Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:6 - ພຣະຄຳພີສັກສິ

6 ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເບິ່ງແມ! ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ລົງ ໃນ​ເມືອງ​ຊີໂອນ ເປັນ​ຫີນ​ເສົາ​ເອກ​ທີ່​ເລືອກ​ໄວ້​ແລ້ວ, ແລະ​ເປັນ​ຫີນ​ທີ່​ມີຄ່າ​ອັນ​ປະເສີດ ຜູ້​ທີ່​ວາງໃຈ​ໃນ​ຫີນ​ນັ້ນ ກໍ​ຈະ​ບໍ່ໄດ້​ຮັບ​ ຄວາມ​ອັບອາຍ​ຈັກເທື່ອ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ເພາະ​ໃນ​ພຣະຄຳພີ​ກ່າວ​ວ່າ: “ເບິ່ງແມ, ເຮົາ​ວາງ​ຫີນ​ກ້ອນ​ໜຶ່ງ​ໄວ້​ໃນ​ເມືອງ​ຊີໂອນ, ເປັນ​ຫີນເສົາເອກ​ທີ່​ເລືອກ​ໄວ້​ແລ້ວ ແລະ ລ້ຳຄ່າ, ແລະ ຜູ້​ທີ່​ວາງໃຈ​ໃນ​ພຣະອົງ ຈະ​ບໍ່​ໄດ້​ຮັບ​ຄວາມອັບອາຍ​ຈັກເທື່ອ”.

Uka jalj uñjjattʼäta Copia luraña




1 ເປໂຕ 2:6
27 Jak'a apnaqawi uñst'ayäwi  

ແຕ່​ໂຢເຊັບ​ຖື​ໜ້າທະນູ​ໄວ້​ໃນ​ກຳມື​ຢ່າງ​ໝັ້ນແກ່ນ ແລະ​ແຂນ​ລາວ​ຈຶ່ງ​ໄດ້​ຮັບ​ຊ່ວຍ​ຊູ​ຂຶ້ນ​ໃຫ້​ແຂງແຮງ; ເປັນ​ເພາະ​ຣິດອຳນາດ​ຂອງ​ພຣະອົງ ຄື​ພຣະເຈົ້າ​ອົງ​ຊົງ​ນຳພາ​ຢາໂຄບ​ມາ​ຕະຫລອດ. ພຣະອົງ​ເປັນ​ທັງ​ຜູ້​ປົກປ້ອງ​ຄຸ້ມຄອງ​ຕະຫລອດ​ມາ ທັງ​ເປັນ​ພຣະຜູ້​ລ້ຽງ​ຊົນເຜົ່າ​ຊາດ​ອິດສະຣາເອນ​ດ້ວຍ.


ຂໍ​ໃຫ້​ຄົນ​ທີ່​ຊອກ​ສັງຫານ​ນັ້ນ​ພ່າຍແພ້​ໝົດສາ ແລະ​ຂໍ​ໃຫ້​ພວກເຂົາ​ວຸ້ນວາຍ​ໄປ​ຢ່າງ​ໝົດສິ້ນ. ຂໍ​ໃຫ້​ຄົນ​ທີ່​ດີອົກ​ດີໃຈ​ຍ້ອນ​ເຫັນ​ຂ້ານ້ອຍ​ເປັນທຸກ ຖອຍໜີ​ໄກຫ່າງ​ແລະ​ຖືກ​ອັບອາຍ.


ດົນນານ​ມາ​ແລ້ວ​ທີ່​ພຣະອົງ​ກ່າວ​ທາງ​ນິມິດ​ຄວາມຝັນ ຕໍ່​ບັນດາ​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງ​ພຣະອົງ​ນັ້ນ​ວ່າ, “ເຮົາ​ໄດ້​ຖອກເທ​ພະກຳລັງ​ໃຫ້​ນັກຮົບ​ຄົນ​ໜຶ່ງ​ທີ່​ມີ​ຊື່ສຽງ​ດີ ແລະ​ມອບ​ບັນລັງ​ໃຫ້​ຜູ້ໜຶ່ງ​ທີ່​ເຮົາ​ໄດ້​ເລືອກໄວ້​ຈາກ​ໄພ່ພົນ​ທັງປວງ.


ບັດນີ້ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ວາງ​ຮາກຖານ​ໃນ​ພູເຂົາ​ຊີໂອນ​ຢ່າງ​ໝັ້ນຄົງ​ແລະ​ແຂງແຮງ. ໃນ​ທີ່ນັ້ນ ເຮົາ​ກຳລັງ​ວາງ​ຫີນ​ເສົາ​ເອກ ຊຶ່ງ​ມີ​ຂຽນ​ຖ້ອຍຄຳ​ໃສ່​ເທິງ​ວ່າ ‘ຄວາມເຊື່ອ​ທີ່​ໝັ້ນຄົງ​ກໍ​ອົດທົນ​ດົນນານ.’


ຜູ້ໃດ​ທີ່​ໂກດຮ້າຍ​ພວກເຈົ້າ​ຈະ​ພ່າຍແພ້​ຢ່າງ​ອັບອາຍ ຜູ້ໃດ​ທີ່​ຕໍ່ສູ້​ພວກເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່


ພຣະເຈົ້າ​ກ່າວ​ວ່າ, “ນີ້​ຄື​ຜູ້ຮັບໃຊ້​ທີ່​ເຮົາ​ໃຫ້​ກຳລັງ” “ຜູ້​ທີ່​ເຮົາ​ໄດ້​ເລືອກເອົາ​ແລະ​ພໍໃຈ​ນຳ​ດ້ວຍ. ເຮົາ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ຂອງເຮົາ ລາວ​ຈະ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ທຸກ​ຊົນຊາດ.


ເຮົາ​ພວມ​ນຳ​ມື້​ໄຊຊະນະ​ເຂົ້າ​ມາ​ໃກ້​ທຸກ​ທີ ເປັນ​ໄຊຊະນະ​ທີ່​ບໍ່​ຢູ່​ໄກ​ແຕ່​ຢ່າງໃດ​ຈັກດີ້. ຄວາມມີໄຊ​ຂອງເຮົາ​ຈະ​ບໍ່​ຖືກ​ເຮັດ​ໃຫ້​ຊັກຊ້າ​ໄປ ເຢຣູຊາເລັມ​ແລະ​ອິດສະຣາເອນ ຈະ​ມີ​ຜູ້​ຊ່ວຍ​ທັງ​ໄດ້​ຮັບ​ກຽດ.”


ແຕ່​ຄຳ​ດູໝິ່ນ​ປະໝາດ​ບໍ່ໄດ້​ທຳຮ້າຍ​ຂ້ອຍ​ເລີຍ ເພາະ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຊ່ວຍເຫຼືອ​ຂ້ອຍ​ໄວ້. ຂ້ອຍ​ຫລໍ່ຫລອມ​ຕົນເອງ​ຂຶ້ນ​ເພື່ອ​ທົນທານ​ຕໍ່​ພວກເຂົາ ຂ້ອຍ​ຮູ້ວ່າ​ຕົນເອງ​ຈະ​ບໍ່ໄດ້​ຖືກ​ອັບອາຍ​ຂາຍໜ້າ


ຢ່າ​ສູ່ຢ້ານ ເພາະ​ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ອີກ​ເລີຍ ເຈົ້າ​ຈະ​ບໍ່ໄດ້​ເສຍ​ກຽດສັກສີ​ແຕ່​ຢ່າງໃດ. ເຈົ້າ​ຈະ​ລືມ​ຄວາມອາຍ​ໃນ​ໄວສາວ ເຈົ້າ​ຈະ​ບໍ່​ຈົດຈຳ​ຄຳ​ຕ້ອງຕິ​ໃນ​ຄາວ​ເຈົ້າ​ເປັນ​ໝ້າຍ.


ຈາກ​ທ່າມກາງ​ພວກເຂົາ​ນັ້ນ​ຈະ​ມີ​ບັນດາ​ຜູ້ປົກຄອງ, ບັນດາ​ຜູ້ນຳ ແລະ​ບັນດາ​ຜູ້​ບັນຊາການ​ທະຫານ​ປົກຄອງ​ປະຊາຊົນ​ຂອງເຮົາ.


“ນີ້​ແມ່ນ​ຜູ້ຮັບໃຊ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ຜູ້​ເປັນ​ທີ່​ຮັກ ແລະ​ພໍໃຈ​ຂອງເຮົາ. ເຮົາ​ຈະ​ເອົາ​ພຣະວິນຍານ​ຂອງເຮົາ​ ໃສ່​ໄວ້​ເທິງ​ເພິ່ນ ເພື່ອ​ຈະ​ປະກາດ​ຄວາມ​ຍຸດຕິທຳ​ ແກ່​ບັນດາ​ປະຊາຊາດ.


ແນ່ນອນ​ພວກເຈົ້າ​ຍັງ​ບໍ່ໄດ້​ອ່ານ​ພຣະຄຳພີ​ຂໍ້​ນີ້​ບໍ​ວ່າ, ‘ຫີນ​ທີ່​ນາຍຊ່າງ​ກໍ່​ໄດ້​ໂຍນ​ຖິ້ມ​ແລ້ວ ຫີນ​ນັ້ນ​ແຫຼະ ກາຍເປັນ​ຫີນ​ເສົາ​ເອກ ສຳຄັນ​ກວ່າ​ໝູ່​ໝົດ.


ພຣະເຢຊູເຈົ້າ​ໄດ້​ເພັ່ງ​ເບິ່ງ​ພວກເຂົາ ແລ້ວ​ກໍ​ຖາມ​ວ່າ, “ເຫດສະນັ້ນ ພຣະຄຳພີ​ຂໍ້​ນີ້​ໝາຍຄວາມວ່າ​ຢ່າງ​ໃດ ຊຶ່ງ​ວ່າ ‘ຫີນ​ທີ່​ນາຍຊ່າງ​ກໍ່ສ້າງ​ໄດ້​ໂຍນ​ຖິ້ມ​ແລ້ວ ກໍ​ໄດ້​ກາຍເປັນ​ຫີນ​ເສົາ​ເອກ​ແລ້ວ.’


ຝ່າຍ​ປະຊາຊົນ​ກໍ​ຢືນ​ເບິ່ງ​ຢູ່​ທີ່​ນັ້ນ, ຂະນະທີ່​ບັນດາ​ຜູ້ນຳ​ຊາວ​ຢິວ​ເຢາະເຢີ້ຍ​ພຣະອົງ​ວ່າ, “ຖ້າ​ລາວ​ເປັນ​ພຣະຄຣິດ ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ນັ້ນ ລາວ​ຊ່ວຍ​ຄົນອື່ນ​ໄດ້ ໃຫ້​ຊ່ວຍ​ຕົນເອງ​ເບິ່ງດູ.”


ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ຜູ້ໃດ​ທີ່​ເຊື່ອວາງໃຈ​ໃນ​ເຮົາ ແມ່ນໍ້າ​ແຫ່ງ​ຊີວິດ​ຈະ​ໄຫລ​ອອກ​ຈາກ​ພາຍ​ໃນ​ຜູ້ນັ້ນ.”


“ພີ່ນ້ອງ​ທັງຫລາຍ​ເອີຍ, ຂໍ້ຄວາມ​ໃນ​ພຣະຄຳພີ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ກ່າວ​ໄວ້​ລ່ວງໜ້າ ໂດຍ​ຜ່ານ​ທາງ​ກະສັດ​ດາວິດ​ຕ້ອງ​ສຳເລັດ​ເປັນ​ຈິງ, ຂໍ້ຄວາມ​ນັ້ນ​ເວົ້າ​ເຖິງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ.


ຕາມ​ທີ່​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ບຸກຄົນ​ໃດ​ທີ່​ວາງໃຈເຊື່ອ​ໃນ​ພຣະອົງ ຈະ​ບໍ່ໄດ້​ຮັບ​ຄວາມ​ອັບອາຍ.”


ໃນ​ພຣະຄຣິດ​ນັ້ນ ພຣະອົງ​ໄດ້​ຊົງ​ເລືອກ​ພວກເຮົາ​ໄວ້ ຕັ້ງແຕ່​ກ່ອນ​ທີ່​ຈະ​ຊົງ​ວາງ​ຮາກ​ສ້າງ​ໂລກ ເພື່ອ​ເຮົາ​ທັງຫລາຍ​ຈະ​ບໍຣິສຸດ​ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້​ຕໍ່​ພຣະພັກ​ພຣະອົງ.


ພວກເຈົ້າ​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ຮາກຖານ ຊຶ່ງ​ພວກ​ອັກຄະສາວົກ ແລະ​ພວກ​ຜູ້​ປະກາດ​ພຣະທຳ​ໄດ້​ວາງ​ລົງ​ແລ້ວ ພຣະເຢຊູ​ຄຣິດເຈົ້າ​ເອງ​ຊົງ​ເປັນ​ຫີນ​ເສົາ​ເອກ.


ພຣະຄຳພີ​ທຸກ​ຕອນ​ໄດ້​ຮັບ​ການ​ຊົງ​ບັນດົນໃຈ​ຈາກ​ພຣະເຈົ້າ ແລະ​ເປັນ​ປະໂຫຍດ ໃນ​ການ​ສອນ, ການ​ກ່າວ​ຕັກເຕືອນ​ວ່າ​ກ່າວ, ການ​ປັບປຸງ​ແກ້ໄຂ​ໃຫ້​ຖືກຕ້ອງ ແລະ​ການ​ອົບຮົມ​ໃນ​ທາງ​ຊອບທຳ,


ຈົ່ງ​ມາ​ຫາ​ພຣະອົງ ຜູ້​ຊົງ​ເປັນ​ພຣະ​ສີລາ​ທີ່​ຊົງ​ຊີວິດ ຊຶ່ງ​ຝ່າຍ​ມະນຸດ​ໄດ້​ປະຖິ້ມ​ເສຍ ແຕ່​ຝ່າຍ​ພຣະເຈົ້າ​ໄດ້​ຊົງ​ເລືອກ​ໄວ້ ແລະ​ຊົງ​ຖື​ວ່າ​ມີ​ຄຸນຄ່າ​ສູງ.


ແລະ “ເປັນ​ຫີນ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕຳ​ສະດຸດ ແລະ​ເປັນ​ຫີນ​ທີ່​ເຮັດ​ໃຫ້​ ພວກເຂົາ​ສະດຸດ​ລົ້ມ” ທີ່​ພວກເຂົາ​ສະດຸດ​ນັ້ນ ກໍ​ເພາະ​ພວກເຂົາ​ບໍ່​ເຊື່ອຟັງ​ພຣະທຳ ພວກເຂົາ​ກໍ​ຖືກ​ຊົງ​ກຳນົດ​ໄວ້ ສຳລັບ​ການ​ນີ້​ແຫຼະ.


ກ່ອນ​ອື່ນ​ເຈົ້າ​ທັງຫລາຍ​ຕ້ອງ​ເຂົ້າໃຈ​ຂໍ້​ນີ້ ຄື​ຜູ້ໃດ​ຜູ້ໜຶ່ງ​ຈະ​ຕີ​ຄວາມໝາຍ​ຂອງ​ຄຳທຳນວາຍ ໃນ​ພຣະຄຳພີ​ເອົາ​ເອງ​ບໍ່ໄດ້.


ໃນ​ຈົດໝາຍ​ທຸກ​ສະບັບ​ຂອງ​ເພິ່ນ ກໍ​ກ່າວ​ເຖິງ​ເຫດການ​ເຫຼົ່ານັ້ນ​ໄວ້​ແລ້ວ, ໃນ​ຈົດໝາຍ​ເຫຼົ່ານັ້ນ ມີ​ບາງ​ຂໍ້​ທີ່​ເຂົ້າໃຈ​ຍາກ ຊຶ່ງ​ຄົນ​ທັງຫລາຍ​ທີ່​ຮູ້ເທົ່າ​ບໍ່​ເຖິງການ ແລະ​ທີ່​ມີ​ໃຈ​ບໍ່​ໝັ້ນຄົງ​ແນ່ນອນ ໄດ້​ບິດເບືອນ​ຂໍ້ຄວາມ​ເຫຼົ່ານັ້ນ​ເສຍ ເໝືອນ​ຢ່າງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ຂໍ້​ອື່ນໆ​ໃນ​ພຣະຄຳພີ ອັນ​ເປັນ​ເຫດ​ໃຫ້​ຕົນເອງ​ຈິບຫາຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka