Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:13 - ພຣະຄຳພີສັກສິ

13 ເພາະ​ເຫັນແກ່​ອົງພຣະ​ຜູ້​ເປັນເຈົ້າ ເຈົ້າ​ທັງຫລາຍ​ຈົ່ງ​ຍອມ​ຢູ່​ໃຕ້​ຂໍ້​ບັງຄັບ​ທຸກຢ່າງ ທີ່​ມະນຸດ​ຕັ້ງ​ໄວ້ ບໍ່​ວ່າ​ຜູ້ນັ້ນ​ຈະ​ເປັນ​ກະສັດ​ຜູ້​ສູງສຸດ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ໂດຍ​ເຫັນແກ່​ອົງພຣະຜູ້ເປັນເຈົ້າ ພວກເຈົ້າ​ຈົ່ງ​ຍອມ​ຢູ່​ໃຕ້​ທຸກ​ອຳນາດ​ທີ່​ຕັ້ງຂຶ້ນ​ໃນ​ທ່າມກາງ​ມະນຸດ​ຄື: ບໍ່​ວ່າ​ຈະ​ເປັນ​ກະສັດ​ໃນ​ຖານະ​ຜູ້​ມີ​ອຳນາດ​ສູງສຸດ,

Uka jalj uñjjattʼäta Copia luraña




1 ເປໂຕ 2:13
13 Jak'a apnaqawi uñst'ayäwi  

ຄົນ​ຊົ່ວຮ້າຍ​ຫາເຫດ​ແຕ່​ທຳລາຍ​ສັນໃດ ຄວາມຕາຍ​ຈະ​ມາ​ເຖິງ​ເຂົາ​ດັ່ງ​ຄົນນຳຂ່າວ​ບໍ່​ດີ​ມາ​ບອກ​ສັນນັ້ນ.


ລູກ​ເອີຍ ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ແລະ​ໃຫ້ກຽດ​ແກ່​ກະສັດ. ຢ່າ​ມີ​ສ່ວນ​ໃນ​ພວກ​ທີ່​ກະບົດ​ຕໍ່​ພວກເພິ່ນ,


ຈົ່ງ​ພັດທະນາ​ບ້ານເມືອງ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄປ​ອາໄສ​ຢູ່ ໃນ​ຖານະ​ຊະເລີຍເສິກ​ນັ້ນ​ໃຫ້​ດີ. ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຂົາ ເພາະ​ຖ້າ​ພວກເຂົາ​ຈະເລີນ​ຮຸ່ງເຮືອງ ພວກເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ດ້ວຍ.’


ພວກເຂົາ​ຕອບ​ວ່າ, “ເປັນ​ຂອງ​ກາຍຊາ.” ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຄືນ​ຖວາຍ​ໃຫ້​ແກ່​ພຣະເຈົ້າ.”


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ວ່າ, “ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ໃຫ້​ແກ່​ກາຍຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ສົ່ງຄືນ​ແກ່​ພຣະເຈົ້າ.” ເມື່ອ​ທຸກຄົນ​ໄດ້ຍິນ​ຄຳຕອບ​ຂອງ​ພຣະເຢຊູເຈົ້າ​ແລ້ວ ຕ່າງ​ກໍ​ປະຫລາດ​ໃຈ​ໃນ​ພຣະອົງ.


ແລ້ວ​ພຣະອົງ​ຊົງ​ກ່າວ​ກັບ​ພວກເຂົາ​ວ່າ, “ເຫດສະນັ້ນ ສິ່ງ​ທີ່​ເປັນ​ຂອງ​ກາຍຊາ ຈົ່ງ​ຄືນ​ຖວາຍ​ແກ່​ກາຍຊາ ແລະ​ສິ່ງ​ທີ່​ເປັນ​ຂອງ​ພຣະເຈົ້າ ຈົ່ງ​ຄືນ​ຖວາຍ​ແດ່​ພຣະເຈົ້າ.”


ເນື່ອງ​ດ້ວຍ​ພວກເຈົ້າ​ມີ​ຄວາມ​ຢຳເກງ​ພຣະຄຣິດ ຈົ່ງ​ຍອມ​ຟັງ​ຊຶ່ງກັນແລະກັນ.


ຈົ່ງ​ເຕືອນ​ສະຕິ​ພວກເຂົາ​ໃຫ້​ຢູ່​ໃຕ້​ບັງຄັບ​ຜູ້ປົກຄອງ ແລະ​ຜູ້​ມີ​ອຳນາດ ຄື​ໃຫ້​ນ້ອມຟັງ​ແລະ​ມີ​ໃຈ​ພ້ອມ​ທີ່​ຈະ​ເຮັດ​ການ​ດີ​ທຸກຢ່າງ.


ຈົ່ງ​ໃຫ້ກຽດ​ແກ່​ທຸກໆ​ຄົນ ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວກັນ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຈົ່ງ​ເຄົາຣົບ​ນັບຖື​ຜູ້​ທີ່​ມີ​ອຳນາດ​ສູງສຸດ.


ເປັນ​ຕົ້ນ​ຈະ​ຊົງ​ລົງໂທດ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ປ່ອຍ​ຕົວ​ໄປ​ຕາມ​ກິເລດ​ຕັນຫາ ແລະ​ໝິ່ນປະໝາດ​ຕໍ່​ອຳນາດ​ທັງໝົດ. ຄູສອນ​ປອມ​ເຫຼົ່ານີ້​ມີ​ໃຈ​ກ້າກັ່ນ ແລະ​ເຮັດ​ຕາມ​ລຳພັງ​ໃຈ ພວກເຂົາ​ບໍ່​ສະທ້ານ​ຕົກໃຈ ເມື່ອ​ກ່າວ​ປະນາມ​ຕໍ່​ຜູ້​ມີ​ຍົດສັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka