Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:8 - ພຣະຄຳພີສັກສິ

8 ໃນ​ທີ່ສຸດ​ນີ້ ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ, ຈົ່ງ​ເຫັນອົກ​ເຫັນໃຈ​ກັນ, ຈົ່ງ​ຮັກ​ກັນ​ເໝືອນ​ພີ່ນ້ອງ​ຮ່ວມ​ທ້ອງ, ຈົ່ງ​ມີ​ຈິດໃຈ​ເມດຕາ ແລະ​ອ່ອນນ້ອມ​ຖ່ອມຕົວ​ລົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ສຸດທ້າຍ​ນີ້, ພວກເຈົ້າ​ທັງຫລາຍ​ຈົ່ງ​ເປັນ​ນ້ຳໜຶ່ງໃຈດຽວກັນ, ຈົ່ງ​ເຫັນອົກເຫັນໃຈກັນ, ຈົ່ງ​ຮັກເຊິ່ງກັນແລະກັນ, ຈົ່ງ​ມີ​ໃຈອ່ອນນ້ອມ ແລະ ຖ່ອມໂຕ.

Uka jalj uñjjattʼäta Copia luraña




1 ເປໂຕ 3:8
32 Jak'a apnaqawi uñst'ayäwi  

ພໍ່​ເມດຕາ​ກະລຸນາ​ລູກໆ​ຫລາຍ​ເທົ່າໃດ ພຣະເຈົ້າຢາເວ​ກໍ​ເມດຕາ​ຜູ້​ທີ່​ຢຳເກງ​ພຣະອົງ​ຫລາຍ​ເທົ່ານັ້ນ.


ເປັນ​ຄົນ​ຮັ່ງມີ​ຍ້ອນ​ໂກງ​ດອກເບ້ຍ​ແລະ​ເອົາ​ປຽບ​ຄົນອື່ນ ຊັບສົມບັດ​ຂອງຕົນ​ກໍ​ຈະ​ຖືກ​ເອົາ​ໄປ​ໃຫ້​ຄົນ​ໃຈ​ບຸນ​ທີ່​ເຮັດ​ດີ​ຕໍ່​ຄົນທຸກ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ດົນນານ​ມາ​ແລ້ວ ເຮົາ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້​ແກ່​ປະຊາຊົນ​ຂອງເຮົາ ດັ່ງນີ້: ‘ພວກເຈົ້າ​ຕ້ອງ​ໃຫ້​ຄວາມ​ຍຸດຕິທຳ​ເກີດ​ມີ​ຂຶ້ນ ແລະ​ຕ້ອງ​ສະແດງ​ຄວາມ​ເມດຕາປານີ​ຕໍ່​ກັນແລະກັນ.


ເຈົ້າ​ຄວນ​ຈະ​ສົງສານ​ເພື່ອນ​ຜູ້ຮັບໃຊ້​ດ້ວຍ​ກັນ ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ສົງສານ​ເຈົ້າ​ບໍ່ແມ່ນ​ບໍ?’


ແຕ່​ມີ​ໄທ​ຊາມາເຣຍ​ຄົນ​ໜຶ່ງ ທີ່​ເດີນທາງ​ມາ​ພໍ້​ຊາຍ​ຄົນ​ນີ້ ແລະ​ເມື່ອ​ເຫັນ​ລາວ​ແລ້ວ ກໍ​ມີ​ໃຈ​ເມດຕາ​ສົງສານ.


ເມື່ອ​ເຖິງ​ວັນ​ເພັນເຕຄໍສະເຕ ບັນດາ​ພີ່ນ້ອງ​ຜູ້​ທີ່​ເຊື່ອ​ທັງໝົດ​ໃນ​ທີ່ນັ້ນ ກໍ​ມາ​ເຕົ້າໂຮມ​ກັນ​ຢູ່​ບ່ອນ​ດຽວ.


ວັນ​ຕໍ່ມາ ພວກເຮົາ​ໄດ້​ມາ​ເຖິງ​ເມືອງ​ຊີໂດນ, ຢູລີໂອ​ໄດ້​ມີ​ໃຈ​ເມດຕາ​ຕໍ່​ໂປໂລ ຈຶ່ງ​ອະນຸຍາດ​ໃຫ້​ໂປໂລ​ໄປ​ຫາ​ໝູ່ເພື່ອນ​ໄດ້ ເພື່ອ​ຮັບ​ເອົາ​ເຄື່ອງຂອງ​ທີ່​ຕົນ​ຈຳເປັນ​ໃຊ້.


ຢູ່​ໃກ້​ບ່ອນ​ນັ້ນ​ມີ​ທີ່ດິນ ຊຶ່ງ​ເປັນ​ຂອງ​ປົບລີໂອ​ຫົວໜ້າ​ຊາວ​ພື້ນເມືອງ​ໃນ​ເກາະ​ນີ້, ທ່ານ​ຜູ້​ນີ້​ໄດ້​ຕ້ອນຮັບ​ພວກເຮົາ​ເປັນ​ຢ່າງດີ ແລະ​ໄດ້​ຮັບ​ພວກເຮົາ​ໄວ້​ເປັນ​ແຂກ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ວັນ.


ຄົນ​ທັງຫລາຍ​ທີ່​ເຊື່ອ​ນັ້ນ ກໍ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ແລະ​ບໍ່ມີ​ຜູ້ໃດ​ຈັກ​ຄົນ ອ້າງ​ວ່າ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ, ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງໝົດ​ເປັນ​ຂອງ​ກາງ.


ຈົ່ງ​ຮັກ​ຊຶ່ງກັນແລະກັນ​ເໝືອນ​ສັນ​ພີ່ນ້ອງ ສ່ວນ​ການ​ໃຫ້ກຽດ​ຊຶ່ງກັນແລະກັນ​ນັ້ນ ຈົ່ງ​ຖື​ວ່າ​ຜູ້ອື່ນ​ດີກວ່າ​ຕົນ.


ຂໍ​ພຣະເຈົ້າ​ແຫ່ງ​ຄວາມ​ອົດທົນ ແລະ​ຄວາມ​ຊູໃຈ​ໂຜດ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ນໍ້າໜຶ່ງ​ໃຈດຽວ​ກັນ ຕາມ​ຢ່າງ​ພຣະເຢຊູ​ຄຣິດເຈົ້າ,


ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ສິດ​ອຳນາດ​ຂອງ​ພຣະນາມ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ເຮົາ​ຂໍຮ້ອງ​ພວກເຈົ້າ​ທຸກຄົນ ໃຫ້​ພວກເຈົ້າ​ກ່າວ​ຄວາມ​ດຽວ​ກັນ ແລະ​ບໍ່ໃຫ້​ຖືພັກ​ຖືພວກ ແຕ່​ຈົ່ງ​ຮ່ວມ​ເຂົ້າກັນ​ເປັນ​ນໍ້າໜຶ່ງ​ໃຈດຽວ ແລະ​ມີ​ຈຸດປະສົງ​ຢ່າງ​ດຽວກັນ.


ຖ້າ​ອະໄວຍະວະ​ອັນ​ໜຶ່ງ​ເຈັບ ອະໄວຍະວະ​ທັງໝົດ​ກໍ​ເຈັບ​ດ້ວຍກັນ ຖ້າ​ອະໄວຍະວະ​ອັນ​ໜຶ່ງ​ໄດ້​ຮັບ​ກຽດ ອະໄວຍະວະ​ທັງໝົດ​ກໍ​ຊົມຊື່ນ​ຍິນດີ​ດ້ວຍ​ກັນ.


ຄື: ຈົ່ງ​ມີ​ໃຈ​ຖ່ອມລົງ​ທຸກຢ່າງ ແລະ​ໃຈ​ອ່ອນສຸພາບ ດ້ວຍ​ຄວາມ​ພຽນ​ອົດທົນ ແລະ​ຜ່ອນໜັກ​ຜ່ອນເບົາ ຊຶ່ງ​ກັນແລະກັນ​ດ້ວຍ​ຄວາມຮັກ.


ສ່ວນ​ໃຈ​ຂົມຂື່ນ, ໃຈ​ໂມໂຫ​ໂທໂສ, ໃຈ​ຄຽດຮ້າຍ​ນັ້ນ ຢ່າ​ສູ່​ໃຫ້​ຢູ່​ໃກ້​ພວກເຈົ້າ ການ​ອຶກກະທຶກ​ຜິດຖຽງ​ກັນ ແລະ​ການ​ກ່າວ​ສຽດສີ​ກັນ​ກໍ​ຢ່າ​ໃຫ້​ມີ ຈົ່ງ​ຫລີກເວັ້ນ​ຈາກ​ການ​ປອງຮ້າຍ​ທຸກ​ຮູບແບບ.


ແຕ່​ຈົ່ງ​ມີ​ໃຈ​ເມດຕາ​ແລະ​ເອັນດູ​ຕໍ່​ກັນ ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄຣິດ​ນັ້ນ.


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ຖ້າ​ພວກເຮົາ​ເຖິງ​ຂັ້ນ​ໃດ​ແລ້ວ ກໍ​ໃຫ້​ພວກເຮົາ​ດຳເນີນ​ຊື່​ໄປ​ຕາມ​ນັ້ນ.


ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.


ຈົ່ງ​ໃຫ້​ຄວາມຮັກ​ຢ່າງ​ພີ່ນ້ອງ ມີ​ຢູ່​ຕໍ່ກັນ​ສະເໝີ​ໄປ.


ເພາະວ່າ ໃນ​ການ​ພິພາກສາ ພຣະເຈົ້າ​ຈະ​ບໍ່​ຊົງ​ສຳແດງ​ຄວາມ​ເມດຕາ ຕໍ່​ຜູ້​ທີ່​ບໍ່ໄດ້​ສະແດງ​ຄວາມ​ເມດຕາ ສ່ວນ​ຄວາມ​ເມດຕາ ຍ່ອມ​ມີ​ໄຊຊະນະ​ເໜືອ​ການ​ພິພາກສາ.


ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.


ເບິ່ງແມ! ພວກເຮົາ​ຖື​ວ່າ​ຄົນ​ເຫຼົ່ານັ້ນ ທີ່​ມີ​ຄວາມ​ໝັ້ນໃຈ​ກໍ​ເປັນ​ສຸກ. ເຈົ້າ​ທັງຫລາຍ​ໄດ້ຍິນ​ເລື່ອງ​ຄວາມ​ໝັ້ນໃຈ​ຂອງທ່ານ​ໂຢບ ແລະ​ໄດ້​ເຫັນ​ແລ້ວ​ວ່າ​ໃນ​ທີ່ສຸດ​ປາຍ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເຕັມ​ໄປ​ດ້ວຍ​ພຣະ​ເມດຕາ​ກະລຸນາ.


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ຈົ່ງ​ໃຫ້ກຽດ​ແກ່​ທຸກໆ​ຄົນ ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວກັນ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຈົ່ງ​ເຄົາຣົບ​ນັບຖື​ຜູ້​ທີ່​ມີ​ອຳນາດ​ສູງສຸດ.


ໃນທຳນອງ​ດຽວກັນ ພວກເຈົ້າ​ຜູ້​ມີ​ອາຍຸ​ອ່ອນກວ່າ ຈົ່ງ​ນ້ອມຟັງ​ຕໍ່​ພວກ​ອາວຸໂສ. ພວກເຈົ້າ​ທຸກຄົນ ຈົ່ງ​ສວມ​ຄວາມ​ຖ່ອມໃຈ ເພື່ອ​ຮັບໃຊ້​ຊຶ່ງກັນແລະກັນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ຊົງ​ຕໍ່ສູ້​ຄົນ​ທີ່​ຈອງຫອງ ແຕ່​ຊົງ​ປະທານ​ພຣະຄຸນ​ແກ່​ຜູ້​ທີ່​ຖ່ອມໃຈ​ລົງ.”


ເອົາ​ຄວາມຮັກ​ພີ່ນ້ອງ​ເພີ່ມ​ຄວາມ​ເຫຼື້ອມໃສ​ໃນ​ພຣະເຈົ້າ ແລະ​ເອົາ​ຄວາມຮັກ​ຄົນ​ທົ່ວໄປ​ເພີ່ມ​ຄວາມຮັກ​ພີ່ນ້ອງ.


ຝ່າຍ​ເຮົາ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຍ້າຍ​ອອກ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ ກໍ​ເພາະ​ພວກເຮົາ​ຮັກ​ພີ່ນ້ອງ. ຜູ້ໃດ​ທີ່​ບໍ່​ຮັກ ຜູ້ນັ້ນ​ກໍ​ຍັງ​ຢູ່​ໃນ​ຄວາມ​ຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka