Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:7 - ພຣະຄຳພີສັກສິ

7 ເຈົ້າ​ທັງຫລາຍ​ທີ່​ເປັນ​ຜົວ​ກໍ​ເໝືອນກັນ ຈົ່ງ​ຢູ່​ກິນ​ກັບ​ເມຍ​ດ້ວຍ​ເຂົ້າໃຈ​ວ່າ ນາງ​ເປັນ​ເພດ​ທີ່​ອ່ອນແອ​ກວ່າ ຈົ່ງ​ນັບຖື​ເມຍ ເໝືອນ​ເປັນ​ຜູ້​ຮ່ວມ​ກັນ​ຮັບ​ພຣະຄຸນ​ແຫ່ງ​ຊີວິດ ເປັນ​ມໍຣະດົກ ເພື່ອ​ບໍ່​ໃຫ້​ສິ່ງໃດ​ສິ່ງໜຶ່ງ​ຂັດຂວາງ​ຄຳ​ພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ໃນ​ທຳນອງ​ດຽວ​ກັນ​ນັ້ນ ຝ່າຍ​ຜົວ​ທັງຫລາຍ​ຈົ່ງ​ຢູ່​ກັບ​ເມຍ​ຂອງ​ຕົນ​ດ້ວຍ​ຄວາມ​ເອົາໃຈໃສ່, ຈົ່ງ​ໃຫ້​ກຽດ​ເມຍ​ໃນ​ຖານະ​ເປັນ​ຜູ້​ທີ່​ອ່ອນແອ​ກວ່າ ແລະ ເປັນ​ຜູ້​ທີ່​ຈະ​ຮັບ​ຊີວິດ ເຊິ່ງ​ເປັນ​ຂອງປະທານ​ແຫ່ງ​ພຣະຄຸນ ເພື່ອ​ຈະ​ບໍ່​ມີ​ສິ່ງໃດ​ຂັດຂວາງ​ຄຳອະທິຖານ​ຂອງ​ພວກເຈົ້າ​ທັງ​ສອງ.

Uka jalj uñjjattʼäta Copia luraña




1 ເປໂຕ 3:7
20 Jak'a apnaqawi uñst'ayäwi  

ບັດນີ້ ຈົ່ງ​ເອົາ​ງົວເຖິກ​ເຈັດ​ໂຕ ແລະ​ແກະເຖິກ​ເຈັດ​ໂຕ​ໄປ​ໃຫ້​ໂຢບ ເພື່ອ​ເຜົາບູຊາ​ສຳລັບ​ຄວາມຜິດ​ຂອງ​ພວກເຈົ້າ. ໂຢບ​ຈະ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ແລະ​ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ລາວ ແລະ​ເຮົາ​ຈະ​ບໍ່​ເອົາ​ໂທດ ຕາມ​ທີ່​ພວກເຈົ້າ​ຄວນ​ໄດ້​ຮັບ. ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ​ກ່ຽວກັບ​ເຮົາ​ດັ່ງ​ທີ່​ໂຢບ​ໄດ້​ເວົ້າ.”


“ເຮົາ​ບອກ​ພວກເຈົ້າ​ອີກ​ວ່າ, ເມື່ອໃດ​ສອງ​ຄົນ​ໃນ​ພວກເຈົ້າ​ຮ່ວມ​ໃຈ​ກັນ​ຂໍ​ສິ່ງໃດ​ສິ່ງໜຶ່ງ​ເທິງ​ແຜ່ນດິນ​ໂລກ​ນີ້ ພຣະບິດາເຈົ້າ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ​ຈະ​ເຮັດ​ໃຫ້​ເປັນ​ໄປ​ຕາມ​ນັ້ນ.


ຜົວ​ຕ້ອງ​ຢູ່​ຮ່ວມ​ກັບ​ເມຍ​ຕາມ​ສົມຄວນ ແລະ​ເມຍ​ກໍ​ຄວນ​ຢູ່​ຮ່ວມ​ກັບ​ຜົວ​ເໝືອນກັນ.


ວ່າ ຄົນຕ່າງຊາດ​ນັ້ນ​ໄດ້​ເປັນ​ຜູ້​ຮັບ​ມໍຣະດົກ​ຮ່ວມ​ກັນ ເປັນ​ອະໄວຍະວະ​ຂອງ​ກາຍ​ອັນ​ດຽວກັນ ທັງ​ມີ​ສ່ວນ​ໄດ້​ຮັບ​ພຣະສັນຍາ​ໃນ​ພຣະຄຣິດເຈົ້າ​ເຢຊູ ໂດຍ​ທາງ​ຂ່າວປະເສີດ.


ແລະ​ຢ່າ​ເຮັດ​ໃຫ້​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍ​ພຣະໄທ ເພາະ​ໂດຍ​ພຣະວິນຍານ​ນັ້ນ ເຈົ້າ​ທັງຫລາຍ​ໄດ້​ຊົງ​ຖືກ​ປະທັບຕາ​ໝາຍ​ໄວ້​ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ.


ເຖິງ​ຢ່າງ​ໃດ​ກໍດີ ຜົວ​ທຸກຄົນ​ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ຮັກ​ຕົນເອງ ແລະ​ເມຍ​ທຸກຄົນ​ຈົ່ງ​ເຄົາຣົບ​ຢຳເກງ​ຜົວ​ຂອງຕົນ.


ຈົ່ງ​ພາວັນນາ​ອະທິຖານ ແລະ​ໄຫວ້ວອນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ໂດຍ​ພຣະວິນຍານ​ທຸກ​ເວລາ ແລະ​ຈົ່ງ​ເຝົ້າ​ລະວັງ​ໃນ​ການ​ນັ້ນ ດ້ວຍ​ຄວາມ​ພຽນ​ທຸກຢ່າງ ຈົ່ງ​ພາວັນນາ​ອະທິຖານ​ເພື່ອ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.


ຝ່າຍ​ຜົວ​ທັງຫລາຍ ຈົ່ງ​ຮັກ​ເມຍ​ຂອງຕົນ ແລະ​ຢ່າ​ເຮັດ​ຮຸນແຮງ​ຕໍ່​ນາງ.


ໃຫ້​ພວກເຈົ້າ​ແຕ່ລະຄົນ ຮູ້ຈັກ​ເອົາ​ເມຍ​ໃນ​ທາງ​ບໍຣິສຸດ ແລະ​ໃນ​ທາງ​ທີ່​ໜ້າ​ນັບຖື


ເພື່ອ​ວ່າ ເມື່ອ​ຊົງ​ປະກາດ​ໄວ້​ວ່າ ພວກເຮົາ​ເປັນ​ຄົນ​ຊອບທຳ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ນັ້ນ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ​ຕາມ​ຄວາມຫວັງ.


ຝູງ​ເທວະດາ​ທັງປວງ​ນັ້ນ ແມ່ນ​ວິນຍານ​ຮັບໃຊ້ ທີ່​ພຣະເຈົ້າ​ຊົງ​ໃຊ້​ມາ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດພົ້ນ​ເປັນ​ມໍຣະດົກ​ບໍ່ແມ່ນ​ບໍ?


ຝ່າຍ​ເຈົ້າ​ທັງຫລາຍ​ຜູ້​ເປັນ​ເມຍ​ກໍ​ເໝືອນກັນ ຈົ່ງ​ຍອມ​ຟັງ​ຜົວ​ຂອງຕົນ ເພື່ອ​ວ່າ​ຖ້າ​ຜົວ​ຜູ້ໃດ​ບໍ່​ເຊື່ອຟັງ​ພຣະທຳ​ຂອງ​ພຣະເຈົ້າ ການ​ປະຕິບັດ​ຂອງ​ເມຍ ກໍ​ອາດ​ຈະ​ຈູງໃຈ​ຜົວ​ໄດ້ ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ​


Jiwasaru arktasipxañani:

Anuncios ukanaka


Anuncios ukanaka