Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:21 - ພຣະຄຳພີສັກສິ

21 ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໄວ້​ສຳລັບ​ການ​ນີ້​ແຫຼະ ເພາະ​ພຣະຄຣິດ​ກໍໄດ້​ຊົງ​ທົນທຸກ​ທໍລະມານ ແທນ​ເຈົ້າ​ທັງຫລາຍ​ເໝືອນກັນ ໂດຍ​ໃຫ້​ເປັນ​ແບບຢ່າງ​ແກ່​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ໄດ້​ຕິດຕາມ​ຮອຍ​ພຣະບາດ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ພຣະອົງ​ເອີ້ນ​ພວກເຈົ້າ​ມາ​ສູ່​ສະພາບ​ການ​ຢ່າງ​ນີ້​ແຫລະ ເພາະວ່າ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ, ວາງ​ແບບຢ່າງ​ໄວ້​ໃຫ້​ພວກເຈົ້າ ເຊິ່ງ​ພວກເຈົ້າ​ຄວນ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




1 ເປໂຕ 2:21
30 Jak'a apnaqawi uñst'ayäwi  

ຄວາມ​ຊອບທຳ​ຈະ​ໄປ​ກ່ອນ​ໜ້າ​ພຣະອົງ ແລະ​ຈັດຕຽມ​ຫົນທາງ​ໄວ້​ສຳລັບ​ພຣະອົງ​ດ້ວຍ.


ຜູ້​ທີ່​ບໍ່​ຮັບ​ເອົາ​ໄມ້ກາງແຂນ​ຂອງຕົນ ແລະ​ຕິດຕາມ​ເຮົາ​ໄປ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ.


ຈົ່ງ​ເອົາ​ແອກ​ຂອງເຮົາ​ແບກ​ໄວ້​ແລ້ວ​ຮຽນຮູ້​ຈາກ​ເຮົາ ເພາະວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນສຸພາບ​ແລະ​ຖ່ອມລົງ ແລ້ວ​ຈິດໃຈ​ຂອງ​ພວກເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາເມື່ອຍ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຖ້າ​ຜູ້ໃດ​ຢາກ​ຕາມ​ເຮົາ​ມາ ໃຫ້​ຜູ້ນັ້ນ​ຕັດ​ສິດ​ຂອງຕົນ, ຮັບ​ແບກ​ໄມ້ກາງແຂນ​ຂອງຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.


ຈຳເປັນ​ທີ່​ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ​ຕໍ່​ສິ່ງ​ເຫຼົ່ານີ້ ແລ້ວ​ເຂົ້າ​ໄປ​ໃນ​ສະຫງ່າຣາສີ​ຂອງ​ພຣະອົງ​ບໍ່ແມ່ນ​ບໍ?”


ດ້ວຍວ່າ, ເຮົາ​ໄດ້​ວາງ​ແບບ​ຢ່າງ​ໄວ້​ໃຫ້​ພວກເຈົ້າ​ແລ້ວ ເພື່ອ​ໃຫ້​ພວກເຈົ້າ​ເຮັດ​ເໝືອນ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ແກ່​ພວກເຈົ້າ​ນັ້ນ.


ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງຫລາຍ ເພື່ອ​ພວກເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ​ໃນ​ເຮົາ ໃນ​ໂລກນີ້​ພວກເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”


ທ່ານ​ທັງສອງ​ໄດ້​ໜູນໃຈ​ລູກສິດ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ​ໂດຍ​ກ່າວ​ວ່າ, “ເຮົາ​ທັງຫລາຍ​ຕ້ອງ​ຜ່ານ​ຜ່າ​ຄວາມ​ທຸກ​ລຳບາກ​ຫລາຍ​ປະການ ເພື່ອ​ຈະ​ເຂົ້າ​ໄປ​ໃນ​ແຜ່ນດິນ​ຂອງ​ພຣະເຈົ້າ.”


ໂດຍ​ອະທິບາຍ ແລະ​ພິສູດ​ຈາກ​ຂໍ້​ພຣະຄຳພີ​ໃຫ້​ພວກເຂົາ​ເຫັນ​ວ່າ, ພຣະຄຣິດ​ຕ້ອງ​ທົນທຸກ​ທໍລະມານ ແລະ​ເປັນ​ຄືນ​ມາ​ຈາກ​ຕາຍ. ໂປໂລ​ກ່າວ​ວ່າ, “ພຣະເຢຊູເຈົ້າ​ຜູ້​ທີ່​ຂ້າພະເຈົ້າ​ປະກາດ​ແກ່​ທ່ານ​ທັງຫລາຍ ຜູ້​ນີ້​ແຫຼະ ເປັນ​ພຣະຄຣິດ.”


ເພາະວ່າ ຝ່າຍ​ເຮົາ​ຈະ​ສຳແດງ​ໃຫ້​ລາວ​ເຫັນ​ວ່າ ລາວ​ຕ້ອງ​ທົນທຸກ​ລຳບາກ​ຫລາຍ​ເທົ່າ​ໃດ ເພາະ​ນາມຊື່​ຂອງເຮົາ.”


ດ້ວຍວ່າ, ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ຊົງ​ສັງເກດ​ຮູ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍໄດ້​ຊົງ​ກຳນົດ​ໄວ້​ກ່ອນ ເພື່ອ​ໃຫ້​ເປັນ​ຕາມ​ແບບ​ລັກສະນະ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ນັ້ນ​ຈະ​ໄດ້​ເປັນ​ບຸດ​ກົກ​ໃນ​ທ່າມກາງ​ພວກ​ນ້ອງ​ຫລາຍ​ຄົນ.


ເຈົ້າ​ທັງຫລາຍ​ຈົ່ງ​ປະຕິບັດ​ຕາມ​ແບບຢ່າງ​ຂອງເຮົາ ເໝືອນ​ເຮົາ​ປະຕິບັດ​ຕາມ​ແບບຢ່າງ​ຂອງ​ພຣະຄຣິດ.


ແລະ ຈົ່ງ​ດຳເນີນ​ຊີວິດ​ນັ້ນ​ໃນ​ຄວາມຮັກ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຊົງ​ຮັກ​ເຈົ້າ​ທັງຫລາຍ ແລະ​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ ໃຫ້​ເປັນ​ເຄື່ອງ​ບູຊາ​ແລະ​ເຄື່ອງ​ຖວາຍ ທີ່​ມີ​ກິ່ນ​ຫອມຫວານ​ແກ່​ພຣະເຈົ້າ.


ເຈົ້າ​ທັງຫລາຍ​ຈົ່ງ​ມີ​ນໍ້າໃຈ​ຕໍ່​ກັນ ເໝືອນ​ຢ່າງ​ທີ່​ມີ​ໃນ​ພຣະຄຣິດເຈົ້າ​ເຢຊູ,


ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຈົ້າ​ຫັນ​ໜີ ເພາະ​ການ​ຂົ່ມເຫັງ​ເຫຼົ່ານັ້ນ ພວກເຈົ້າ​ເອງ​ກໍ​ຮູ້​ວ່າ​ການ​ຂົ່ມເຫັງ​ເຊັ່ນນີ້ ແມ່ນ​ແຜນການ​ສ່ວນ​ໜຶ່ງ​ຂອງ​ພຣະເຈົ້າ​ສຳລັບ​ພວກເຮົາ.


ດ້ວຍວ່າ, ພວກເຈົ້າ​ຮູ້ຈັກ​ຄຳແນະນຳ ຊຶ່ງ​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ໂດຍ​ສິດ​ອຳນາດ​ຂອງ​ອົງ​ພຣະເຢຊູເຈົ້າ.


ແທ້ຈິງ ບັນດາ​ຄົນ​ທີ່​ປາຖະໜາ​ຈະ​ດຳເນີນ​ຊີວິດ​ຄຣິສຕຽນ ເປັນ​ຄົນ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ ກໍ​ຈະ​ຖືກ​ກົດຂີ່​ຂົ່ມເຫັງ,


ດ້ວຍວ່າ, ໃນ​ການ​ທີ່​ພຣະເຈົ້າ​ຈະ​ຊົງ​ພາ​ບຸດ​ຫລວງຫລາຍ​ໄປ​ສູ່​ສະຫງ່າຣາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ຢູ່​ແລ້ວ ທີ່​ພຣະເຈົ້າ ຜູ້​ຊຶ່ງ​ທຸກສິ່ງ​ດຳລົງ​ຢູ່​ໂດຍ​ພຣະອົງ ແລະ​ເພື່ອ​ພຣະອົງ ຈະ​ຊົງ​ໃຫ້​ຜູ້ນຳ​ທາງ​ຄວາມ​ລອດພົ້ນ​ໃຫ້​ເຂົາ​ເຫຼົ່ານັ້ນ ໃຫ້​ເຖິງ​ທີ່​ສຳເລັດ​ໂດຍ​ການ​ທົນທຸກ​ທໍລະມານ.


ພຣະອົງ​ໄດ້​ຖືກ​ຊົງ​ເລືອກ​ໄວ້ ໂດຍ​ພຣະເຈົ້າ​ກ່ອນ​ວາງ​ຮາກ​ສ້າງ​ໂລກ ແຕ່​ເພື່ອ​ເຫັນ​ແກ່​ພວກເຈົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ພຣະຄຣິດ​ສະເດັດ​ມາ​ປາກົດ​ໃນ​ເວລາ​ສຸດທ້າຍ.


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ຢ່າ​ຮ້າຍ​ຕອບ​ແທນ​ການ​ຮ້າຍ ແລະ​ຢ່າ​ປ້ອຍດ່າ​ຕອບ​ແທນ​ການ​ປ້ອຍດ່າ, ແຕ່​ກົງກັນຂ້າມ​ຈົ່ງ​ອວຍພອນ​ແກ່​ພວກເຂົາ. ດ້ວຍວ່າ, ພຣະເຈົ້າ​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ການ​ຢ່າງ​ນີ້​ແຫຼະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ພຣະພອນ​ມາ​ເປັນ​ມໍຣະດົກ.


ດ້ວຍວ່າ, ພຣະຄຣິດ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ພວກເຈົ້າ​ເອງ​ກໍ​ຕ້ອງ​ເຮັດ​ໃຫ້​ຕົນ​ເຂັ້ມແຂງ ໂດຍ​ມີ​ຄວາມ​ຄິດ​ຢ່າງ​ດຽວ​ກັບ​ພຣະອົງ ເພາະ​ຜູ້​ທີ່​ໄດ້​ທົນທຸກ​ທໍລະມານ​ທາງ​ຮ່າງກາຍ ກໍ​ບໍ່​ພົວພັນ​ໃນ​ຄວາມ​ຜິດບາບ​ອີກ​ຕໍ່ໄປ.


ແຕ່​ເຈົ້າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ທີ່​ໄດ້​ມີ​ສ່ວນ​ຮ່ວມ ໃນ​ຄວາມ​ທຸກ​ທໍລະມານ​ຂອງ​ພຣະຄຣິດ, ເພື່ອ​ວ່າ ເມື່ອ​ສະຫງ່າຣາສີ​ຂອງ​ພຣະອົງ​ປາກົດ​ຂຶ້ນ ພວກເຈົ້າ​ກໍ​ຈະ​ໄດ້​ຊົມຊື່ນ​ຍິນດີ​ຢ່າງ​ຫລວງຫລາຍ​ເໝືອນກັນ.


ຜູ້ໃດ​ທີ່​ເວົ້າ​ວ່າ, “ຕົນ​ຢູ່​ໃນ​ພຣະອົງ” ຜູ້ນັ້ນ​ກໍ​ຄວນ​ດຳເນີນ​ຊີວິດ​ຕາມ​ທາງ​ທີ່​ພຣະອົງ​ຊົງ​ດຳເນີນ​ນັ້ນ​ເໝືອນກັນ.


ດັ່ງນີ້ແຫລະ ພວກເຮົາ​ຈຶ່ງ​ຮູ້ຈັກ​ຄວາມຮັກ​ໂດຍ​ທີ່​ພຣະຄຣິດ​ໄດ້​ສະຫລະ​ຊີວິດ​ຂອງ​ພຣະອົງ ເພື່ອ​ພວກເຮົາ ແລະ​ພວກເຮົາ​ກໍ​ຄວນ​ສະຫລະ​ຊີວິດ​ຂອງເຮົາ​ເພື່ອ​ພີ່ນ້ອງ​ເໝືອນກັນ.


ເຂົາ​ເຫຼົ່ານັ້ນ​ໄດ້​ຊະນະ​ພະຍານາກ​ແລ້ວ ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະ​ເມສານ້ອຍ ແລະ​ເພາະ​ຄຳ​ພະຍານ​ຂອງ​ພວກເຂົາ​ເອງ ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຕາຍ​ກໍ​ບໍ່​ເສຍ​ດາຍ​ຊີວິດ​ຂອງຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka