Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 3:14 - ພຣະຄຳພີສັກສິ

14 ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ເປັນ​ສຸກ. ຢ່າ​ຢ້ານກົວ​ຕໍ່​ຜູ້​ທີ່​ເຮັດ​ໃຫ້​ເຈົ້າ​ສະດຸ້ງ​ຕົກໃຈ ແລະ​ຢ່າ​ວິຕົກ​ກັງວົນ​ໃຈ​ເລີຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ແຕ່​ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ໄດ້​ຮັບ​ພອນ. “ຢ່າ​ຢ້ານກົວ​ຕໍ່​ການກະທຳ​ຂອງ​ພວກເຂົາ, ຢ່າ​ວິຕົກ​ກັງວົນໃຈ​ເລີຍ”.

Uka jalj uñjjattʼäta Copia luraña




1 ເປໂຕ 3:14
29 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ບໍ່ໄດ້​ກັງວົນ​ເຖິງ​ຄວາມພິນາດ​ທີ່​ມາ​ຢ່າງ​ກະທັນຫັນ ຫລື​ລົມພະຍຸ​ຮ້າຍ​ທີ່​ມາ​ຖືກ​ຄົນຊົ່ວ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ທີ່​ເຮັດ​ໃຫ້ ພວກເຈົ້າ​ໄດ້​ກຳລັງ​ເຂັ້ມແຂງ​ຂຶ້ນ​ໃໝ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ​ມະນຸດ​ທີ່​ຕາຍເປັນ ພວກ​ທີ່​ບໍ່​ຍືນຍົງ​ລື່ນ​ຕົ້ນຫຍ້າ?


ຢ່າສູ່​ຢ້ານກົວ​ພວກເຂົາ​ເລີຍ, ເພາະ​ເຮົາ​ຢູ່​ກັບ​ເຈົ້າ​ເພື່ອ​ປົກປ້ອງ​ຄຸ້ມຄອງ​ເຈົ້າ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ແລ້ວ​ຂ້າພະເຈົ້າ​ກໍ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເຂົ້າໃຈ. ຈົ່ງ​ລະນຶກເຖິງ​ຂ້ານ້ອຍ​ແລະ​ຊ່ວຍ​ຊູ​ຂ້ານ້ອຍ​ດ້ວຍ. ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ແກ້ແຄ້ນ​ພວກ​ທີ່​ຂົ່ມເຫັງ​ຂ້ານ້ອຍ​ເຖີດ. ຢ່າ​ອົດທົນ​ຕໍ່​ພວກເຂົາ​ຜູ້​ທີ່​ຫວັງ​ຢາກ​ຂ້າ​ຂ້ານ້ອຍ​ໃຫ້​ໄດ້. ຈົ່ງ​ລະນຶກ​ວ່າ ການ​ທີ່​ຂ້ານ້ອຍ​ໄດ້​ຮັບ​ການ​ດູໝິ່ນນິນທາ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ.


ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ໜັກແໜ້ນ​ດັ່ງ​ຫີນ ແຂງແກ່ນ​ດັ່ງ​ເພັດ; ສະນັ້ນ ເຈົ້າ​ຢ່າ​ສູ່​ຢ້ານ​ຄົນ​ກະບົດ​ເຫຼົ່ານີ້​ເລີຍ.”


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


ດັ່ງນັ້ນ ຢ່າ​ສູ່​ຢ້ານ ພວກເຈົ້າ​ກໍ​ປະເສີດ​ຫລາຍກວ່າ​ນົກ​ຈອກ​ຫລາຍ​ໂຕ.”


ຜູ້​ທີ່​ຮັກສາ​ຊີວິດ​ຂອງຕົນ​ໄວ້ ກໍ​ຈະ​ເສຍ​ຊີວິດ, ແຕ່​ຜູ້​ທີ່​ເສຍ​ຊີວິດ​ຂອງຕົນ​ເພື່ອ​ເຫັນ​ແກ່​ເຮົາ ກໍ​ຈະ​ໄດ້​ຊີວິດ.”


ເພາະ​ຜູ້ໃດ​ຢາກ​ຮັກສາ​ຊີວິດ​ຂອງຕົນ​ໄວ້​ໃຫ້​ພົ້ນ ຜູ້ນັ້ນ​ຈະ​ເສຍ​ຊີວິດ, ແຕ່​ຜູ້ໃດ​ທີ່​ຈະ​ເສຍ​ຊີວິດ​ຂອງຕົນ​ເພື່ອ​ເຫັນ​ແກ່​ເຮົາ ຜູ້ນັ້ນ​ຈະ​ໄດ້​ພົບ​ຊີວິດ​ນັ້ນ.


ແລະ ຜູ້ໃດ​ທີ່​ໄດ້​ປະ​ບ້ານ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່​ແມ່ ຫລື​ລູກ ຫລື​ໄຮ່​ນາ​ເພື່ອ​ເຫັນ​ແກ່​ນາມຊື່​ຂອງເຮົາ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ​ຮ້ອຍ​ເທົ່າ ແລະ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ.


ພຣະເຢຊູເຈົ້າ​ຊົງ​ຕອບ​ພວກເພິ່ນ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ຜູ້ໃດ​ໄດ້​ສະຫລະ​ບ້ານ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່ແມ່ ຫລື​ລູກ ຫລື​ໄຮ່​ນາ​ຂອງຕົນ ເພາະ​ເຫັນ​ແກ່​ເຮົາ​ແລະ​ເຫັນ​ແກ່​ຂ່າວປະເສີດ.


ເພາະ​ຜູ້ໃດ​ທີ່​ຢາກ​ຊ່ວຍ​ຊີວິດ​ຂອງຕົນ​ໃຫ້​ພົ້ນ ຜູ້ນັ້ນ​ກໍ​ຈະ​ເສຍ​ຊີວິດ, ແຕ່​ຜູ້ໃດ​ທີ່​ສະລະ​ຊີວິດ​ຂອງຕົນ​ເພື່ອ​ເຫັນແກ່​ເຮົາ ແລະ​ແກ່​ຂ່າວປະເສີດ ຜູ້ນັ້ນ​ກໍ​ຈະ​ຖືກ​ຊ່ວຍ​ຊີວິດ​ໃຫ້​ພົ້ນ​ໄດ້.


ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ບອກ​ພວກ​ສາວົກ​ຂອງ​ພຣະອົງ​ວ່າ, “ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ທັງຫຼາຍ​ວຸ້ນວາຍ​ໄປ ຈົ່ງ​ວາງໃຈເຊື່ອ​ພຣະເຈົ້າ ແລະ​ຈົ່ງ​ວາງໃຈເຊື່ອ ໃນ​ເຮົາ​ເໝືອນກັນ.


“ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ ເປັນ​ສັນຕິສຸກ​ຂອງເຮົາ ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້, ຢ່າ​ວຸ້ນວາຍ​ເປັນທຸກໃຈ ແລະ​ຢ່າສູ່ຢ້ານ.


ເພາະວ່າ ຝ່າຍ​ເຮົາ​ຈະ​ສຳແດງ​ໃຫ້​ລາວ​ເຫັນ​ວ່າ ລາວ​ຕ້ອງ​ທົນທຸກ​ລຳບາກ​ຫລາຍ​ເທົ່າ​ໃດ ເພາະ​ນາມຊື່​ຂອງເຮົາ.”


ດ້ວຍເຫດນີ້ ເຮົາ​ຈຶ່ງ​ຊື່ນໃຈ ໃນ​ຄວາມ​ອ່ອນແຮງ ໃນ​ການ​ຖືກ​ໝິ່ນປະໝາດ​ໃນ​ຄວາມ​ຍາກ​ລຳບາກ ໃນ​ການ​ຖືກ​ຂົ່ມເຫັງ ແລະ​ໃນ​ຄວາມ​ຍາກຈົນ ເພື່ອ​ເຫັນ​ແກ່​ພຣະຄຣິດ. ດ້ວຍວ່າ, ເຮົາ​ອ່ອນແຮງ​ເມື່ອໃດ ເຮົາ​ກໍ​ເຂັ້ມແຂງ​ຂຶ້ນ​ເມື່ອນັ້ນ.


ດ້ວຍວ່າ, ພວກເຈົ້າ​ໄດ້​ຮັບ​ສິດ​ພິເສດ​ໃຫ້​ບົວລະບັດ​ຮັບໃຊ້​ພຣະຄຣິດ ບໍ່ແມ່ນ​ພຽງ​ໃຫ້​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ຍັງ​ໃຫ້​ທົນ​ຄວາມທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ.


ຄົນ​ທີ່​ອົດທົນ​ຕໍ່​ການ​ທົດລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາກົດ​ວ່າ​ຜູ້ນັ້ນ​ທົນ​ໄດ້​ແລ້ວ ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.


ເບິ່ງແມ! ພວກເຮົາ​ຖື​ວ່າ​ຄົນ​ເຫຼົ່ານັ້ນ ທີ່​ມີ​ຄວາມ​ໝັ້ນໃຈ​ກໍ​ເປັນ​ສຸກ. ເຈົ້າ​ທັງຫລາຍ​ໄດ້ຍິນ​ເລື່ອງ​ຄວາມ​ໝັ້ນໃຈ​ຂອງທ່ານ​ໂຢບ ແລະ​ໄດ້​ເຫັນ​ແລ້ວ​ວ່າ​ໃນ​ທີ່ສຸດ​ປາຍ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ກໍ​ຊົງ​ເຕັມ​ໄປ​ດ້ວຍ​ພຣະ​ເມດຕາ​ກະລຸນາ.


ເໝືອນ​ດັ່ງ​ນາງ​ຊາຣາ​ໄດ້​ຍອມ​ຟັງ​ອັບຣາຮາມ ແລະ​ເອີ້ນ​ເພິ່ນ​ວ່າ, “ນາຍ.” ຖ້າ​ພວກເຈົ້າ​ເຮັດ​ດີ ບໍ່​ຕົກໃຈ​ຢ້ານກົວ​ຕໍ່​ສິ່ງໃດ ພວກເຈົ້າ​ກໍ​ກາຍເປັນ​ລູກຫລານ​ຂອງ​ນາງ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka