Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:18 - ພຣະຄຳພີສັກສິ

18 ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.

Uka jalj uñjjattʼäta Copia luraña




1 ເປໂຕ 3:18
34 Jak'a apnaqawi uñst'ayäwi  

ໃນ​ບັ້ນປາຍ​ຂອງ​ເວລາ​ນັ້ນ ຜູ້ນຳ​ທີ່​ພຣະເຈົ້າ​ໄດ້​ເລືອກໄວ້ ຈະ​ຖືກ​ຂ້າ​ຢ່າງ​ບໍ່​ຍຸດຕິທຳ. ເມືອງ​ແລະ​ພຣະວິຫານ​ກໍ​ຈະ​ຖືກ​ກອງທັບ​ຂອງ​ພວກ​ເຈົ້ານາຍ​ທີ່​ມີ​ອຳນາດ​ຍິ່ງໃຫຍ່​ຄົນ​ໜຶ່ງ​ບຸກຮຸກ​ທຳລາຍ. ຄາວ​ສິ້ນສຸດ​ນີ້​ຈະ​ມາ​ເໝືອນ​ນໍ້າ​ໄຫລ​ຖ້ວມ ໂດຍ​ນຳ​ເອົາ​ເສິກ​ສົງຄາມ ແລະ​ການທຳລາຍ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ນັ້ນ​ມາ.


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


ຂະນະທີ່​ປີລາດ​ນັ່ງ​ຢູ່​ບ່ອນ​ຕັດສິນ​ຄວາມ​ນັ້ນ ເມຍ​ຂອງ​ເພິ່ນ​ກໍ​ໃຊ້​ຄົນ​ມາ​ບອກ​ເພິ່ນ​ວ່າ, “ຢ່າ​ໄດ້​ພົວພັນ​ກັບ​ເລື່ອງ​ຂອງ​ຄົນ​ບໍ່ມີ​ຄວາມຜິດ​ນັ້ນ ເພາະ​ວັນ​ນີ້​ນ້ອງ​ເປັນທຸກ​ໜັກໃຈ ຍ້ອນ​ຄວາມຝັນ​ກ່ຽວກັບ​ຜູ້ນັ້ນ.”


ເມື່ອ​ປີລາດ​ເຫັນ​ວ່າ​ບໍ່ມີ​ຜົນ​ຫຍັງ ມີ​ແຕ່​ການ​ວຸ້ນວາຍ​ກຳລັງ​ເກີດຂຶ້ນ. ສະນັ້ນ ເພິ່ນ​ຈຶ່ງ​ເອົາ​ນໍ້າ​ມາ​ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລະ​ເວົ້າ​ວ່າ, “ຂ້າພະເຈົ້າ​ບໍ່​ຂໍ​ຮັບຜິດຊອບ​ໃດໆ ສຳລັບ​ຄວາມ​ຕາຍ​ຂອງ​ຊາຍ​ຄົນ​ນີ້ ແຕ່​ແມ່ນ​ພວກທ່ານ​ເອງ​ທີ່​ຕ້ອງ​ຮັບຜິດຊອບ.”


ໃນ​ເລື່ອງ​ຄວາມ​ຊອບທຳ​ນັ້ນ ຄື​ເພາະ​ເຮົາ​ໄປ​ຫາ​ພຣະບິດາເຈົ້າ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ​ອີກ.


ຈາກ​ນັ້ນ​ເພິ່ນ​ຈຶ່ງ​ເວົ້າ​ວ່າ, ‘ພຣະເຈົ້າ​ແຫ່ງ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ເລືອກ​ເອົາ​ເຈົ້າ ເພື່ອ​ໃຫ້​ຮູ້​ຄວາມປະສົງ​ຂອງ​ພຣະອົງ ເພື່ອ​ໃຫ້​ເຫັນ​ພຣະອົງ​ຜູ້​ຊອບທຳ ແລະ​ເພື່ອ​ໃຫ້​ເຈົ້າ​ໄດ້ຍິນ​ພຣະອົງ​ກ່າວ​ດ້ວຍ​ສຽງ​ຂອງ​ພຣະອົງ​ເອງ.


ແຕ່​ພວກທ່ານ​ຍັງ​ໄດ້​ປະຕິເສດ​ພຣະອົງ ຜູ້​ບໍຣິສຸດ​ແລະ​ຊອບທຳ, ແຕ່​ຂໍຮ້ອງ​ປີລາດ​ໃຫ້​ເຮັດ​ຕາມ​ໃຈ​ພວກທ່ານ ໂດຍ​ໃຫ້​ເພິ່ນ​ປ່ອຍ​ຜູ້​ຂ້າ​ຄົນ​ໃຫ້​ແກ່​ທ່ານ​ທັງຫລາຍ.


ແຕ່​ຝ່າຍ​ພຣະວິນຍານ​ແຫ່ງ​ຄວາມ​ບໍຣິສຸດ​ນັ້ນ ໄດ້​ຊົງ​ປະກາດ​ດ້ວຍ​ຣິດທານຸພາບ ຄື​ໂດຍ​ການ​ທີ່​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຕາຍ​ວ່າ ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ພຣະອົງ​ຜູ້​ຊົງ​ຖືກ​ມອບ​ໄວ້​ໃຫ້​ເຖິງ​ແກ່​ຄວາມ​ຕາຍ​ແລ້ວ ເພາະ​ບາບກຳ​ຂອງ​ພວກເຮົາ ແລະ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ເພື່ອ​ໃຫ້​ພວກເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ.


ໂດຍ​ທາງ​ພຣະອົງ ເຮົາ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ຮົ່ມ​ພຣະຄຸນ ຊຶ່ງ​ບັດນີ້​ພວກເຮົາ​ຕັ້ງໝັ້ນ​ຢູ່​ດ້ວຍ​ຄວາມເຊື່ອ ແລະ​ພວກເຮົາ​ຊື່ນຊົມ​ຍິນດີ ໃນ​ຄວາມຫວັງ​ວ່າ​ຈະ​ໄດ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ


ຖ້າ​ພຣະວິນຍານ​ຂອງ​ພຣະອົງ ຜູ້​ຊົງ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ຊົງ​ຄືນພຣະຊົນ​ນັ້ນ ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ພຣະອົງ​ຜູ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ຊົງ​ຄືນພຣະຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ຄືນ​ມີ​ຊີວິດ​ໃໝ່ ດ້ວຍ​ຣິດ​ແຫ່ງ​ພຣະວິນຍານ​ຂອງ​ພຣະອົງ ທີ່​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ.


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


ບໍ່ແມ່ນ​ວ່າ​ເຮົາ​ເປັນ​ນາຍ​ບັງຄັບ​ຄວາມເຊື່ອ​ຂອງ​ພວກເຈົ້າ ເພາະວ່າ​ພວກເຈົ້າ​ຢືນໝັ້ນ​ຢູ່​ໃນ​ຄວາມເຊື່ອ​ແລ້ວ, ແຕ່​ວ່າ​ເຮົາ​ເປັນ​ຜູ້​ຮ່ວມ​ງານ ເພື່ອ​ພວກເຈົ້າ​ຈະ​ຮັບ​ຄວາມ​ຊົມຊື່ນ​ຍິນດີ.


ເພາະ​ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຖືກ​ຄຶງ​ໄວ້​ເນື່ອງ​ຈາກ​ຄວາມ​ອ່ອນແອ​ກໍ​ຈິງ ພຣະອົງ​ກໍ​ຍັງ​ຊົງພຣະຊົນ​ຢູ່​ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ ເພາະວ່າ​ເຮົາ​ກໍ​ອ່ອນແອ​ດ້ວຍ​ກັນ​ກັບ​ພຣະອົງ, ແຕ່​ເພື່ອ​ພວກເຈົ້າ ເຮົາ​ກໍ​ມີ​ຊີວິດ​ເປັນ​ຢູ່​ດ້ວຍ​ກັນ​ກັບ​ພຣະອົງ ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ.


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


ເພື່ອ​ໂຜດ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຍຸກ​ອັນ​ຊົ່ວຊ້າ​ໃນ​ປະຈຸບັນ​ນີ້ ພຣະຄຣິດ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ການບາບ​ຂອງ​ພວກເຮົາ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ພວກເຮົາ.


ພຣະຄຣິດ​ໄດ້​ຊົງ​ໄຖ່​ພວກເຮົາ ໃຫ້​ພົ້ນ​ຈາກ​ການ​ສາບແຊ່ງ​ຂອງ​ກົດບັນຍັດ ໂດຍ​ການ​ທີ່​ພຣະອົງ​ຊົງ​ຍອມ​ຖືກ​ສາບແຊ່ງ​ແທນ​ພວກເຮົາ (ເພາະ​ພຣະຄຳພີ​ຂຽນ​ໄວ້​ວ່າ, “ທຸກຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນໄມ້ ກໍ​ຖືກ​ສາບແຊ່ງ​ແລ້ວ.”)


ໃນ​ພຣະອົງ​ແລະ​ໂດຍ​ທາງ​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ໃນ​ພຣະອົງ​ນັ້ນ ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ​ທີ່​ຈະ​ເຂົ້າ​ເຝົ້າ​ພຣະອົງ ດ້ວຍ​ຄວາມ​ໝັ້ນໃຈ​ຢ່າງ​ເຕັມ​ລົ້ນ.


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ແລະ​ໂດຍ​ນໍ້າພຣະໄທ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍຣິສຸດ ດ້ວຍ​ການ​ຖວາຍ​ພຣະກາຍ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເທື່ອ​ດຽວ​ເທົ່ານັ້ນ​ເປັນ​ການ​ສິ້ນສຸດ.


ຫລາຍກວ່າ​ນັ້ນ​ຈັກ​ພຽງໃດ ພຣະ​ໂລຫິດ​ຂອງ​ພຣະຄຣິດ ຜູ້​ໄດ້​ຊົງ​ຖວາຍ​ພຣະອົງ​ເອງ​ແດ່​ພຣະເຈົ້າ ໂດຍ​ພຣະວິນຍານ​ຜູ້​ຊົງ​ຕັ້ງ​ຢູ່​ເປັນນິດ ເປັນ​ເຄື່ອງ​ບູຊາ​ປາສະຈາກ​ຕຳໜິ ກໍ​ຈະ​ຊົງ​ຊຳລະ​ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ເຮົາ​ທັງຫລາຍ ໃຫ້​ພົ້ນ​ຈາກ​ກິດຈະການ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ເພື່ອ​ຫັນ​ໄປ​ຮັບໃຊ້​ພຣະເຈົ້າ​ຜູ້​ຊົງພຣະຊົນ​ຢູ່.


ເພາະ​ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຄົງ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ຫລາຍ​ເທື່ອ ນັບ​ຕັ້ງແຕ່​ວາງ​ຮາກ​ສ້າງ​ໂລກ​ມາ. ແຕ່​ບັດນີ້ ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ​ເພື່ອ​ໄຖ່​ຄວາມ​ບາບ.


ພຣະຄຣິດ​ກໍ​ສັນນັ້ນ ໄດ້​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ເທື່ອ​ດຽວ ເພື່ອ​ລຶບລ້າງ​ບາບກຳ​ຂອງ​ຄົນ​ຈຳນວນ​ຫລວງຫລາຍ. ພຣະອົງ​ຈະ​ມາ​ປາກົດ​ເທື່ອ​ທີ​ສອງ​ໂດຍ​ບໍ່​ກ່ຽວກັບ​ຄວາມ​ບາບ ແຕ່​ເພື່ອ​ໂຜດ​ຊ່ວຍ​ເອົາ​ບັນດາ​ຜູ້​ທີ່​ລໍຄອຍ​ພຣະອົງ​ດ້ວຍ​ໃຈ​ຮ້ອນຮົນ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ.


ພວກເຈົ້າ​ໄດ້​ຕັດສິນ​ລົງໂທດ​ແລະ​ໄດ້​ຂ້າ​ຄົນ​ຊອບທຳ​ເສຍ ເຂົາ​ກໍ​ບໍ່ໄດ້​ຕໍ່ສູ້​ພວກເຈົ້າ.


ແລະ​ໂດຍ​ທາງ​ວິນຍານ​ນັ້ນ ພຣະອົງ​ໄດ້​ສະເດັດ​ໄປ​ປະກາດ​ແກ່​ບັນດາ​ວິນຍານ​ທີ່​ຖືກ​ຄຸກ​ຢູ່.


ດ້ວຍວ່າ, ພຣະຄຣິດ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ພວກເຈົ້າ​ເອງ​ກໍ​ຕ້ອງ​ເຮັດ​ໃຫ້​ຕົນ​ເຂັ້ມແຂງ ໂດຍ​ມີ​ຄວາມ​ຄິດ​ຢ່າງ​ດຽວ​ກັບ​ພຣະອົງ ເພາະ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ກໍ​ບໍ່​ພົວພັນ​ໃນ​ຄວາມ​ຜິດບາບ​ອີກ​ຕໍ່ໄປ.


ດ້ວຍເຫດນີ້ ຂ່າວປະເສີດ​ໄດ້​ປະກາດ​ແກ່​ພວກ​ຄົນ​ທີ່​ຕາຍໄປ​ແລ້ວ​ເໝືອນກັນ ເພື່ອ​ພວກເຂົາ​ຈະ​ໄດ້​ຖືກ​ຊົງ​ພິພາກສາ​ໃນ​ເນື້ອກາຍ ເໝືອນ​ຢ່າງ​ມະນຸດ​ທົ່ວໆ​ໄປ ແລ້ວ​ຈະ​ໄດ້​ມີ​ຊີວິດ​ທາງ​ຈິດ​ວິນຍານ ຢ່າງ​ດຽວ​ກັບ​ພຣະເຈົ້າ.


ຖ້າ​ເຮົາ​ທັງຫລາຍ​ສາລະພາບ​ຜິດບາບ​ທັງຫຼາຍ​ຂອງ​ພວກເຮົາ ພຣະອົງ​ຊົງ​ສັດຊື່​ແລະ​ທ່ຽງທຳ ຈະ​ຊົງ​ໂຜດ​ຍົກ​ບາບ​ຂອງ​ພວກເຮົາ ແລະ​ຈະ​ຊົງ​ໂຜດ​ຊຳລະລ້າງ​ເຮົາ​ທັງຫລາຍ​ຈາກ​ການ​ອະທຳ​ໝົດ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka