Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:4 - ພຣະຄຳພີສັກສິ

4 ແຕ່​ໃຫ້​ເປັນ​ການ​ປະດັບ​ທີ່​ຊ່ອນ​ໄວ້​ໃນ​ຈິດໃຈ ແຕ່ງ​ດ້ວຍ​ເຄື່ອງ​ປະດັບ​ທີ່​ບໍ່​ຮູ້​ເສື່ອມສູນ ຄື​ດ້ວຍ​ຈິດໃຈ​ອ່ອນ​ສຸພາບ​ແລະ​ສະຫງຽມ​ຄ່ຽມຄົມ ຊຶ່ງ​ເປັນ​ສິ່ງ​ທີ່​ມີ​ຄ່າ​ສູງ​ໃນ​ສາຍ​ພຣະເນດ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ແຕ່​ໃຫ້​ເປັນ​ຄວາມງາມ​ທີ່​ຢູ່​ພາຍໃນ ຄື​ຄວາມງາມ​ທີ່​ບໍ່​ເສື່ອມສູນ​ຂອງ​ຈິດໃຈ​ທີ່​ອ່ອນນ້ອມ ແລະ ສະຫງົບ ເຊິ່ງ​ມີ​ຄຸນຄ່າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຫລາຍ.

Uka jalj uñjjattʼäta Copia luraña




1 ເປໂຕ 3:4
40 Jak'a apnaqawi uñst'ayäwi  

ແຕ່​ຂ້ານ້ອຍ​ມີ​ຄວາມ​ພໍໃຈ​ແລະ​ສັນຕິສຸກ ດັ່ງ​ເດັກນ້ອຍ​ທີ່​ນອນຫລັບ​ສະບາຍ​ຫາຍ​ຮ້ອນ ໃນ​ອ້ອມກອດ​ມານດາ​ຜູ້​ເປັນ​ແມ່ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ ສະຫງົບ​ງຽບ​ຢູ່​ໃນ​ຈິດໃຈ.


ພຣະເຈົ້າຢາເວ​ຍົກ​ຜູ້​ທີ່​ຖ່ອມຕົວ ສ່ວນ​ຄົນຊົ່ວຮ້າຍ​ທັງຫລາຍ ພຣະອົງ​ຢຽບຢໍ່າ​ລົງ​ແລະ​ທຳລາຍ​ຖິ້ມ.


ພຣະເຈົ້າຢາເວ​ຊື່ນບານ​ໃຈ​ແທ້​ໃນ​ປະຊາຊົນ​ຂອງ​ພຣະອົງ ພຣະອົງ​ໃຫ້ກຽດ​ຜູ້​ທີ່​ຖ່ອມຕົວ​ໂດຍ​ໃຫ້​ເຂົາ​ໄດ້​ໄຊຊະນະ.


ພຣະອົງ​ນຳ​ຜູ້​ທີ່​ຖ່ອມຕົວ​ໄປ​ໃນ​ທາງ​ອັນ​ຊອບທຳ ແລະ​ສັ່ງສອນ​ພວກເຂົາ​ໃຫ້​ຮູ້​ເຖິງ​ພຣະປະສົງ​ດ້ວຍ.


ຊ່າງ​ງາມ​ແທ້ ຮູບຮ່າງ​ເຈົ້າຍິງ​ທີ່​ຢູ່​ໃນ​ວັງ ເສື້ອຄຸມ​ຂອງ​ນາງ​ກໍ​ຕົບແຕ່ງ​ດ້ວຍ​ເສັ້ນດ້າຍ​ຄຳ.


ຄວາມຈິງ​ກັບ​ຄວາມສັດຊື່​ຄື​ສິ່ງ​ທີ່​ພຣະອົງ​ຕ້ອງການ ຂໍ​ໃຫ້​ແນວ​ຄິດ​ຈິດໃຈ​ຂອງ​ຂ້ານ້ອຍ​ເຕັມ​ດ້ວຍ​ພຣະ​ປັນຍາ​ເຖີດ.


ເພິ່ນ​ຈະ​ຕັດສິນ​ຄົນ​ທຸກ​ລຳບາກ​ຢ່າງ​ຍຸດຕິທຳ​ ແລະ​ປ້ອງກັນ​ສິດທິ​ຂອງ​ຜູ້​ທີ່​ຕໍ່າຕ້ອຍ. ເມື່ອ​ເພິ່ນ​ສັ່ງ​ແລ້ວ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ໂທດກຳ ແລະ​ຄົນ​ກະທຳ​ການ​ຊົ່ວຮ້າຍ​ຕ່າງ​ກໍ​ຈະ​ຕາຍໄປ​ສິ້ນ.


ຄົນ​ຍາກຈົນ​ແລະ​ຄົນ​ຖ່ອມຕົວ​ຈະ​ພົບ​ຄວາມສຸກ​ອີກເທື່ອໜຶ່ງ ທີ່​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ມອບ​ໃຫ້.


ເຮົາ​ເປັນ​ພຣະເຈົ້າ​ອົງ​ສູງສຸດ, ອົງ​ບໍຣິສຸດ, ແລະ​ອົງ​ຊົງ​ຊີວິດ​ຢູ່​ຕະຫລອດໄປ. ເຮົາ​ຢູ່​ໃນ​ສະຖານທີ່​ສູງສຸດ​ແລະ​ບໍຣິສຸດ; ແຕ່​ເຮົາ​ຢູ່​ນຳ​ປະຊາຊົນ​ຜູ້​ທີ່​ຖ່ອມໃຈ​ແລະ​ຜູ້​ທີ່​ກັບໃຈໃໝ່ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຟື້ນຟູ​ຈິດວິນຍານ ແລະ​ຄວາມຫວັງ​ຂອງ​ພວກເຂົາ​ຂຶ້ນ​ໃໝ່.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສະຖິດ​ກັບ​ເຮົາ. ເພາະ​ພຣະເຈົ້າຢາເວ​ໄດ້​ຫົດສົງ​ແຕ່ງຕັ້ງ​ເຮົາ​ໄວ້ ເພື່ອ​ນຳ​ເອົາ​ຂ່າວ​ປະເສີດ​ໄປ​ສູ່​ຜູ້​ຍາກຈົນ ເພື່ອ​ປິ່ນປົວ​ຄົນ​ລະທົມ​ໃຈ​ແລະ​ຊອກຊໍ້າ ເພື່ອ​ປະກາດ​ການ​ປົດປ່ອຍ​ແກ່​ຊະເລີຍເສິກ ແລະ​ເສລີພາບ​ແກ່​ຜູ້​ທີ່​ຖືກ​ຂັງ​ຄຸກ.


ຜູ້ຮັບໃຊ້​ສ່ວນຕົວ​ຂອງ​ກະສັດ​ເຊເດກີຢາ​ແມ່ນ​ເສຣາອີຢາ​ລູກຊາຍ​ຂອງ​ເນຣິຢາ​ແລະ​ຫລານຊາຍ​ຂອງ​ມາຮະເຊຢາ. ໃນ​ຣາຊການ​ປີ​ທີ​ສີ່​ຂອງ​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ ເສຣາອີຢາ​ໄດ້​ໄປ​ທີ່​ບາບີໂລນ​ກັບ​ເພິ່ນ ແລະ​ຂ້າພະເຈົ້າ​ກໍໄດ້​ໃຫ້​ຄຳແນະນຳ​ລາວ​ບາງ​ຢ່າງ.


ຈົ່ງ​ເອົາ​ແອກ​ຂອງເຮົາ​ແບກ​ໄວ້​ແລ້ວ​ຮຽນຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ​ແລະ​ຖ່ອມລົງ ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາເມື່ອຍ.


“ຈົ່ງ​ກ່າວ​ບອກ​ປະຊາຊົນ​ ນະຄອນ​ຊີໂອນ​ວ່າ, ‘ເບິ່ງແມ! ກະສັດ​ຂອງ​ເຈົ້າ​ກຳລັງ ສະເດັດ​ມາ​ຫາ​ເຈົ້າ ເພິ່ນ​ເປັນ​ຜູ້​ໃຈ​ອ່ອນ​ສຸພາບ ແລະ​ນັ່ງ​ເທິງ​ຫລັງ​ລໍ ຄື​ນັ່ງ​ເທິງ​ຫລັງ​ລໍ​ນ້ອຍ​ ລູກ​ສັດ​ໃຊ້​ໂຕໜຶ່ງ.”’


ຄົນ​ຟາຣີຊາຍ​ຕາບອດ​ເອີຍ ຈົ່ງ​ລ້າງ​ຖ້ວຍ​ຊາມ​ຂ້າງ​ໃນ​ກ່ອນ ເພື່ອ​ຂ້າງ​ນອກ​ຈະ​ສະອາດ​ເໝືອນກັນ.”


ຜູ້ໃດ​ມີ​ໃຈ​ອ່ອນຫວານ​ກໍ​ເປັນ​ສຸກ, ເພາະວ່າ​ຜູ້ນັ້ນ​ຈະ​ໄດ້​ຮັບ​ແຜ່ນດິນ​ໂລກ​ເປັນ​ມໍຣະດົກ.


ໂອ ຄົນ​ໂງ່​ເອີຍ ພຣະເຈົ້າ​ຜູ້​ໄດ້​ສ້າງ​ພາຍ​ນອກ ກໍໄດ້​ສ້າງ​ພາຍ​ໃນ​ເໝືອນກັນ​ບໍ່ແມ່ນ​ບໍ?


ແຕ່​ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ອ້າງ​ຕົວ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ມະນຸດ, ແຕ່​ພຣະເຈົ້າ​ຊົງ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ດ້ວຍວ່າ, ຊຶ່ງ​ເປັນ​ທີ່​ນັບຖື​ໃນ​ທ່າມກາງ​ມະນຸດ ກໍ​ເປັນ​ທີ່​ລັງກຽດ​ຕໍ່​ພຣະພັກ​ພຣະເຈົ້າ.”


ພວກເຂົາ​ໄດ້​ເອົາ​ຮູບ​ມະນຸດ​ທີ່​ຕາຍ​ເປັນ ຫລື​ຮູບ​ນົກ ຮູບ​ສັດ​ສີ່​ຕີນ ແລະ​ຮູບ​ສັດ​ເລືອ​ຄານ ມາ​ປ່ຽນ​ແທນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຕາຍ​ບໍ່​ເປັນ.


ຄົນ​ຢິວ​ແທ້​ຄື​ເປັນ​ຢິວ​ພາຍໃນ ແລະ​ການ​ຮັບ​ພິທີຕັດ​ແທ້​ນັ້ນ ຄື​ການ​ຮັບ​ທາງ​ຈິດໃຈ ຊຶ່ງ​ເປັນ​ຜົນ​ແຫ່ງ​ພຣະວິນຍານ​ຂອງ​ພຣະເຈົ້າ ບໍ່ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ, ຄົນ​ຢ່າງ​ນັ້ນ ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ພຣະເຈົ້າ ບໍ່ແມ່ນ​ຈາກ​ມະນຸດ.


ພວກເຮົາ​ຮູ້​ສິ່ງ​ນີ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ແລະ​ຊີວິດ​ເກົ່າ​ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ບາບກຳ​ນັ້ນ ຈະ​ຖືກ​ທຳລາຍ​ເສຍ ແລະ​ພວກເຮົາ​ກໍ​ຈະ​ບໍ່ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ​ອີກ​ຕໍ່ໄປ.


ສ່ວນ​ເລິກ​ໃນ​ຈິດໃຈ​ຂອງເຮົາ​ແລ້ວ ເຮົາ​ກໍ​ພໍໃຈ​ປິຕິ​ຍິນດີ​ກັບ​ກົດບັນຍັດ​ຂອງ​ພຣະເຈົ້າ.


ເຮົາ​ຄື​ໂປໂລ ຂໍ​ອ້ອນວອນ​ເຈົ້າ​ທັງຫລາຍ​ເປັນ​ສ່ວນຕົວ ໂດຍ​ເຫັນແກ່​ຄວາມ​ອ່ອນ​ສຸພາບ ແລະ​ໃຈ​ກະລຸນາ​ຂອງ​ພຣະຄຣິດ ເຮົາ​ຜູ້​ທີ່​ພວກເຈົ້າ​ເວົ້າ​ວ່າ ເປັນ​ຄົນ​ສຸພາບ​ຖ່ອມຕົວ​ເມື່ອ​ຢູ່​ຕໍ່ໜ້າ, ແຕ່​ເມື່ອ​ຢູ່​ໄກ​ກໍ​ເປັນ​ຄົນ​ໃຈ​ກ້າ,


ເຫດສະນັ້ນ, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ ເຖິງ​ແມ່ນ​ວ່າ​ກາຍ​ພາຍ​ນອກ​ຂອງ​ພວກເຮົາ​ກຳລັງ​ຊຸດໂຊມ​ລົງ​ກໍຕາມ, ແຕ່​ໃຈ​ພາຍໃນ​ຂອງ​ພວກເຮົາ​ນັ້ນ ກໍ​ຍັງ​ຈະເລີນ​ຂຶ້ນ​ໃໝ່​ທຸກໆ​ວັນ.


ຄວາມ​ສຸພາບ​ອ່ອນຫວານ, ການ​ຮູ້ຈັກ​ບັງຄັບ​ຕົນ, ກົດໝາຍ​ທີ່​ຫ້າມ​ສິ່ງ​ເຫຼົ່ານີ້​ກໍ​ບໍ່ມີ.


ຄື: ຈົ່ງ​ມີ​ໃຈ​ຖ່ອມລົງ​ທຸກຢ່າງ ແລະ​ໃຈ​ອ່ອນສຸພາບ ດ້ວຍ​ຄວາມ​ພຽນ​ອົດທົນ ແລະ​ຜ່ອນໜັກ​ຜ່ອນເບົາ ຊຶ່ງ​ກັນແລະກັນ​ດ້ວຍ​ຄວາມຮັກ.


ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.


ດ້ວຍວ່າ, ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ຊີວິດ​ຂອງ​ພວກເຈົ້າ ກໍ​ຖືກ​ເຊື່ອງ​ຊ້ອນບັງ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດ​ໃນ​ພຣະເຈົ້າ.


ຈົ່ງ​ຕັ້ງ​ເປົ້າໝາຍ​ທີ່​ຈະ​ໃຊ້​ຊີວິດ​ຢູ່​ຢ່າງ​ສະຫງົບສຸກ ທີ່​ຈະ​ເອົາໃຈໃສ່​ຕໍ່​ກິດທຸລະ​ຂອງ​ຕົນເອງ ແລະ​ທີ່​ຈະ​ທຳມາ​ຫາກິນ​ລ້ຽງ​ຊີບ​ດ້ວຍ​ມື​ຂອງ​ຕົນເອງ ຕາມ​ທີ່​ພວກເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ.


ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ພວກເຮົາ​ສັ່ງ​ແລະ​ເຕືອນ​ສະຕິ​ຄົນ​ຢ່າງ​ນັ້ນ​ວ່າ ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ລະບຽບ ແລະ​ໃຫ້​ເຮັດ​ວຽກງານ​ເພື່ອ​ລ້ຽງຊີບ​ຕົນເອງ.


ເພື່ອ​ກະສັດ​ທັງຫລາຍ​ແລະ​ຄົນ​ທັງປວງ ທີ່​ມີ​ຕຳແໜ່ງ​ສູງ ເພື່ອ​ເຮົາ​ທັງຫລາຍ​ຈະ​ໄດ້​ດຳເນີນ​ຊີວິດ​ຢ່າງ​ງຽບໆ​ແລະ​ສະຫງົບສຸກ​ໃນ​ທາງ​ທຳ ດ້ວຍ​ຄວາມນັບຖື​ຢຳເກງ​ພຣະເຈົ້າ​ແລະ​ດ້ວຍ​ກຽດ​ສັກສີ​ທຸກປະການ.


ແກ້ໄຂ​ຄວາມ​ຄິດເຫັນ​ຝ່າຍ​ກົງກັນຂ້າມ ດ້ວຍ​ຄວາມ​ສຸພາບ​ອ່ອນໂຍນ ເພາະ​ພຣະເຈົ້າ​ຈະ​ຊົງ​ໂຜດ​ໃຫ້​ພວກເຂົາ​ກັບໃຈ​ໃໝ່ ແລະ​ພາ​ໄປ​ສູ່​ການ​ຮູ້ຈັກ​ເຖິງ​ຄວາມຈິງ.


ຢ່າ​ໃຫ້​ພວກເຂົາ​ໝິ່ນປະໝາດ​ຜູ້ໃດ​ຈັກ​ຄົນ ຢ່າ​ໃຫ້​ເປັນ​ຄົນ​ມັກ​ຜິດຖຽງ​ກັນ ແຕ່​ໃຫ້​ເປັນ​ຄົນ​ເອົາອົກ​ເອົາໃຈ ສະແດງ​ຄວາມ​ອ່ອນ​ສຸພາບ​ແກ່​ຄົນ​ທັງປວງ.


ເຫດສະນັ້ນ ຈົ່ງ​ເລີກ​ຈາກ​ຄວາມຊົ່ວ​ມົວໝອງ​ທຸກຢ່າງ ແລະ​ຄວາມ​ຊົ່ວຮ້າຍ​ອັນ​ເຫຼືອ​ຫລາຍ. ຈົ່ງ​ນ້ອມໃຈ​ຮັບ​ເອົາ​ພຣະທຳ ທີ່​ປູກຝັງ​ໄວ້​ແລ້ວ​ນັ້ນ ຊຶ່ງ​ສາມາດ​ຊ່ວຍ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


ດ້ວຍວ່າ, ເຈົ້າ​ທັງຫລາຍ​ໄດ້​ເກີດ​ໃໝ່​ແລ້ວ ບໍ່ແມ່ນ​ເກີດ​ຈາກ​ແນວ​ປູກ​ທີ່​ອາດ​ເປື່ອຍເນົ່າ ແຕ່​ເກີດ​ຈາກ​ແນວ​ປູກ​ທີ່​ບໍ່​ອາດ​ເປືອຍເນົ່າ ຄື​ເກີດ​ຈາກ​ພຣະທຳ​ຂອງ​ພຣະເຈົ້າ ອັນ​ຊົງ​ຊີວິດ​ແລະ​ຕັ້ງໝັ້ນຄົງ.


ແຕ່​ໃນ​ໃຈ​ຂອງ​ເຈົ້າ​ທັງຫລາຍ ຈົ່ງ​ເຄົາຣົບ​ນັບຖື​ພຣະຄຣິດ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ຈົ່ງ​ມີ​ໃຈ​ພ້ອມ​ຢູ່​ສະເໝີ ເພື່ອ​ພວກເຈົ້າ​ຈະ​ສາມາດ​ຕອບ​ແກ້​ຕົວ​ໄດ້​ຕໍ່​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ວ່າ, ເຈົ້າ​ມີ​ເຫດຜົນ​ປະການ​ໃດ​ຈຶ່ງ​ມີ​ຄວາມຫວັງ​ຢ່າງ​ນີ້.


ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເພິ່ນ​ວ່າ, “ຢ່າ​ໄດ້​ສົນໃຈ​ນຳ​ຄວາມສູງ ແລະ​ຄວາມງາມ​ຂອງ​ລາວ​ເລີຍ. ເຮົາ​ບໍ່​ຮັບ​ເອົາ​ລາວ​ເພາະ​ການ​ເບິ່ງ​ຂອງ​ພຣະເຈົ້າຢາເວ​ບໍ່​ຄື​ການ​ເບິ່ງ​ຂອງ​ມະນຸດ. ມະນຸດ​ເບິ່ງ​ພາຍນອກ​ແຕ່​ພຣະເຈົ້າຢາເວ​ເບິ່ງ​ພາຍໃນ​ຈິດໃຈ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka