1 ເປໂຕ 2:16 - ພຣະຄຳພີສັກສິ16 ຈົ່ງດຳເນີນຊີວິດຢ່າງຄົນມີເສລີພາບ ແຕ່ຢ່າໃຊ້ເສລີພາບນັ້ນ ເປັນຂໍ້ອ້າງເພື່ອເຮັດຄວາມຊົ່ວ ແຕ່ຈົ່ງດຳເນີນຊີວິດເໝືອນເປັນຂ້ອຍຂ້າຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່16 ຈົ່ງດຳເນີນຊີວິດເໝືອນດັ່ງຄົນທີ່ມີເສລີພາບ, ແຕ່ຢ່າໃຊ້ເສລີພາບຂອງພວກເຈົ້າເປັນຂໍ້ອ້າງເພື່ອປົກປິດຄວາມຊົ່ວ, ຈົ່ງດຳເນີນຊີວິດເໝືອນເປັນຂ້າທາດຂອງພຣະເຈົ້າ. Uka jalj uñjjattʼäta |
ດ້ວຍວ່າ, ມີຄົນບໍ່ນັບຖືພຣະເຈົ້າບາງຄົນໄດ້ແອບແຝງເຂົ້າມາຢູ່ໃນທ່າມກາງພວກເຈົ້າ, ເປັນບຸກຄົນທີ່ບິດເບືອນພຣະຄຸນຂອງພຣະເຈົ້າຂອງພວກເຮົາ ເພື່ອເປັນຊ່ອງທາງໃຫ້ຕົນເຮັດຕາມກິເລດຕັນຫາ ແລະເປັນຜູ້ທີ່ປະຕິເສດພຣະເຢຊູຄຣິດເຈົ້າຜູ້ຊົງເປັນເຈົ້ານາຍ ແລະເປັນອົງພຣະເຢຊູຄຣິດເຈົ້າແຕ່ອົງດຽວຂອງພວກເຮົາ. ພຣະຄຳພີໄດ້ກຳນົດໄວ້ລ່ວງໜ້າແຕ່ດົນນານມາແລ້ວ ເຖິງການຕັດສິນລົງໂທດທີ່ພວກເຂົາຈະໄດ້ຮັບ.