Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:2 - ພຣະຄຳພີສັກສິ

2 ຄື​ເພື່ອ​ຜົວ​ຈະ​ໄດ້​ເບິ່ງ​ເຫັນ​ການ​ປະຕິບັດ​ອັນ​ບໍຣິສຸດ ແລະ​ອ່ອນນ້ອມ​ຂອງ​ພວກເຈົ້າ​ຜູ້​ເປັນ​ເມຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເມື່ອ​ພວກເຂົາ​ເຫັນ​ຄວາມ​ບໍລິສຸດ ແລະ ຄວາມຢຳເກງ​ພຣະເຈົ້າ​ໃນ​ຊີວິດ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ເປໂຕ 3:2
13 Jak'a apnaqawi uñst'ayäwi  

ເຖິງ​ຢ່າງ​ໃດ​ກໍດີ ຜົວ​ທຸກຄົນ​ຈົ່ງ​ຮັກ​ເມຍ​ຂອງຕົນ ເໝືອນ​ດັ່ງ​ຮັກ​ຕົນເອງ ແລະ​ເມຍ​ທຸກຄົນ​ຈົ່ງ​ເຄົາຣົບ​ຢຳເກງ​ຜົວ​ຂອງຕົນ.


ຜູ້​ທີ່​ເປັນ​ຄົນ​ຮັບໃຊ້ ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຝ່າຍ​ໂລກນີ້ ດ້ວຍ​ຄວາມ​ເຄົາຣົບ​ຢຳເກງ​ແລະ​ດ້ວຍ​ຄວາມ​ຈິງໃຈ ເໝືອນ​ເຊື່ອຟັງ​ພຣະຄຣິດ.


ພຽງແຕ່​ໃຫ້​ເຈົ້າ​ທັງຫລາຍ ດຳເນີນ​ຊີວິດ​ໃຫ້​ສົມກັບ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ຫລື​ບໍ່​ມາ​ກໍຕາມ ເຮົາ​ກໍ​ຈະ​ໄດ້ຍິນ​ຂ່າວ​ຂອງ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕໍ່ສູ້​ເໝືອນ​ຢ່າງ​ເປັນ​ຄົນ​ຄົນ​ດຽວ ເພື່ອ​ຄວາມເຊື່ອ​ອັນ​ເກີດ​ຈາກ​ຂ່າວປະເສີດ​ນັ້ນ.


ແຕ່​ບ້ານ​ເມືອງ​ຂອງ​ເຮົາ​ທັງຫລາຍ​ນັ້ນ​ຢູ່​ໃນ​ສະຫວັນ ແລະ​ຄອງຄອຍ​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຊຶ່ງ​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ອົງ​ພຣະເຢຊູ​ຄຣິດເຈົ້າ.


ຝ່າຍ​ບັນດາ​ຜູ້ຮັບໃຊ້ ຈົ່ງ​ຍອມ​ຟັງ​ນາຍ​ຝ່າຍ​ໂລກ​ໃນ​ທຸກສິ່ງ ບໍ່ແມ່ນ​ເມື່ອ​ຢູ່​ຕໍ່ໜ້າ​ນາຍ​ເທົ່ານັ້ນ ເພາະ​ຢາກ​ໃຫ້​ຖືກ​ໃຈ​ເພິ່ນ, ແຕ່​ຈົ່ງ​ເຮັດ​ສິ່ງ​ນັ້ນ​ດ້ວຍ​ນໍ້າໃສ​ໃຈຈິງ ເພາະ​ຄວາມ​ຢຳເກງ​ທີ່​ພວກເຈົ້າ​ມີ​ຕໍ່​ອົງພຣະ​ຜູ້​ເປັນເຈົ້າ.


ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ທັງຫລາຍ ໃນ​ທາງ​ກິຣິຍາ​ແລະ​ວາຈາ ໃນ​ຄວາມຮັກ ໃນ​ຄວາມເຊື່ອ ແລະ​ໃນ​ຄວາມ​ບໍຣິສຸດ​ຂອງ​ເຈົ້າ.


ແຕ່​ເພາະ​ພຣະອົງ ຜູ້​ຊົງ​ເອີ້ນ​ເຈົ້າ​ທັງຫລາຍ​ນັ້ນ​ບໍຣິສຸດ ຝ່າຍ​ພວກເຈົ້າ​ຈົ່ງ​ກາຍເປັນ​ຜູ້​ບໍຣິສຸດ ໃນ​ທາງ​ກິຣິຍາ​ວາຈາ​ທຸກປະການ​ເໝືອນກັນ.


ຈົ່ງ​ດຳເນີນ​ຊີວິດ​ອັນ​ດີງາມ​ຢູ່​ໃນ​ທ່າມກາງ​ຄົນ​ຕ່າງ​ຄວາມເຊື່ອ ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ເຮັດ​ຊົ່ວ​ນັ້ນ, ພວກເຂົາ​ກໍ​ຈະ​ໄດ້​ເຫັນ​ຄຸນຄວາມດີ​ຂອງ​ພວກເຈົ້າ ຈະ​ໄດ້​ສັນລະເສີນ​ພຣະເຈົ້າ ໃນ​ວັນ​ທີ່​ພຣະອົງ​ສະເດັດ​ມາ​ປາກົດ.


ຝ່າຍ​ເຈົ້າ​ທັງຫລາຍ​ຜູ້​ເປັນ​ເມຍ​ກໍ​ເໝືອນກັນ ຈົ່ງ​ຍອມ​ຟັງ​ຜົວ​ຂອງຕົນ ເພື່ອ​ວ່າ​ຖ້າ​ຜົວ​ຜູ້ໃດ​ບໍ່​ເຊື່ອຟັງ​ພຣະທຳ​ຂອງ​ພຣະເຈົ້າ ການ​ປະຕິບັດ​ຂອງ​ເມຍ ກໍ​ອາດ​ຈະ​ຈູງໃຈ​ຜົວ​ໄດ້ ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ​


ການ​ປະດັບ​ຕົບແຕ່ງ​ກາຍ​ນັ້ນ ຢ່າ​ໃຫ້​ເປັນ​ການ​ປະດັບ​ຕົບແຕ່ງ​ພາຍນອກ ຄື​ການ​ແຕ່ງ​ຊົງຜົມ ໃສ່​ເຄື່ອງ​ຄຳ ແລະ​ການ​ນຸ່ງຖື.


ໃນ​ເມື່ອ​ທຸກສິ່ງ​ຈະ​ຖືກ​ທຳລາຍ​ໄປ​ຢ່າງ​ນີ້ ພວກເຈົ້າ​ຄວນ​ຈະ​ເປັນ​ຄົນ​ຢ່າງ​ໃດ? ໃນ​ການ​ດຳເນີນ​ຊີວິດ​ອັນ​ບໍຣິສຸດ​ແລະ​ການ​ນັບຖື​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka