Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:6 - ພຣະຄຳພີສັກສິ

6 ເໝືອນ​ດັ່ງ​ນາງ​ຊາຣາ​ໄດ້​ຍອມ​ຟັງ​ອັບຣາຮາມ ແລະ​ເອີ້ນ​ເພິ່ນ​ວ່າ, “ນາຍ.” ຖ້າ​ພວກເຈົ້າ​ເຮັດ​ດີ ບໍ່​ຕົກໃຈ​ຢ້ານກົວ​ຕໍ່​ສິ່ງໃດ ພວກເຈົ້າ​ກໍ​ກາຍເປັນ​ລູກຫລານ​ຂອງ​ນາງ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ເໝືອນດັ່ງ​ນາງ​ຊາຣາ​ທີ່​ໄດ້​ເຊື່ອຟັງ​ອັບຣາຮາມ ແລະ ເອີ້ນ​ເພິ່ນ​ວ່າ​ນາຍ. ຖ້າ​ພວກເຈົ້າ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ແລະ ບໍ່​ຢ້ານກົວ​ຕໍ່​ສິ່ງໃດ ພວກເຈົ້າ​ກໍ​ເປັນ​ລູກຫລານ​ຂອງ​ນາງ​ແລ້ວ.

Uka jalj uñjjattʼäta Copia luraña




1 ເປໂຕ 3:6
12 Jak'a apnaqawi uñst'ayäwi  

ດັ່ງນັ້ນ ນາງ​ຈຶ່ງ​ຫົວຂວັນ​ໃນ​ໃຈ ແລະ​ເວົ້າ​ວ່າ, “ດຽວນີ້ ຂ້ອຍ​ແກ່​ເກີນ​ທີ່​ຈະ​ມີ​ລູກ​ແລ້ວ; ຂ້ອຍ​ຍັງ​ຈະ​ມີ​ຄວາມ​ຕ້ອງການ​ທາງ​ເພດ​ຢູ່​ອີກ​ບໍ? ແລະ​ນອກ​ນີ້​ອີກ ຜົວ​ຂອງຂ້ອຍ​ກໍ​ແກ່ຕົວ​ແລ້ວ​ດ້ວຍ.”


ເພາະ​ນາງ​ຊາຣາ​ຢ້ານ​ຈຶ່ງ​ປະຕິເສດ​ວ່າ, “ຂ້ານ້ອຍ​ບໍ່ໄດ້​ຫົວຂວັນ.” ພຣະອົງ​ໂຕ້ຕອບ​ວ່າ, “ເຈົ້າ​ຫົວຂວັນ.”


ຄວາມງາມ​ຂອງເຈົ້າ​ຈະ​ເຮັດ​ໃຫ້​ກະສັດ​ປາຖະໜາ ຈົ່ງ​ເຊື່ອຟັງ​ເພິ່ນ​ເພາະ​ເພິ່ນ​ເປັນ​ນາຍ​ຂອງເຈົ້າ.


ອົງພຣະ​ຜູ້​ເປັນເຈົ້າ​ຖາມ​ວ່າ, “ບັນດາ​ພະ​ເຫຼົ່ານີ້ ທີ່​ເຮັດ​ໃຫ້​ພວກເຈົ້າ​ຢ້ານ​ນັ້ນ​ເປັນ​ຜູ້ໃດ ຈຶ່ງ​ເຮັດ​ໃຫ້​ພວກເຈົ້າ​ເວົ້າ​ຕົວະ​ແລະ​ລືມໄລ​ເຮົາ​ໄປ​ຢ່າງ​ໝົດສິ້ນ? ພວກເຈົ້າ​ເຊົາ​ໃຫ້ກຽດ​ເຮົາ​ຍ້ອນ​ເຮົາ​ມິດງຽບ​ຢູ່​ຕັ້ງ​ດົນນານ​ຊັ້ນບໍ?


ແຕ່​ເປໂຕ​ກັບ​ໂຢຮັນ​ຕອບ​ພວກເຂົາ​ວ່າ, “ພວກທ່ານ​ຈົ່ງ​ພິຈາລະນາ​ເອົາ​ເອງ​ວ່າ ທີ່​ຈະ​ຟັງຄວາມ​ຂອງ​ພວກທ່ານ ຫລື​ຈະ​ຟັງຄວາມ​ຂອງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກຕ້ອງ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.


ພໍ​ຮຸ່ງ​ເຊົ້າ​ມາ ຍິງ​ຄົນ​ນີ້​ກໍ​ມາ​ລົ້ມ​ຢູ່​ທີ່​ປະຕູ​ເຮືອນ​ຂອງ​ຊາຍ​ແກ່​ຜູ້​ນີ້ ຄື​ບ່ອນ​ທີ່​ຜົວ​ຂອງຕົນ​ພັກ​ຢູ່​ນັ້ນ. ເມື່ອ​ເວລາ​ເຊົ້າ​ມາ ນາງ​ກໍ​ຍັງ​ຢູ່​ທີ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka