາ​ເຫຼົ່ານີ້​ບາງຄົນ​ຈະ​ຖືກ​ຂ້າ, ແຕ່​ຜົນ​ທີ່​ຕາມ​ມາ​ນັ້ນ ກໍ​ເພື່ອ​ປະຊາຊົນ​ຈະ​ໄດ້​ຖືກ​ຊຳລະ​ລ້າງ​ໃຫ້​ບໍຣິສຸດ. ການ​ນີ້​ຈະ​ມີ​ສືບ​ຕໍ່ໄປ ຈົນເຖິງ​ເວລາ​ແຫ່ງ​ການ​ສິ້ນສຸດ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ໄວ້.


ບໍ່ມີ​ການ​ທົດລອງ​ອັນ​ໃດ​ເກີດຂຶ້ນ​ກັບ​ເຈົ້າ​ທັງຫລາຍ ນອກຈາກ​ການ​ທົດລອງ​ທີ່​ເຄີຍ​ເກີດຂຶ້ນ​ກັບ​ມະນຸດ​ທົ່ວ​ໄປ ພຣະເຈົ້າ​ຊົງ​ທ່ຽງທຳ ພຣະອົງ​ຈະ​ບໍ່​ຊົງ​ຍອມ​ໃຫ້​ພວກເຈົ້າ​ຖືກ​ທົດລອງ ເກີນ​ກວ່າ​ທີ່​ເຈົ້າ​ຈະ​ທົນ​ໄດ້ ແລະ​ເມື່ອ​ຊົງ​ທົດລອງ​ເຈົ້າ​ນັ້ນ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ເຈົ້າ​ມີ​ທາງ​ຫລີກ​ໜີ​ໄປ​ໄດ້​ດ້ວຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ທົນ​ໄດ້.


ການງານ​ຂອງ​ແຕ່ລະຄົນ ກໍ​ຈະ​ປາກົດ​ໃຫ້​ເຫັນ​ແຈ່ມແຈ້ງ​ໃນ​ວັນ​ນັ້ນ. ດ້ວຍວ່າ, ໃນ​ວັນ​ນັ້ນ ໄຟ​ຈະ​ເປີດເຜີຍ​ການງານ​ຂອງ​ທຸກຄົນ ໄຟ​ນັ້ນ​ຈະ​ທົດລອງ​ເບິ່ງ​ວ່າ ການງານ​ຂອງ​ທຸກຄົນ​ເປັນ​ຢ່າງ​ໃດ.


ແທ້ຈິງ ບັນດາ​ຄົນ​ທີ່​ປາຖະໜາ​ຈະ​ດຳເນີນ​ຊີວິດ​ຄຣິສຕຽນ ເປັນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ ກໍ​ຈະ​ຖືກ​ກົດຂີ່​ຂົ່ມເຫັງ,


ເຈົ້າ​ທັງຫລາຍ​ທີ່ຮັກ​ເອີຍ ຂ້າພະເຈົ້າ​ຂໍ​ເຕືອນ​ສະຕິ​ພວກເຈົ້າ ເໝືອນ​ເປັນ​ຄົນຕ່າງຊາດ​ທີ່​ທ່ອງທ່ຽວ​ໃນ​ໂລກນີ້ ໃຫ້​ງົດເວັ້ນ​ຈາກ​ຕັນຫາ​ແນວ​ມະນຸດ ຊຶ່ງ​ທຳ​ການ​ຕໍ່ສູ້​ຈິດ​ວິນຍານ.


ໃນ​ເລື່ອງ​ນີ້ ພວກເຂົາ​ກໍ​ປະຫລາດ​ໃຈ​ທີ່​ພວກເຈົ້າ​ບໍ່​ຍອມ​ແລ່ນ​ໄປ​ເຂົ້າສ່ວນ​ກັບ​ພວກເຂົາ ໃນ​ການ​ຊົ່ວຮ້າຍ​ອັນ​ເຫລືອລົ້ນ​ເໝືອນ​ຢ່າງ​ພວກເຂົາ ແລະ​ພວກເຂົາ​ກໍ​ກ່າວ​ຄຳ​ນິນທາ​ໃສ່​ພວກເຈົ້າ.


ຈົ່ງ​ຕໍ່ສູ້​ກັບ​ສັດຕູ​ນັ້ນ​ດ້ວຍ​ໃຈ​ໝັ້ນຄົງ​ໃນ​ຄວາມເຊື່ອ ໂດຍ​ຮູ້​ແລ້ວ​ວ່າ​ພີ່ນ້ອງ​ຂອງ​ພວກເຈົ້າ​ທົ່ວ​ໂລກ ກໍ​ປະສົບ​ກັບ​ຄວາມ​ທຸກ​ລຳບາກ​ຢ່າງ​ດຽວກັນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka