Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 2:1 - ພຣະຄຳພີສັກສິ

1 ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈົ່ງ​ລະຖິ້ມ​ຄວາມ​ຄິດ​ຮ້າຍ​ທັງປວງ ກົນອຸບາຍ​ທຸກຢ່າງ ການ​ໜ້າຊື່​ໃຈຄົດ ຄວາມ​ອິດສາ ແລະ​ຄຳ​ເວົ້າ​ນິນທາ​ທັງໝົດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

1 ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ເປໂຕ 2:1
50 Jak'a apnaqawi uñst'ayäwi  

ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ສືບຕໍ່​ໃຈ​ໂມໂຫ ແມ່ນແຕ່​ຖືກ​ໂທດທັນ ກໍ​ບໍ່​ພາວັນນາ​ອະທິຖານ​ຂໍ​ໃຫ້​ຊ່ວຍ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າຢາເວ​ບໍ່​ຕໍ່ວ່າ​ເພາະ​ເຮັດ​ຜິດ ແລະ​ເປັນ​ຂອງ​ຜູ້​ທີ່​ພົ້ນ​ຈາກ​ການ​ຫລອກລວງ​ທັງ​ສິ້ນ.


ເຫດສະນັ້ນ ຈົ່ງ​ລະເວັ້ນ​ຈາກ​ການເວົ້າ​ຊົ່ວຊ້າ ຢ່າ​ໃຫ້​ຄຳເວົ້າ​ຕົວະ​ອອກ​ຈາກ​ປາກ​ຂອງ​ເຈົ້າ​ຈັກເທື່ອ.


ຢ່າ​ກັງວົນ​ໃຈ​ໃນ​ເລື່ອງ​ຄົນຊົ່ວຮ້າຍ​ທັງຫລາຍ ຢ່າ​ອິດສາ​ຄົນ​ທີ່​ປະພຶດ​ຊົ່ວຮ້າຍ.


ເພາະ​ຂ້ານ້ອຍ​ໄດ້​ອິດສາ​ຄົນ​ຈອງຫອງ ເມື່ອ​ຂ້ານ້ອຍ​ເຫັນ​ວ່າ​ທຸກສິ່ງ​ເປັນ​ໄປ​ໂດຍ​ດີ​ແກ່​ຄົນຊົ່ວຮ້າຍ​ນັ້ນ.


ມີ​ສັນຕິສຸກ​ໃນ​ຈິດໃຈ​ເຮັດ​ໃຫ້​ມີ​ສຸຂະພາບ​ດີ, ແຕ່​ຄວາມ​ອິດສາ​ພາ​ໃຫ້​ເກີດ​ພະຍາດ​ມະເຮັງ​ໄດ້.


ຢ່າ​ອິດສາ​ຄົນຊົ່ວ​ແລະ​ຢ່າ​ປາຖະໜາ​ເປັນ​ໝູ່​ກັບ​ເຂົາເຈົ້າ.


ຢ່າ​ອຸກໃຈ​ຍ້ອນ​ຄົນຊົ່ວ ຢ່າ​ຄິດ​ອິດສາ​ເຂົາເຈົ້າ.


ຢ່າ​ອິດສາ​ຄົນ​ໂຫດຮ້າຍ​ທາລຸນ ຫລື​ຕັດສິນໃຈ​ເຮັດ​ຕາມ​ທາງ​ຂອງ​ເຂົາເຈົ້າ


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ​ເປັນ​ຄຳ ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຖິ້ມ​ເສຍ ແລະ​ປະ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ໂຕໜູ​ແລະ​ໂຕ​ເຈຍ.


ພວກເຈົ້າ​ຈະ​ເອົາ​ຮູບເຄົາຣົບ​ທີ່​ໂອບ​ດ້ວຍ​ເງິນ ແລະ​ຄຳ ໂຍນ​ຖິ້ມ​ອອກ​ໄປ​ດັ່ງ​ຂອງ​ເປິເປື້ອນ​ໂດຍ​ຮ້ອງ​ວ່າ, “ໜີໄປ​ໃຫ້​ພົ້ນ!”


ພວກ​ຄົນ​ໜ້າຊື່​ໃຈຄົດ​ເອີຍ ເອຊາຢາ​ໄດ້​ທຳນວາຍ​ໄວ້​ເຖິງ​ພວກເຈົ້າ​ກໍ​ຖືກຕ້ອງ​ຄັກແນ່​ແລ້ວ​ທີ່​ວ່າ,


ພວກເຈົ້າ​ກໍ​ເປັນ​ຢ່າງ​ດຽວກັນ​ນັ້ນ​ແຫຼະ ຄົນ​ເບິ່ງ​ພວກເຈົ້າ​ພາຍນອກ​ຄື​ເປັນ​ຄົນ​ຊອບທຳ ແຕ່​ພາຍໃນ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ໜ້າຊື່​ໃຈຄົດ ແລະ​ການບາບ.”


ແລະ​ຈະ​ຜ່າ​ລາວ​ໃຫ້​ເປັນ​ສອງ​ຕ່ອນ ທັງ​ຈະ​ໃຫ້​ເຂົ້າ​ສ່ວນ​ກັບ​ຄົນ​ໜ້າຊື່​ໃຈຄົດ ບ່ອນ​ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ​ຂົບ​ແຂ້ວ​ຢູ່.”


ໂອ​ຄົນ​ໜ້າຊື່​ໃຈຄົດ​ເອີຍ ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ເອງ​ສາ​ກ່ອນ ແລ້ວ​ເຈົ້າ​ກໍ​ຈະ​ສາມາດ​ເຫັນ​ໄດ້​ແຈ້ງ ເພື່ອ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ພີ່ນ້ອງ​ຂອງ​ເຈົ້າ.”


ພຣະເຢຊູເຈົ້າ​ຮູ້​ເຖິງ​ອຸບາຍ​ຂອງ​ພວກເຂົາ ຈຶ່ງ​ຕອບ​ວ່າ, “ພວກເຈົ້າ​ມາ​ທົດລອງ​ເຮົາ​ເຮັດ​ຫຍັງ? ຈົ່ງ​ນຳ​ເງິນ​ຫລຽນ​ໜຶ່ງ​ມາ​ໃຫ້​ເຮົາ​ເບິ່ງດູ.”


ວິບັດ​ແກ່​ພວກເຈົ້າ ພວກເຈົ້າ​ເປັນ​ດັ່ງ​ບ່ອນ​ຝັງສົບ ທີ່​ຄົນ​ບໍ່​ສັງເກດ​ຮູ້​ເຫັນ ເປັນ​ບ່ອນ​ທີ່​ຄົນ​ທັງຫລາຍ​ຢຽບ​ໄປມາ ໂດຍ​ບໍ່​ຮູ້​ວ່າ​ມີ​ຫຍັງ.”


ໃນ​ຂະນະ​ນັ້ນ ປະຊາຊົນ​ໄດ້​ມາ​ເຕົ້າໂຮມ​ກັນ​ເປັນ​ໝື່ນໆ ຈົນ​ຍ່າງ​ບຽດ​ກັນ ພຣະເຢຊູເຈົ້າ​ຕັ້ງຕົ້ນ​ກ່າວ​ກັບ​ພວກ​ສາວົກ​ວ່າ, “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ​ໃຫ້​ດີ ຄື​ຄວາມ​ໜ້າຊື່​ໃຈຄົດ​ຂອງ​ພວກເຂົາ.


ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ກ້າ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ພີ່ນ້ອງ​ເອີຍ, ກະລຸນາ​ໃຫ້​ຂ້ອຍ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ແດ່’ ໃນ​ເມື່ອ​ໄມ້​ທັງທ່ອນ​ຍັງ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ພັດ​ແນມ​ບໍ່​ເຫັນ? ໂອ ຄົນ​ໜ້າຊື່​ໃຈຄົດ​ເອີຍ ຈົ່ງ​ເອົາ​ທ່ອນ​ໄມ້​ອອກ​ຈາກ​ຕາ​ຂອງ​ເຈົ້າ​ເອງ​ກ່ອນ ແລ້ວ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ເພື່ອ​ເຂ່ຍ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ພີ່ນ້ອງ​ຂອງ​ເຈົ້າ.”


ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ນະທານາເອັນ ກຳລັງ​ມາ​ຫາ​ພຣະອົງ ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ຜູ້​ນີ້​ແຫຼະ ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ຕົວ​ລາວ​ບໍ່ມີ​ກົນອຸບາຍ​ເລີຍ.”


ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຊ້າ​ທຸກປະການ, ຄວາມ​ຮ້າຍກາດ, ຄວາມ​ໂລບມາກ ແລະ​ການ​ປອງຮ້າຍ, ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ, ການ​ຂ້າຟັນ, ການ​ສູ້ຮົບ​ຕົບຕີ, ການ​ຫລອກລວງ, ການ​ຜູກພະຍາບາດ, ພວກເຂົາ​ເວົ້າຂວັນ​ນິນທາ​ກັນ


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຄວາມ​ນຶກຄິດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ເດັກນ້ອຍ ຝ່າຍ​ຄວາມຊົ່ວ ຈົ່ງ​ເປັນ​ເໝືອນ​ເດັກນ້ອຍ​ອ່ອນ, ແຕ່​ຝ່າຍ​ຄວາມ​ນຶກຄິດ ຈົ່ງ​ເປັນ​ຢ່າງ​ຜູ້​ແກ່.


ດ້ວຍເຫດນັ້ນ ເຮົາ​ທັງຫລາຍ​ຈຶ່ງ​ຖື​ປັດສະຄາ​ນັ້ນ, ບໍ່ແມ່ນ​ດ້ວຍ​ເຊື້ອ​ເກົ່າ ຫລື​ເຊື້ອ​ຂອງ​ຄວາມ​ຊົ່ວຮ້າຍ, ແຕ່​ດ້ວຍ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ ຄື​ຄວາມ​ສັດຊື່​ແລະ​ຄວາມຈິງ.


ເພາະ​ເຮົາ​ຄິດ​ຢ້ານ​ວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ອາດ​ຈະ​ບໍ່​ເຫັນ​ພວກເຈົ້າ ເໝືອນ​ຢ່າງ​ທີ່​ເຮົາ​ຢາກ​ເຫັນ ແລະ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ເໝືອນ​ຢ່າງ​ທີ່​ພວກເຈົ້າ​ຢາກ​ເຫັນ ຄື​ຢ້ານ​ວ່າ ບໍ່​ເຫດໃດ​ກໍ​ເຫດໜຶ່ງ ຈະ​ມີ​ການ​ຜິດຖຽງ​ກັນ ການ​ອິດສາ​ກັນ ການ​ຄຽດ​ກັນ ການ​ຄິດ​ໃຫຍ່​ໃຝ່ສູງ​ຕໍ່​ກັນ ການ​ນິນທາ​ກັນ ການ​ຊຸບຊີບ​ສຽດສີ​ກັນ ການ​ຂີ້ອວດ​ຈອງຫອງ ແລະ​ການ​ເກະກະ​ວຸ້ນວາຍ​ກັນ.


ສ່ວນ​ໃຈ​ຂົມຂື່ນ, ໃຈ​ໂມໂຫ​ໂທໂສ, ໃຈ​ຄຽດຮ້າຍ​ນັ້ນ ຢ່າ​ສູ່​ໃຫ້​ຢູ່​ໃກ້​ພວກເຈົ້າ ການ​ອຶກກະທຶກ​ຜິດຖຽງ​ກັນ ແລະ​ການ​ກ່າວ​ສຽດສີ​ກັນ​ກໍ​ຢ່າ​ໃຫ້​ມີ ຈົ່ງ​ຫລີກເວັ້ນ​ຈາກ​ການ​ປອງຮ້າຍ​ທຸກ​ຮູບແບບ.


ຄຳ​ເຕືອນ​ສະຕິ​ຂອງ​ພວກເຮົາ​ຕໍ່​ພວກເຈົ້າ​ນັ້ນ ບໍ່ໄດ້​ມາ​ຈາກ​ຄວາມ​ຫລົງ​ຜິດ ຫລື​ເຈດຕະນາ​ອັນ​ຊົ່ວ​ມົວໝອງ ແລະ​ທັງ​ບໍ່ແມ່ນ​ກົນອຸບາຍ​ຫລອກລວງ​ດ້ວຍ.


ຝ່າຍ​ພວກ​ແມ່ຍິງ​ກໍ​ເໝືອນກັນ ຕ້ອງ​ເປັນ​ຄົນ​ເອົາການ​ເອົາງານ ຕ້ອງ​ມີ​ຄຸນສົມບັດ​ດີ ແລະ​ຕ້ອງ​ບໍ່​ເວົ້າ​ໃສ່ຮ້າຍ​ປ້າຍສີ​ນິນທາ​ຄົນອື່ນ ຕ້ອງ​ເປັນ​ຜູ້​ຮູ້ຈັກ​ບັງຄັບ​ຕົນ ແລະ​ເປັນ​ຄົນ​ສັດຊື່​ໃນ​ທຸກສິ່ງ.


ໃນທຳນອງ​ດຽວກັນ ຈົ່ງ​ແນະນຳ​ພວກ​ແມ່ຍິງ​ທີ່​ອາວຸໂສ ໃຫ້​ປະພຶດ​ຕົນ​ສົມກັບ​ເປັນ​ຄົນ​ຂອງ​ພຣະເຈົ້າ ພວກເຂົາ​ຕ້ອງ​ບໍ່​ເປັນ​ຄົນ​ມັກ​ກ່າວ​ນິນທາ​ໃສ່ຮ້າຍ​ປ້າຍສີ ຫລື​ຕິດເຫລົ້າ​ເມົາ​ສຸຣາ ພວກເຂົາ​ຕ້ອງ​ເປັນ​ຜູ້​ສັ່ງສອນ​ຄຸນງາມ​ຄວາມດີ


ດ້ວຍເຫດນັ້ນ ເມື່ອ​ເຮົາ​ທັງຫລາຍ​ມີ​ຝູງ​ພະຍານ​ຫລວງຫລາຍ​ຢູ່​ຮອບຂ້າງ​ຢ່າງ​ນີ້​ແລ້ວ ພວກເຮົາ​ຈົ່ງ​ຊັດຖິ້ມ​ທຸກຢ່າງ​ທີ່​ຖ່ວງ​ຢູ່ ແລະ​ຜິດບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ, ສ່ວນ​ການ​ແລ່ນແຂ່ງ​ທີ່​ກຳນົດ​ໄວ້​ຕໍ່ໜ້າ​ພວກເຮົາ​ນັ້ນ, ຈົ່ງ​ພາກັນ​ແລ່ນ​ດ້ວຍ​ຄວາມ​ພຽນ​ພະຍາຍາມ.


ເຫດສະນັ້ນ ຈົ່ງ​ເລີກ​ຈາກ​ຄວາມຊົ່ວ​ມົວໝອງ​ທຸກຢ່າງ ແລະ​ຄວາມ​ຊົ່ວຮ້າຍ​ອັນ​ເຫຼືອ​ຫລາຍ. ຈົ່ງ​ນ້ອມໃຈ​ຮັບ​ເອົາ​ພຣະທຳ ທີ່​ປູກຝັງ​ໄວ້​ແລ້ວ​ນັ້ນ ຊຶ່ງ​ສາມາດ​ຊ່ວຍ​ຈິດ​ວິນຍານ​ຂອງ​ພວກເຈົ້າ​ໃຫ້​ພົ້ນ​ໄດ້.


ແຕ່​ຖ້າ​ພວກເຈົ້າ​ມີ​ໃຈ​ເຫິງສາ​ອັນ​ຂົມຂື່ນ​ແລະ​ມັກໃຫຍ່​ໃຝ່ສູງ ກໍ​ຢ່າ​ໂອ້ອວດ​ແລະ​ຢ່າ​ທໍລະຍົດ​ຕໍ່​ຄວາມຈິງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ເວົ້າ​ນິນທາ​ຊຶ່ງກັນແລະກັນ ຜູ້​ທີ່​ເວົ້າ​ນິນທາ​ພີ່ນ້ອງ ຫລື​ກ່າວໂທດ​ໃສ່​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ເວົ້າ​ນິນທາ​ຕໍ່​ກົດບັນຍັດ ແລະ​ກ່າວໂທດ​ຕໍ່​ກົດບັນຍັດ​ນັ້ນ, ແຕ່​ຖ້າ​ເຈົ້າ​ກ່າວໂທດ​ຕໍ່​ກົດບັນຍັດ ເຈົ້າ​ກໍ​ບໍ່​ເປັນ​ຜູ້​ທີ່​ຮັກສາ​ກົດບັນຍັດ, ແຕ່​ເປັນ​ຜູ້ຕັດສິນ​ກົດບັນຍັດ.


ຫລື​ເຈົ້າ​ທັງຫລາຍ​ຄິດ​ວ່າ​ເປັນ​ການ​ເປົ່າໆ​ບໍ ທີ່​ພຣະຄຳພີ​ກ່າວ​ວ່າ, “ວິນຍານ​ທີ່​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ຢູ່​ໃນ​ເຮົາ​ທັງຫລາຍ ກໍ​ປາຖະໜາ​ຢ່າງ​ແຮງ​ກ້າ.”


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຢ່າ​ຈົ່ມ​ໃຫ້​ກັນແລະກັນ ເພື່ອ​ວ່າ​ພຣະເຈົ້າ​ຈະ​ບໍ່​ຕັດສິນ​ພວກເຈົ້າ ຜູ້ຕັດສິນ​ກໍ​ຢູ່​ໃກ້​ແລະ​ພ້ອມ​ທີ່​ຈະ​ມາ​ປາກົດ.


ຈົ່ງ​ດຳເນີນ​ຊີວິດ​ຢ່າງ​ຄົນ​ມີ​ເສລີພາບ ແຕ່​ຢ່າ​ໃຊ້​ເສລີພາບ​ນັ້ນ ເປັນ​ຂໍ້​ອ້າງ​ເພື່ອ​ເຮັດ​ຄວາມຊົ່ວ ແຕ່​ຈົ່ງ​ດຳເນີນ​ຊີວິດ​ເໝືອນ​ເປັນ​ຂ້ອຍຂ້າ​ຂອງ​ພຣະເຈົ້າ.


ພຣະອົງ​ບໍ່ໄດ້​ເຮັດ​ບາບ​ຈັກ​ປະການ ແລະ​ຄວາມ​ຕົວະ​ຈາກ​ປາກ​ຂອງ​ພຣະອົງ​ກໍ​ບໍ່ມີ.


ເພາະວ່າ “ຜູ້​ທີ່​ຢາກ​ຮັບ​ຊີວິດ​ອັນ​ດີ ແລະ ປາຖະໜາ​ທີ່​ຈະ​ເຫັນ​ວັນ​ສະໜຸກ ກໍ​ໃຫ້​ຜູ້ນັ້ນ​ຫ້າມ​ລີ້ນ​ຂອງຕົນ​ ບໍ່​ໃຫ້​ເວົ້າ​ຄວາມຊົ່ວ ແລະ ຫ້າມ​ປາກ​ບໍ່​ໃຫ້​ກ່າວ ຄຳ​ອຸບາຍ​ລໍ້ລວງ.


ເພື່ອ​ຈະ​ບໍ່​ດຳເນີນ​ຊີວິດ​ທີ່​ຍັງເຫລືອ​ຢູ່​ໃນ​ໂລກ ຕາມ​ຄວາມ​ປາຖະໜາ​ຂອງ​ມະນຸດ ແຕ່​ດຳເນີນ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ໃນ​ເລື່ອງ​ນີ້ ພວກເຂົາ​ກໍ​ປະຫລາດ​ໃຈ​ທີ່​ພວກເຈົ້າ​ບໍ່​ຍອມ​ແລ່ນ​ໄປ​ເຂົ້າສ່ວນ​ກັບ​ພວກເຂົາ ໃນ​ການ​ຊົ່ວຮ້າຍ​ອັນ​ເຫລືອລົ້ນ​ເໝືອນ​ຢ່າງ​ພວກເຂົາ ແລະ​ພວກເຂົາ​ກໍ​ກ່າວ​ຄຳ​ນິນທາ​ໃສ່​ພວກເຈົ້າ.


ຈະ​ຫາ​ຄວາມ​ຕົວະ​ໃນ​ປາກ​ຂອງ​ພວກເຂົາ​ກໍ​ບໍ່​ພົບ ພວກເຂົາ​ບໍ່ມີ​ຈຸດ​ດ່າງ​ພອຍ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka