Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:20 - ພຣະຄຳພີສັກສິ

20 ເພາະ​ຖ້າ​ພວກເຈົ້າ​ເຮັດ​ການ​ຊົ່ວ ແລະ​ອົດທົນ​ເອົາ​ການ​ຂ້ຽນຕີ​ເພາະ​ເຮັດ​ຊົ່ວ ຈະ​ເປັນ​ການດີ​ການຊອບ​ຢ່າງ​ໃດ? ແຕ່​ຖ້າ​ພວກເຈົ້າ​ເຮັດ​ການ​ດີ ແລະ​ອົດທົນ​ເອົາ​ຄວາມ​ທຸກ​ທໍລະມານ​ເພາະ​ການ​ດີ​ນັ້ນ ເຈົ້າ​ກໍ​ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະພັກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

20 ແຕ່​ຖ້າຫາກ​ພວກເຈົ້າ​ຖືກ​ຂ້ຽນຕີ​ເພາະ​ໄດ້​ເຮັດຜິດ ເຖິງ​ພວກເຈົ້າ​ຍອມ​ທົນ​ກໍ​ຈະ​ນັບ​ເປັນ​ຄວາມດີ​ໄດ້​ຢ່າງໃດ? ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ເພາະ​ເຮັດດີ ແລະ ພວກເຈົ້າ​ຍອມ​ທົນ​ເອົາ ນີ້​ເປັນ​ສິ່ງ​ທີ່​ໜ້າ​ຍົກຍ້ອງ​ຕໍ່ໜ້າ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




1 ເປໂຕ 2:20
14 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍ​ຖົ່ມ​ນໍ້າລາຍ​ໃສ່​ໜ້າ​ພຣະເຢຊູເຈົ້າ ແລະ​ຕົບຕີ​ພຣະອົງ ສ່ວນ​ພວກ​ທີ່​ຕົບ​ໜ້າ​ພຣະອົງ


ຖ້າ​ເຈົ້າ​ຄຳນັບ​ພີ່ນ້ອງ​ຂອງຕົນ​ເທົ່ານັ້ນ ພວກເຈົ້າ​ໄດ້​ເຮັດ​ຫຍັງ​ດີ​ລື່ນ​ຄົນອື່ນ​ແດ່? ແມ່ນແຕ່​ຄົນ​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ເຊັ່ນ​ນັ້ນ​ເໝືອນກັນ.


ມີ​ບາງຄົນ​ໃນ​ພວກເຂົາ ໄດ້​ຕັ້ງຕົ້ນ​ຖົ່ມ​ນໍ້າລາຍ​ໃສ່​ພຣະເຢຊູເຈົ້າ ພວກເຂົາ​ເອົາ​ຜ້າ​ມັດ​ຕາ​ພຣະອົງ ແລະ​ທຸບຕີ​ພຣະອົງ ພວກເຂົາ​ເວົ້າ​ຕໍ່​ພຣະເຢຊູເຈົ້າ​ວ່າ, “ທວາຍ​ເບິ່ງດູ​ວ່າ ແມ່ນ​ຜູ້ໃດ​ຕີ​ມຶງ!” ແລ້ວ​ພວກ​ທະຫານ​ຍາມ​ກໍ​ຮັບ​ເອົາ​ພຣະອົງ​ໄປ​ຕົບຕີ ແລະ​ເອົາ​ໄມ້ແສ້​ຂ້ຽນ​ພຣະອົງ.


“ຖ້າ​ພວກເຈົ້າ​ຮັກ​ຄົນ​ທີ່​ຮັກ​ພວກເຈົ້າ​ແຕ່​ເທົ່ານັ້ນ ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ບັນດາ​ຄົນ​ບາບ​ກໍ​ຍັງ​ຮັກ ຜູ້​ທີ່​ຮັກ​ພວກເຂົາ​ເໝືອນກັນ.


ຈົນເຖິງ​ປະຈຸບັນ​ນີ້ ພວກເຮົາ​ກໍ​ຍັງ​ອຶດ​ເຂົ້າ, ຢາກ​ນໍ້າ, ຂາດ​ເຄື່ອງນຸ່ງຫົ່ມ, ຖືກ​ຕົບຕີ ແລະ​ບໍ່ມີ​ບ່ອນ​ພັກພາ​ອາໄສ​ເປັນ​ຫຼັກແຫຼ່ງ,


ການ​ເອົາອົກ​ເອົາໃຈ​ດ້ວຍ​ຄວາມຫວັງ​ດີ ກໍ​ເປັນ​ການ​ດີ​ຢູ່​ທຸກ​ເວລາ ແລະ​ບໍ່ແມ່ນແຕ່​ເມື່ອ​ເວລາ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ.


ເຈົ້າ​ທັງຫລາຍ​ຈົ່ງ​ພະຍາຍາມ​ຮຽນ​ຮູ້ຈັກ​ວ່າ, ເຮັດ​ອັນ​ໃດ​ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ອົງພຣະ​ຜູ້​ເປັນເຈົ້າ.


ເຮົາ​ໄດ້​ຮັບ​ຄົບ​ຈຳນວນ ແລະ​ມີ​ບໍຣິບູນ​ຢູ່​ແລ້ວ ເຮົາ​ກໍ​ອີ່ມ​ເຕັມໃຈ​ຢູ່ ເພາະ​ໄດ້​ຮັບ​ຂອງ​ຈາກ​ເອປາໂຟດີໂຕ ຊຶ່ງ​ເຈົ້າ​ທັງຫລາຍ​ສົ່ງ​ໄປ​ໃຫ້ ເປັນ​ຂອງ​ຖວາຍ​ທີ່​ມີ​ກິ່ນ​ຫອມຫວານ ເປັນ​ເຄື່ອງ​ບູຊາ​ທີ່​ຊົງ​ໂຜດ​ຮັບ ແລະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ຖ້າ​ພວກເຈົ້າ​ທົນ​ຄວາມ​ທຸກ​ລຳບາກ​ອັນ​ບໍ່​ເປັນທຳ ເນື່ອງ​ຈາກ​ຄວາມເຊື່ອ​ໃນ​ພຣະເຈົ້າ ພຣະອົງ​ຈະ​ຊົງ​ອວຍພອນ​ແກ່​ພວກເຈົ້າ.


ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ເປັນ​ສຸກ. ຢ່າ​ຢ້ານກົວ​ຕໍ່​ຜູ້​ທີ່​ເຮັດ​ໃຫ້​ເຈົ້າ​ສະດຸ້ງ​ຕົກໃຈ ແລະ​ຢ່າ​ວິຕົກ​ກັງວົນ​ໃຈ​ເລີຍ.


ເພາະວ່າ​ຖ້າ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ຊົງ​ເຫັນດີ​ໃຫ້​ພວກເຈົ້າ​ທົນທຸກ​ຍ້ອນ​ເຮັດ​ການດີ ກໍ​ດີກວ່າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ການ​ຊົ່ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka