Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:19 - ພຣະຄຳພີສັກສິ

19 ຖ້າ​ພວກເຈົ້າ​ທົນ​ຄວາມ​ທຸກ​ລຳບາກ​ອັນ​ບໍ່​ເປັນທຳ ເນື່ອງ​ຈາກ​ຄວາມເຊື່ອ​ໃນ​ພຣະເຈົ້າ ພຣະອົງ​ຈະ​ຊົງ​ອວຍພອນ​ແກ່​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ເພາະ​ຜູ້​ທີ່​ຍອມ​ທຸກທໍລະມານ​ຢ່າງ​ບໍ່ຍຸຕິທຳ​ເພາະ​ພວກເຂົາ​ສຳນຶກ​ໃນ​ພຣະເຈົ້າ​ນັ້ນ​ກໍ​ໜ້າ​ຍົກຍ້ອງ.

Uka jalj uñjjattʼäta Copia luraña




1 ເປໂຕ 2:19
18 Jak'a apnaqawi uñst'ayäwi  

ຈົ່ງ​ລະວັງ​ໄວ້ ຂ້ອຍ​ຮູ້​ຄວາມຄິດ​ພວກເຈົ້າ​ທັງໝົດ ຄື​ຄວາມຄິດ​ເຕັມແຕ່​ອຸບາຍ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ.


ຂໍ້ຄຳສັ່ງ​ທັງໝົດ​ລ້ວນແຕ່​ເປັນ​ຄວາມຈິງ ຂ້ານ້ອຍ​ຖືກ​ຄົນ​ຂີ້ຕົວະ​ຂົ່ມເຫັງ​ໂຜດ​ຊ່ວຍ​ຂ້ານ້ອຍ​ດ້ວຍ.


ຂໍ​ຢ່າ​ໃຫ້​ສັດຕູ​ຄື​ຄົນ​ຂີ້ຕົວະ​ໄດ້​ເອົາ​ຊະນະ​ຂ້ານ້ອຍ; ຂໍ​ຢ່າ​ໃຫ້​ພວກເຂົາ​ຍິກ​ຄິ້ວ​ຫລິ່ວຕາ​ດີໃຈ ເພາະ​ຂ້ານ້ອຍ​ໂສກເສົ້າ.


ຝ່າຍ​ສັດຕູ​ຂອງ​ຂ້ານ້ອຍ​ນັ້ນ​ມີ​ສຸຂະພາບ​ເຂັ້ມແຂງ​ດີ ມີ​ຫລາຍ​ຄົນ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່ມີ​ເຫດຜົນ.


ພວກ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່ມີ​ເຫດຜົນ​ຫຍັງ ກໍ​ມີ​ຫລາຍກວ່າ​ເສັ້ນຜົມ​ທີ່​ຫົວ​ຂອງ​ຂ້ານ້ອຍ. ສັດຕູ​ຂອງ​ຂ້ານ້ອຍ​ຫາ​ເລື່ອງ​ໃສ່​ໂດຍ​ເວົ້າຕົວະ ພວກເຂົາ​ແຂງແຮງ​ຫລາຍ​ໝາຍ​ທີ່​ຈະ​ທຳລາຍ. ສິ່ງທີ່​ຂ້ານ້ອຍ​ບໍ່ໄດ້​ລັກ​ຫລື​ໂລບ​ເອົາ​ໄປ ຊໍ້າ​ຖືກ​ບັງຄັບ​ໃຫ້​ສົ່ງ​ຄືນ​ສິ່ງນັ້ນ.


“ຖ້າ​ພວກເຈົ້າ​ຮັກ​ຄົນ​ທີ່​ຮັກ​ພວກເຈົ້າ​ແຕ່​ເທົ່ານັ້ນ ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ບັນດາ​ຄົນ​ບາບ​ກໍ​ຍັງ​ຮັກ ຜູ້​ທີ່​ຮັກ​ພວກເຂົາ​ເໝືອນກັນ.


ແຕ່​ພວກເຂົາ​ຈະ​ເຮັດ​ສິ່ງ​ທັງປວງ​ນີ້​ແກ່​ພວກເຈົ້າ ເພາະ​ເຫັນ​ແກ່​ນາມ​ຂອງເຮົາ. ດ້ວຍວ່າ, ພວກເຂົາ​ບໍ່​ຮູ້ຈັກ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.


ເມື່ອ​ເພິ່ນ​ໄດ້​ມາ​ຮອດ ແລະ​ເຫັນ​ພຣະຄຸນ​ພຣະເຈົ້າ​ອວຍພອນ​ຄົນ​ເຫຼົ່ານັ້ນ​ຢ່າງ​ໃດ​ເພິ່ນ​ກໍ​ດີໃຈ ແລະ​ເຕືອນ​ເຂົາ​ທຸກຄົນ​ໃຫ້​ສັດຊື່ ແລະ​ຕັ້ງໝັ້ນຄົງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຂົາ.


ດ້ວຍເຫດນີ້ ເຈົ້າ​ຕ້ອງ​ຍອມ​ຢູ່​ໃຕ້​ອຳນາດ​ການ​ປົກຄອງ ບໍ່​ພຽງແຕ່​ເພາະ​ເຫັນ​ແກ່​ຄວາມ​ຢ້ານ​ການ​ຕັດສິນ​ລົງໂທດ​ຂອງ​ພຣະເຈົ້າ​ແຕ່​ສິ່ງ​ດຽວ ແຕ່​ເພາະ​ເຫັນ​ແກ່​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ດ້ວຍ.


ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ເປັນ​ຢູ່​ຢ່າງ​ນີ້ ແລະ​ພຣະຄຸນ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ແກ່​ເຮົາ​ນັ້ນ ກໍ​ບໍ່ໄດ້​ໄຮ້​ປະໂຫຍດ, ກົງກັນຂ້າມ ເຮົາ​ໄດ້​ເຮັດ​ການ​ຢ່າງ​ໜັກໜ່ວງ​ຫຼາຍກວ່າ​ບັນດາ​ອັກຄະສາວົກ​ຄົນອື່ນໆ ຕາມ​ທີ່​ຈິງ​ແລ້ວ​ບໍ່ແມ່ນ​ເຮົາ​ເອງ​ເຮັດ ແຕ່​ແມ່ນ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ສະຖິດ​ຢູ່​ກັບ​ເຮົາ​ທີ່​ເຮັດ.


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ປາຖະໜາ​ໃຫ້​ພວກເຈົ້າ​ຮູ້​ເຖິງ ພຣະຄຸນ​ຂອງ​ພຣະເຈົ້າ ທີ່​ຊົງ​ໂຜດ​ປະທານ​ແກ່​ຄຣິສຕະຈັກ​ຕ່າງໆ​ໃນ​ແຂວງ​ມາເກໂດເນຍ.


ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.


ເພາະ​ຖ້າ​ເປັນ​ໄດ້ ພວກເຂົາ​ຄົງ​ໄດ້​ຢຸດ​ການ​ຖວາຍ​ເຄື່ອງ​ບູຊາ​ແລ້ວ​ບໍ່ແມ່ນ​ບໍ? ຖ້າ​ຜູ້​ນະມັດສະການ​ນັ້ນ ໄດ້​ຮັບ​ການ​ຊຳລະ​ລ້າງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ​ແລ້ວ ຄົນ​ເຫຼົ່ານັ້ນ​ຄົງ​ຈະ​ບໍ່​ຮູ້ສຶກ​ວ່າ​ມີ​ບາບ​ອີກ​ຕໍ່ໄປ.


ເພາະ​ຖ້າ​ພວກເຈົ້າ​ເຮັດ​ການ​ຊົ່ວ ແລະ​ອົດທົນ​ເອົາ​ການ​ຂ້ຽນຕີ​ເພາະ​ເຮັດ​ຊົ່ວ ຈະ​ເປັນ​ການດີ​ການຊອບ​ຢ່າງ​ໃດ? ແຕ່​ຖ້າ​ພວກເຈົ້າ​ເຮັດ​ການ​ດີ ແລະ​ອົດທົນ​ເອົາ​ຄວາມ​ທຸກ​ທໍລະມານ​ເພາະ​ການ​ດີ​ນັ້ນ ເຈົ້າ​ກໍ​ເປັນ​ທີ່​ພໍພຣະໄທ​ຕໍ່​ພຣະພັກ​ພຣະເຈົ້າ.


ແຕ່​ວ່າ​ຢ່າ​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ ໄດ້​ຮັບ​ຄວາມ​ທຸກ ເພາະ​ເປັນ​ຜູ້​ຂ້າ​ຄົນ ເປັນ​ຂະໂມຍ ເປັນ​ຜູ້​ທຳຮ້າຍ ຫລື​ເປັນ​ຜູ້​ທ່ຽວ​ຫຍຸ້ງກ່ຽວ​ກັບ​ກິດທຸລະ​ຂອງ​ຄົນອື່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka