Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:5 - ພຣະຄຳພີສັກສິ

5 ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ເປັນ​ເໝືອນ​ສີລາ​ທີ່​ມີຊີວິດ ເຊິ່ງ​ກຳລັງ​ໄດ້​ຮັບ​ການ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍວິນຍານ ເພື່ອ​ເປັນ​ປະໂລຫິດ​ບໍລິສຸດ, ຖວາຍ​ເຄື່ອງບູຊາ​ຝ່າຍວິນຍານ​ທີ່​ພຣະເຈົ້າ​ຍອມຮັບ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ.

Uka jalj uñjjattʼäta Copia luraña




1 ເປໂຕ 2:5
34 Jak'a apnaqawi uñst'ayäwi  

ຢູ່​ເທິງ​ຫີນ​ເຫຼົ່ານີ້​ມີ​ຫີນ​ຢ່າງ​ອື່ນ​ອີກ​ທີ່​ໄດ້​ຕັດ​ອອກ​ມາ ຕາມ​ຂະໜາດ​ແລະ​ມີ​ຂື່​ເປັນ​ໄມ້​ແປກ.


ຂໍ​ໃຫ້​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ​ເປັນ​ດັ່ງ​ເຄື່ອງຫອມ​ບູຊາ ແລະ​ຍໍ​ມື​ຂຶ້ນ​ໄຫວ້ວອນ​ເປັນ​ດັ່ງ​ເຄື່ອງ​ຖວາຍບູຊາ​ໃນ​ຕອນແລງ​ເຖີດ.


ຈົ່ງ​ຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າ ຖວາຍ​ແກ່​ຜູ້​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕາມ​ທີ່​ເຈົ້າ​ສາບານ​ໄວ້.


ການຖວາຍ​ໂມທະນາ​ຂອບພຣະຄຸນ​ເປັນ​ການຖວາຍ​ທີ່​ໃຫ້ກຽດ​ແກ່​ເຮົາ ແລະ​ທຸກຄົນ​ທີ່​ເຊື່ອຟັງ​ພຣະເຈົ້າ​ກໍ​ຈະ​ໄດ້​ພົ້ນ.”


ແລະ​ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ​ທັງ​ເປັນ​ຊົນຊາດ​ບໍຣິສຸດ​ສຳລັບ​ເຮົາ.”


ປັນຍາ​ໄດ້​ສ້າງ​ເຮືອນ​ຂອງຕົນ​ດ້ວຍ​ເສົາ​ເຈັດ​ຕົ້ນ.


ຄົນ​ຈະ​ຮູ້​ວ່າ​ພວກເຈົ້າ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ເຂົາ​ຈະ​ກ່າວເຖິງ​ພວກເຈົ້າ​ວ່າ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ. ພວກເຈົ້າ​ຈະ​ມ່ວນຊື່ນ​ຢູ່​ກັບ​ສົມບັດ​ຊົນຊາດ​ທັງຫລາຍ ແລະ​ຈະ​ພູມໃຈ​ໃນ​ຊັບສິນ​ທີ່​ເປັນ​ຂອງ​ພວກເຈົ້າ.


ເຮົາ​ຈະ​ໃຫ້​ບາງຄົນ​ໃນ​ພວກເຂົາ​ເປັນ​ປະໂຣຫິດ​ແລະ​ເປັນ​ຊາວ​ເລວີ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ສາ ແລະ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ດັ່ງນີ້: “ຂໍໂຜດ​ອະໄພ​ການບາບ​ທຸກຢ່າງ​ຂອງ​ພວກ​ຂ້ານ້ອຍ ແລະ​ຮັບ​ເອົາ​ຄຳພາວັນນາ​ອະທິຖານ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ແລ້ວ​ພວກ​ຂ້ານ້ອຍ​ກໍ​ຈະ​ສັນລະເສີນ​ພຣະອົງ​ຕາມ​ທີ່​ໄດ້​ສັນຍາ​ໄວ້.


ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ​ທົ່ວໂລກ ຈາກ​ທິດ​ຕາເວັນອອກ​ເຖິງ​ທິດ​ຕາເວັນຕົກ. ໃນ​ທຸກທີ່​ທຸກບ່ອນ​ມີ​ຄົນ​ເຜົາ​ເຄື່ອງຫອມ​ຖວາຍ​ແກ່​ນາມຊື່​ຂອງ​ເຮົາ ແລະ​ໄດ້ນຳ​ເຄື່ອງບູຊາ​ທີ່​ບໍຣິສຸດ​ມາຖວາຍ​ແກ່​ນາມຊື່​ຂອງ​ເຮົາ. ເພາະ​ນາມຊື່​ຂອງ​ເຮົາ​ເປັນ​ທີ່​ຍິ່ງໃຫຍ່​ໃນ​ທ່າມກາງ​ບັນດາ​ປະຊາຊາດ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໂດຍ​ເຫັນ​ແກ່​ພຣະ​ເມດຕາ​ກະລຸນາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ໃຫ້​ຖວາຍ​ຕົວ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ອັນ​ມີ​ຊີວິດ ເປັນ​ອັນ​ບໍຣິສຸດ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ຊຶ່ງ​ເປັນ​ການ​ນະມັດສະການ​ໃຫ້​ສົມ​ກັບ​ຝ່າຍ​ວິນຍານ​ຂອງ​ເຈົ້າ​ທັງຫລາຍ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ, ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະເຈົ້າ ແລະ​ພຣະວິນຍານ​ຂອງ​ພຣະເຈົ້າ ກໍ​ສະຖິດ​ຢູ່​ໃນ​ພວກເຈົ້າ.


ດ້ວຍວ່າ, ພວກເຮົາ​ເປັນ​ຜູ້​ຮ່ວມກັນ​ທຳງານ​ຂອງ​ພຣະເຈົ້າ ແລະ​ພວກເຈົ້າ​ເປັນ​ໄຮ່ນາ​ຂອງ​ພຣະເຈົ້າ. ພວກເຈົ້າ​ກໍ​ເປັນ​ຕຶກ​ຂອງ​ພຣະເຈົ້າ​ເໝືອນກັນ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ຮ່າງກາຍ​ຂອງ​ພວກເຈົ້າ​ເປັນ​ວິຫານ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ຈາກ​ພຣະເຈົ້າ ເຈົ້າ​ທັງຫລາຍ​ບໍ່ໄດ້​ເປັນ​ເຈົ້າຂອງ​ຕົວ​ເຈົ້າ​ເອງ.


ວິຫານ​ຂອງ​ພຣະເຈົ້າ​ຈະ​ຕົກລົງ​ກັບ​ຮູບເຄົາຣົບ​ໄດ້​ຢ່າງ​ໃດ? ດ້ວຍວ່າ, ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ດັ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ຈະ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ຈະ​ດຳເນີນ​ຢູ່​ໃນ​ທ່າມກາງ​ພວກເຂົາ, ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ເປັນ​ໄພ່ພົນ​ຂອງເຮົາ.”


ເພາະສະນັ້ນ ເມື່ອ​ພວກເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ຕໍ່​ທຸກຄົນ ເປັນ​ຕົ້ນ​ຕໍ່​ຄອບຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມເຊື່ອ.


ພວກເຂົາ​ຈະ​ບໍ່ມີ​ທີ່ດິນ​ເປັນ​ຂອງ​ຕົນເອງ​ດັ່ງ​ເຜົ່າ​ອື່ນໆ, ສ່ວນແບ່ງ​ຂອງ​ພວກເຂົາ​ແມ່ນ​ສິດທິ​ແຫ່ງ​ການ​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.


ຈະ​ໄດ້​ເປັນ​ຜູ້​ບໍຣິສຸດ​ດ້ວຍ​ຜົນ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດຂຶ້ນ​ດ້ວຍ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ຖວາຍ​ພຣະ​ກຽດ ແລະ​ຄຳ​ຍ້ອງຍໍ​ສັນລະເສີນ​ແດ່​ພຣະເຈົ້າ.


ເຖິງແມ່ນ​ຕົວ​ເຮົາ​ຈະ​ເສຍ​ສະຫລະ​ຊີວິດ​ເປັນ​ດັ່ງ​ເຄື່ອງ​ດື່ມ​ໃຫ້​ຄົບ​ເຄື່ອງ​ບູຊາ ທີ່​ພວກເຈົ້າ​ຖວາຍ​ດ້ວຍ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຮົາ​ຍັງ​ມີ​ຄວາມ​ຍິນດີ ແລະ​ຊົມຊື່ນ​ຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ຈະ​ເຮັດ​ສິ່ງໃດ​ດ້ວຍ​ວາຈາ ຫລື​ດ້ວຍ​ການ​ກະທຳ​ກໍຕາມ, ຈົ່ງ​ເຮັດ​ທຸກສິ່ງ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ ແລະ​ຂອບພຣະຄຸນ​ພຣະບິດາເຈົ້າ​ໂດຍ​ພຣະອົງ​ນັ້ນ.


ຖ້າ​ເຮົາ​ຍັງ​ຊັກຊ້າ​ຢູ່ ຈົດໝາຍ​ສະບັບ​ນີ້ ກໍ​ຈະ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ວ່າ ຄວນ​ຈະ​ບົວລະບັດ​ຢ່າງ​ໃດ ໃນ​ຄອບຄົວ​ຂອງ​ພຣະເຈົ້າ ຄື​ໃນ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ທີ່​ເປັນ​ເສົາ​ແລະ​ເປັນ​ຮາກ​ແຫ່ງ​ຄວາມຈິງ.


ແຕ່​ຝ່າຍ​ພຣະຄຣິດ​ຊົງ​ສັດຊື່ ໃນ​ຖານະ​ເປັນ​ພຣະບຸດ​ຢູ່​ເໜືອ​ວົງສາ​ຄະນາຍາດ ອັນ​ເປັນ​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ​ເຮົາ​ທັງຫລາຍ​ກໍ​ເປັນ​ຄົວເຮືອນ​ຂອງ​ພຣະອົງ ຖ້າ​ເຮົາ​ຫາກ​ຢຶດໝັ້ນ​ໃນ​ຄວາມ​ໄວ້ວາງໃຈ ແລະ​ຄວາມ​ພາກພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້​ໃຫ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ແຕ່​ຝ່າຍ​ເຈົ້າ​ທັງຫລາຍ ເປັນ​ຊາດ​ທີ່​ພຣະເຈົ້າ​ຊົງ​ເລືອກ​ໄວ້​ແລ້ວ ເປັນ​ປະໂຣຫິດ​ຫລວງ ເປັນ​ປະຊາຊາດ​ບໍຣິສຸດ ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ປະກາດ​ພຣະ​ບາລະມີ​ຂອງ​ພຣະອົງ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ອອກ​ມາ​ຈາກ​ຄວາມມືດ ເຂົ້າ​ໄປ​ສູ່​ຄວາມ​ສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ຖ້າ​ຜູ້ໃດ​ກ່າວ ກໍ​ໃຫ້​ເໝືອນ​ຜູ້​ກ່າວ​ພຣະທຳ​ຂອງ​ພຣະເຈົ້າ, ຖ້າ​ຜູ້ໃດ​ເປັນ​ຜູ້​ບໍລິການ​ຮັບໃຊ້ ກໍ​ໃຫ້​ບໍລິການ​ຮັບໃຊ້ ເໝືອນ​ຜູ້​ຮັບ​ກຳລັງ​ທີ່​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້ ເພື່ອ​ວ່າ​ພຣະເຈົ້າ​ຈະ​ຊົງ​ໄດ້​ຮັບ​ກຽດ​ໃນ​ການ​ທັງປວງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. ສະຫງ່າຣາສີ​ແລະ​ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ​ສືບໆໄປ​ເປັນນິດ ອາແມນ.


ດ້ວຍວ່າ, ເຖິງ​ເວລາ​ແລ້ວ​ທີ່​ການ​ຊົງ​ພິພາກສາ ຈະ​ຕ້ອງ​ເລີ່ມຕົ້ນ​ທີ່​ຄົວ​ວິຫານ​ຂອງ​ພຣະເຈົ້າ ແລະ​ຖ້າ​ການ​ພິພາກສາ​ນັ້ນ​ເລີ່ມຕົ້ນ​ທີ່​ພວກເຮົາ​ກ່ອນ ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງ​ໃດ?


ແລະ​ພຣະອົງ​ໄດ້​ຊົງ​ຕັ້ງ​ເຮົາ​ທັງຫລາຍ ໄວ້​ໃຫ້​ເປັນ​ອານາຈັກ​ແລະ​ເປັນ​ປະໂຣຫິດ​ຂອງ​ພຣະອົງ ພຣະກຽດ​ແລະ​ຣິດທານຸພາບ ຈົ່ງ​ມີ​ແດ່​ພຣະອົງ​ສືບໆໄປ​ເປັນນິດ ອາແມນ.


ຜູ້ໃດ​ທີ່​ມີ​ສ່ວນ​ໃນ​ການ​ຄືນ​ມາ​ຈາກ​ຕາຍ​ຄັ້ງ​ທຳອິດ ຜູ້ນັ້ນ​ກໍ​ເປັນ​ສຸກ​ແລະ​ບໍຣິສຸດ. ຄວາມ​ຕາຍ​ຄັ້ງ​ທີ​ສອງ ຈະ​ບໍ່ມີ​ອຳນາດ​ເໜືອ​ຄົນ​ເຫຼົ່ານັ້ນ ແຕ່​ພວກເຂົາ​ຈະ​ໄດ້​ເປັນ​ປະໂຣຫິດ​ຂອງ​ພຣະເຈົ້າ ແລະ​ຂອງ​ພຣະຄຣິດ ທັງ​ຈະ​ຄຸ້ມຄອງ​ຮ່ວມ​ກັບ​ພຣະອົງ​ໃນ​ລະຫວ່າງ​ພັນ​ປີ.


ເຮົາ​ຈະ​ຕັ້ງ​ຜູ້​ທີ່​ມີ​ໄຊຊະນະ​ນັ້ນ ໃຫ້​ເປັນ​ເສົາ​ໃນ​ວິຫານ​ແຫ່ງ​ພຣະເຈົ້າ​ຂອງເຮົາ ແລະ​ຜູ້ນັ້ນ​ຈະ​ບໍ່​ອອກ​ໄປ​ຈາກ​ພຣະວິຫານ​ຈັກເທື່ອ, ເຮົາ​ຈະ​ຈາລຶກ​ພຣະນາມ​ແຫ່ງ​ພຣະເຈົ້າ​ຂອງເຮົາ​ໃສ່​ຕົວ​ຜູ້ນັ້ນ ກັບ​ທັງ​ຊື່​ນະຄອນ​ເຢຣູຊາເລັມ​ໃໝ່ ຊຶ່ງ​ຈະ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງເຮົາ ແລະ​ເຮົາ​ຍັງ​ຈະ​ຈາລຶກ​ນາມ​ໃໝ່​ຂອງເຮົາ​ໃສ່​ຕົວ​ຂອງ​ຜູ້ນັ້ນ​ເໝືອນກັນ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ ເປັນ​ອານາຈັກ​ແຫ່ງ​ປະໂຣຫິດ ເພື່ອ​ຮັບໃຊ້​ພຣະເຈົ້າ​ຂອງ​ພວກເຮົາ ແລະ​ພວກເຂົາ​ເຫຼົ່ານັ້ນ ຈະ​ໄດ້​ປົກຄອງ​ເທິງ​ແຜ່ນດິນ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka