1 ເປໂຕ 1:7 - ພຣະຄຳພີສັກສິ7 ເຖິງແມ່ນວ່າ ຄຳກໍຍັງຖືກລອງເບິ່ງດ້ວຍໄຟ ແຕ່ຄວາມເຊື່ອທີ່ຖືກລອງກໍປະເສີດກວ່າຄຳ ທີ່ຍ່ອມຮູ້ສູນຫາຍໄປ. ດັ່ງນັ້ນ ການທົດລອງຕ່າງໆເກີດຂຶ້ນ ເພື່ອໃຫ້ຄວາມເຊື່ອທີ່ລອງແລ້ວນັ້ນ ປາກົດວ່າ ຄວນໄດ້ຮັບຄຳສັນລະເສີນ ສະຫງ່າຣາສີ ແລະກຽດຕິຍົດ ໃນເວລາທີ່ພຣະເຢຊູຄຣິດເຈົ້າຈະສະເດັດມາປາກົດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ສິ່ງເຫລົ່ານີ້ມີມາກໍເພື່ອພິສູດວ່າພວກເຈົ້າມີຄວາມເຊື່ອແທ້, ຄວາມເຊື່ອນີ້ລ້ຳຄ່າຍິ່ງກວ່າຄຳ ເຊິ່ງສາມາດເສື່ອມສູນໄປເຖິງແມ່ນວ່າໄດ້ຖືກຫລອມດ້ວຍໄຟ ຄວາມເຊື່ອນີ້ກໍ່ໃຫ້ເກີດຄຳສັນລະເສີນ, ສະຫງ່າລາສີ ແລະ ກຽດຕິຍົດເມື່ອພຣະເຢຊູຄຣິດເຈົ້າຈະມາປາກົດ. Uka jalj uñjjattʼäta |
ແລ້ວເຮົາກໍຈະທົດສອບເບິ່ງປະຊາຊົນສ່ວນທີສາມ ທີ່ລອດຊີວິດຢູ່ນັ້ນ ແລະເຮົາຈະຫລໍ່ຫລອມພວກເຂົາໃຫ້ບໍຣິສຸດ ດັ່ງເງິນທີ່ຖືກຫລໍ່ຫລອມດ້ວຍໄຟ. ເຮົາຈະທົດສອບເບິ່ງພວກເຂົາ ດັ່ງມະນຸດທົດສອບເບິ່ງຄຳ. ພວກເຂົາຈະພາວັນນາອະທິຖານໃນນາມຊື່ຂອງເຮົາ ແລະເຮົາຈະຕອບພວກເຂົາ. ເຮົາຈະບອກວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ.’ ແລະພວກເຂົາກໍຈະກ່າວວ່າ, ‘ພຣະເຈົ້າຢາເວ ເປັນພຣະເຈົ້າຂອງພວກເຮົາ.”’
ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.
ຢ່າຊູ່ຢ້ານຄວາມທຸກທໍຣະມານທີ່ພວກເຈົ້າກຳລັງຈະໄດ້ຮັບນັ້ນ. ເບິ່ງແມ! ມານຮ້າຍກຳລັງຈະຈັບພວກເຈົ້າບາງຄົນໃສ່ຄຸກ ເພື່ອທົດລອງໃຈພວກເຈົ້າ ແລະພວກເຈົ້າຈະໄດ້ຮັບຄວາມທຸກລຳບາກໃນລະຫວ່າງສິບວັນ ແຕ່ເຈົ້າຈົ່ງມີໃຈສັດຊື່ສຸດຈະຣິດ ຈົນເຖິງວັນຕາຍ ແລ້ວເຮົາຈະເອົາມົງກຸດແຫ່ງຊີວິດໃຫ້ແກ່ເຈົ້າ.
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈຶ່ງປະກາດວ່າ, ‘ເຮົາໄດ້ສັນຍາໄວ້ແລ້ວວ່າ ຄົນໃນຄອບຄົວຂອງເຈົ້າແລະໃນຕະກຸນຂອງເຈົ້າຈະໄດ້ເປັນປະໂຣຫິດ ບົວລະບັດຮັບໃຊ້ເຮົາຕະຫລອດໄປ,’ ແຕ່ມາບັດນີ້ ພຣະເຈົ້າຢາເວຈຶ່ງປະກາດວ່າ ‘ຂໍໃຫ້ຄວາມນີ້ຫ່າງໄກຈາກເຮົາເຖີດ ເຮົາຈະໃຫ້ກຽດຜູ້ທີ່ໃຫ້ກຽດເຮົາ ແລະເຮົາຈະໝິ່ນປະໝາດຜູ້ທີ່ໝິ່ນປະໝາດເຮົາ.