Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:3 - ພຣະຄຳພີສັກສິ

3 ການ​ປະດັບ​ຕົບແຕ່ງ​ກາຍ​ນັ້ນ ຢ່າ​ໃຫ້​ເປັນ​ການ​ປະດັບ​ຕົບແຕ່ງ​ພາຍນອກ ຄື​ການ​ແຕ່ງ​ຊົງຜົມ ໃສ່​ເຄື່ອງ​ຄຳ ແລະ​ການ​ນຸ່ງຖື.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ຄວາມງາມ​ຂອງ​ພວກເຈົ້າ​ນັ້ນ​ຈະ​ຕ້ອງ​ບໍ່​ມາ​ຈາກ​ການຕົບແຕ່ງ​ພາຍນອກ​ເຊັ່ນ​ວ່າ: ການ​ເຮັດ​ຊົງຜົມ​ທີ່​ປານີດ, ໃສ່​ເຄື່ອງປະດັບ​ຄຳ ຫລື ເຄື່ອງນຸ່ງ​ທີ່​ງາມ.

Uka jalj uñjjattʼäta Copia luraña




1 ເປໂຕ 3:3
22 Jak'a apnaqawi uñst'ayäwi  

ເມື່ອ​ນາງ​ເອົາ​ນໍ້າ​ໃຫ້​ອູດ​ກິນ​ອີ່ມ​ໝົດ​ທຸກ​ໂຕ​ແລ້ວ ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ກໍ​ເອົາ​ແຫວນ​ຄຳ​ລາຄາ​ແພງ​ປະດັບ​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ປອກ​ແຂນ​ຄຳ​ຄູ່​ໜຶ່ງ​ໃສ່​ໃຫ້​ນາງ.


ຂ້ອຍ​ຖາມ​ນາງ​ວ່າ, ‘ພໍ່​ຂອງ​ຫລານ​ແມ່ນ​ໃຜ?’ ແລະ​ນາງ​ຕອບ​ວ່າ, ‘ພໍ່​ຂອງ​ຫລານ​ແມ່ນ​ເບທູເອນ ລູກຊາຍ​ຂອງ​ນາໂຮ​ແລະ​ມີລະກາ.’ ດັ່ງນັ້ນ ຂ້ອຍ​ຈຶ່ງ​ເອົາ​ແຫວນ​ຄຳ​ປະດັບ​ທີ່​ດັງ​ຂອງ​ນາງ ແລະ​ເອົາ​ສາຍ​ແຂນ​ໃສ່​ໃຫ້​ນາງ.


ແລ້ວ​ລາວ​ກໍ​ເອົາ​ເສື້ອຜ້າ​ກັບ​ເຄື່ອງ​ເອ້​ເປັນ​ເງິນ​ເປັນ​ຄຳ​ອອກ​ມາ ແລະ​ມອບ​ໃຫ້​ນາງ​ເຣເບກາ. ລາວ​ຍັງ​ເອົາ​ຂອງຂວັນ​ລາຄາ​ແພງ​ໃຫ້​ແມ່​ແລະ​ອ້າຍ​ຂອງ​ນາງ​ເຣເບກາ​ດ້ວຍ.


ເຢຮູ​ໄດ້​ມາ​ຮອດ​ເມືອງ​ຢິດຊະເຣນ. ນາງ​ເຢເຊເບນ​ໄດ້ຍິນ​ທຸກ​ເລື່ອງ​ທີ່​ເກີດຂຶ້ນ ນາງ​ກໍ​ແຕ້ມ​ຄິ້ວ​ແຕ່ງ​ຜົມ ແລະ​ຢືນ​ແນມເບິ່ງ​ໄປ​ທາງ​ປ່ອງຢ້ຽມ​ວັງ.


ໃນ​ວັນ​ທີ​ສາມ ທີ່​ຣາຊີນີ​ເອສະເທີ​ຖືສິນ​ອົດອາຫານ ຣາຊີນີ​ໄດ້​ນຸ່ງ​ຊຸດ​ຣາຊີນີ​ອອກ​ໄປ​ຢືນ​ຢູ່​ໃນ​ເດີ່ນ​ຂອງ​ວັງ ແລະ​ຫັນໜ້າ​ໄປ​ທາງ​ຫ້ອງ​ບັນລັງ. ສ່ວນ​ກະສັດ​ກໍ​ນັ່ງ​ເທິງ​ບັນລັງ​ຂ້າງ​ໃນ ແລະ​ຫັນໜ້າ​ໄປ​ສູ່​ທາງ​ເຂົ້າ.


ໃນ​ທ່າມກາງ​ບັນດາ​ສະຕຼີ​ຜູ້​ທີ່​ປະຈຳ​ຢູ່​ໃນ​ວັງ ກໍ​ມີ​ບັນດາ​ລູກສາວ​ຂອງ​ກະສັດ​ຢູ່​ນຳ​ດ້ວຍ ທີ່​ຂ້າງ​ຂວາ​ບັນລັງ​ນັ້ນ​ກໍ​ມີ​ຣາຊີນີ​ຢືນ​ຢູ່ ຜູ້​ທີ່​ຕົບແຕ່ງ​ດ້ວຍ​ເຄື່ອງເອ້​ເປັນ​ຄຳ​ແຫ່ງ​ໂອເຟຍ.


ໃຫ້​ຜູ້ຍິງ​ຊາວ​ອິດສະຣາເອນ​ແຕ່ລະຄົນ​ໄປ​ຂໍ​ເຄື່ອງເງິນ, ເຄື່ອງຄຳ ແລະ​ຂໍ​ເສື້ອຜ້າ​ຈາກ​ຜູ້ຍິງ​ຊາວ​ເອຢິບ​ທີ່​ຢູ່​ບ້ານ​ດຽວກັນ ແລະ​ຈາກ​ບ້ານໃກ້​ເຮືອນຄຽງ​ຂອງຕົນ. ຊາວ​ອິດສະຣາເອນ​ຈະ​ເອົາ​ສິ່ງຂອງ​ເຫຼົ່ານີ້ ມາ​ຕົບແຕ່ງ​ໃຫ້​ພວກ​ລູກ​ຊາຍ​ຍິງ​ຂອງຕົນ ແລະ​ພວກເຂົາ​ກໍ​ຈະ​ຂົນ​ເອົາ​ຊັບສົມບັດ​ຂອງ​ຊາວ​ເອຢິບ​ໄປ​ນຳ.”


ອາໂຣນ​ຈຶ່ງ​ບອກ​ພວກເຂົາ​ວ່າ, “ຈົ່ງ​ປົດ​ຕຸ້ມຫູ​ຂອງ​ເມຍ, ລູກຊາຍ ແລະ​ລູກສາວ​ຂອງ​ພວກເຈົ້າ​ທີ່​ໃສ່​ຢູ່​ນັ້ນ​ເອົາ​ມາ​ໃຫ້​ຂ້ອຍ.”


ເມື່ອ​ປະຊາຊົນ​ໄດ້ຍິນ​ດັ່ງນີ້ ພວກເຂົາ​ກໍໄດ້​ໄວ້ທຸກ ແລະ​ບໍ່ມີ​ຜູ້ໃດ​ໃສ່​ເຄື່ອງ​ເອ້​ອີກ​ຕໍ່ໄປ.


ທຸກຄົນ​ທີ່​ເຕັມໃຈ​ໃຫ້​ທັງ​ຍິງ​ແລະ​ຊາຍ​ກໍໄດ້​ນຳ​ເຄື່ອງເອ້​ຄື: ເຂັມຄັດ, ຕຸ້ມຫູ, ແຫວນ, ສາຍຄໍ ແລະ​ເຄື່ອງເອ້​ຕ່າງໆ​ເປັນ​ຄຳ​ຢ່າງ​ອື່ນ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ.


ເບຊາເລນ​ເຮັດ​ຂັນ​ແລະ​ພານ​ຮອງ​ຂັນ ດ້ວຍ​ທອງສຳຣິດ​ຈາກ​ແວ່ນແຍງ​ຂອງ​ພວກຜູ້ຍິງ​ທີ່​ບົວລະບັດ​ຮັບໃຊ້​ທີ່​ທາງ​ເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ.


ຈົ່ງ​ເຂັ້ມແຂງ​ຍິ່ງໃຫຍ່​ອີກ​ນະຄອນ​ເຢຣູຊາເລັມ​ເອີຍ ພຣະ​ນະຄອນ​ສັກສິດ ຈົ່ງ​ສວມ​ພຣະ​ສະຫງ່າຣາສີ​ເຖີດ ພວກ​ບໍ່​ນັບຖື​ພຣະເຈົ້າ ແລະ​ພວກ​ທີ່​ເປັນ​ມົນທິນ ຈະ​ບໍ່ໄດ້​ເຂົ້າ​ທີ່​ປະຕູ​ເມືອງ​ຂອງເຈົ້າ​ອີກ​ຈັກເທື່ອ.


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ຍິງສາວ​ລືມ​ເຄື່ອງເອ້​ຂອງຕົນ​ໄດ້​ບໍ? ຫລື​ເຈົ້າສາວ​ລືມ​ຊຸດ​ແຕ່ງງານ​ຂອງຕົນ​ໄດ້​ບໍ? ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ລືມໄລ​ເຮົາ​ໄປ ຫລາຍຟ້າ​ຫລາຍປີ​ເຫຼືອ​ທີ່​ຈະນັບ​ໄດ້.


ເຖິງ​ຄາວ​ເຄາະກຳ​ສາ​ແລ້ວ ນະຄອນ​ເຢຣູຊາເລັມ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ນຸ່ງ​ເຄື່ອງ​ສີແດງແຈດ​ເຊັ່ນນັ້ນ? ເປັນຫຍັງ​ເຈົ້າ​ຈຶ່ງ​ໃສ່​ເຄື່ອງເອ້ ແຕ້ມຄິ້ວ​ແຕ້ມ​ຕາ? ເຈົ້າ​ຕົບແຕ່ງ​ໃຫ້​ງາມ​ໂດຍ​ບໍ່ມີ​ປະໂຫຍດ ຄູ່ຮັກ​ຂອງເຈົ້າ​ນັ້ນ​ໄດ້​ປະຖິ້ມ​ເຈົ້າ​ໄປ​ແລ້ວ​ເດ ແລະ​ລາວ​ຍັງ​ຢາກ​ຈະ​ຂ້າ​ເຈົ້າ​ຖິ້ມ​ຊໍ້າ.


ຊໍ້າແລ້ວ​ຊໍ້າອີກ ພວກເຂົາ​ໄດ້​ສົ່ງ​ບັນດາ​ຜູ້ນຳຂ່າວ​ໄປ​ເຊີນ​ຜູ້ຊາຍ​ມາ​ຈາກ​ແດນ​ໄກແສນໄກ ແລະ​ພວກເຂົາ​ກໍ​ມາ. ສອງ​ເອື້ອຍ​ນ້ອງ​ຈະ​ອາບນໍ້າ, ທາ​ຂົນ​ຕາ ແລະ​ໃສ່​ເຄື່ອງເອ້.


ຢ່າ​ດຳເນີນ​ຊີວິດ​ເໝືອນ​ຢ່າງ​ຊາວ​ໂລກນີ້ ແຕ່​ຈົ່ງ​ຮັບ​ການ​ຊົງ​ປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ອຸປະນິໄສ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ປ່ຽນ​ໃໝ່ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ຈະ​ຮູ້​ວ່າ​ອັນ​ໃດ​ດີ ອັນ​ໃດ​ເປັນ​ທີ່​ພໍພຣະໄທ ແລະ​ອັນ​ໃດ​ດີທີ່ສຸດ.


ຄື​ເພື່ອ​ຜົວ​ຈະ​ໄດ້​ເບິ່ງ​ເຫັນ​ການ​ປະຕິບັດ​ອັນ​ບໍຣິສຸດ ແລະ​ອ່ອນນ້ອມ​ຂອງ​ພວກເຈົ້າ​ຜູ້​ເປັນ​ເມຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka