1 ເປໂຕ 4:11 - ພຣະຄຳພີສັກສິ11 ຖ້າຜູ້ໃດກ່າວ ກໍໃຫ້ເໝືອນຜູ້ກ່າວພຣະທຳຂອງພຣະເຈົ້າ, ຖ້າຜູ້ໃດເປັນຜູ້ບໍລິການຮັບໃຊ້ ກໍໃຫ້ບໍລິການຮັບໃຊ້ ເໝືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໃນການທັງປວງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່11 ຖ້າຜູ້ໃດຈະກ່າວ, ພວກເຂົາກໍຄວນເຮັດເໝືອນເປັນຜູ້ກ່າວພຣະຄຳຂອງພຣະເຈົ້າ. ຖ້າຜູ້ໃດຈະຮັບໃຊ້, ພວກເຂົາກໍຄວນເຮັດດ້ວຍກຳລັງທີ່ພຣະເຈົ້າໃຫ້, ເພື່ອວ່າພຣະເຈົ້າຈະໄດ້ຮັບການສັນລະເສີນໃນທຸກສິ່ງໂດຍຜ່ານທາງພຣະເຢຊູຄຣິດເຈົ້າ. ຂໍໃຫ້ສະຫງ່າລາສີ ແລະ ລິດອຳນາດຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ. Uka jalj uñjjattʼäta |
ເມື່ອກຳນົດເຈັດປີໄດ້ຜ່ານພົ້ນໄປແລ້ວ ກະສັດຈຶ່ງກ່າວວ່າ, “ເຮົາໄດ້ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລ້ວຈິດໃຈຂອງເຮົາກໍກາຍເປັນປົກກະຕິ ເຮົາຈຶ່ງສັນລະເສີນພຣະເຈົ້າອົງສູງສຸດ ທັງຖວາຍກຽດຕິຍົດ ແລະສະຫງ່າຣາສີແກ່ພຣະອົງຜູ້ຊົງເປັນຢູ່ຕະຫລອດໄປ. ພຣະເຈົ້າຈະປົກຄອງຕະຫລອດໄປ ອານາຈັກຂອງພຣະອົງຈະດຳລົງຢູ່ເປັນນິດ.