1 ເປໂຕ 2:9 - ພຣະຄຳພີສັກສິ9 ແຕ່ຝ່າຍເຈົ້າທັງຫລາຍ ເປັນຊາດທີ່ພຣະເຈົ້າຊົງເລືອກໄວ້ແລ້ວ ເປັນປະໂຣຫິດຫລວງ ເປັນປະຊາຊາດບໍຣິສຸດ ເປັນພົນລະເມືອງຂອງພຣະເຈົ້າ ເພື່ອເຈົ້າທັງຫລາຍຈະໄດ້ປະກາດພຣະບາລະມີຂອງພຣະອົງ ຜູ້ໄດ້ຊົງເອີ້ນພວກເຈົ້າໃຫ້ອອກມາຈາກຄວາມມືດ ເຂົ້າໄປສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ແຕ່ພວກເຈົ້າເປັນຜູ້ທີ່ພຣະເຈົ້າເລືອກໄວ້, ເປັນປະໂລຫິດຫລວງ, ເປັນຊົນຊາດບໍລິສຸດ, ເປັນພົນລະເມືອງຂອງພຣະເຈົ້າ, ເພື່ອພວກເຈົ້າຈະໄດ້ປະກາດຄຳສັນລະເສີນພຣະອົງຜູ້ເອີ້ນພວກເຈົ້າອອກຈາກຄວາມມືດເຂົ້າສູ່ຄວາມສະຫວ່າງອັນມະຫັດສະຈັນຂອງພຣະອົງ. Uka jalj uñjjattʼäta |
ຄືຜູ້ທີ່ພຣະເຈົ້າ ພຣະບິດາເຈົ້າໄດ້ຊົງເລືອກໄວ້ແລ້ວ ຕາມທີ່ພຣະອົງໄດ້ຊົງຮູ້ລ່ວງໜ້າໄວ້ກ່ອນ ເພື່ອພຣະວິນຍານຈະຊົງຊຳລະໃຫ້ບໍຣິສຸດ ຈະໃຫ້ນົບນ້ອມເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະຈະໃຫ້ຮັບການຊຳລະດ້ວຍພຣະໂລຫິດຂອງພຣະອົງ. ຂໍພຣະຄຸນ ແລະສັນຕິສຸກຈົ່ງບັງເກີດທະວີຄູນແກ່ເຈົ້າທັງຫລາຍເທີ້ນ.
ຖ້າຜູ້ໃດກ່າວ ກໍໃຫ້ເໝືອນຜູ້ກ່າວພຣະທຳຂອງພຣະເຈົ້າ, ຖ້າຜູ້ໃດເປັນຜູ້ບໍລິການຮັບໃຊ້ ກໍໃຫ້ບໍລິການຮັບໃຊ້ ເໝືອນຜູ້ຮັບກຳລັງທີ່ພຣະເຈົ້າຊົງໂຜດປະທານໃຫ້ ເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໃນການທັງປວງ ໂດຍທາງພຣະເຢຊູຄຣິດເຈົ້າ. ສະຫງ່າຣາສີແລະຣິດທານຸພາບ ຈົ່ງມີແດ່ພຣະອົງສືບໆໄປເປັນນິດ ອາແມນ.