Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:4 - ພຣະຄຳພີສັກສິ

4 ເພື່ອ​ຮັບ​ມໍຣະດົກ​ອັນ​ຄົບ​ບໍຣິບູນ ຊຶ່ງ​ພຣະເຈົ້າ​ໄດ້​ຮັກສາ​ໄວ້​ສຳລັບ​ໄພ່ພົນ​ຂອງ​ພຣະອົງ​ໃນ​ສະຫວັນ ຊຶ່ງ​ເປັນ​ບ່ອນ​ທີ່​ບໍ່​ເປື່ອຍເນົ່າ ບໍ່​ຊົ່ວ​ມົວໝອງ​ແລະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ແລະ ເຂົ້າ​ໃນ​ມໍລະດົກ​ອັນ​ບໍ່​ມີ​ວັນ​ເສື່ອມສູນ, ບໍ່​ເປື່ອຍເນົ່າ ຫລື ບໍ່​ຈາງຫາຍໄປ. ມໍລະດົກ​ນີ້​ໄດ້​ຮັກສາ​ໄວ້​ໃນ​ສະຫວັນ​ເພື່ອ​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ເປໂຕ 1:4
27 Jak'a apnaqawi uñst'ayäwi  

ຄຸນຄວາມດີ​ຂອງ​ພຣະອົງ​ນັ້ນ​ປະເສີດ​ເລີດລໍ້າ​ຫລາຍ ພຣະອົງ​ຮັກສາ​ໄວ້​ສຳລັບ​ຜູ້​ທີ່​ໃຫ້ກຽດ​ພຣະເຈົ້າ ທຸກຄົນ​ກໍ​ຮູ້​ວ່າ​ພຣະອົງ​ເລີດລໍ້າ​ສໍ່າໃດ ຊົງ​ຄຸ້ມຄອງ​ໃຫ້​ຄວາມ​ປອດໄພ ແກ່​ຜູ້​ທີ່​ວາງໃຈ​ໃນ​ພຣະອົງ.


ພຣະອົງ​ໄດ້​ເລືອກ​ດິນແດນ​ໃຫ້​ພວກເຮົາ​ອາໄສ​ຢູ່ ຄື​ໃຫ້​ເປັນ​ກຳມະສິດ​ອັນ​ພາກພູມ​ໃຈ​ຂອງ​ປະຊາຊົນ​ຜູ້​ທີ່​ພຣະອົງ​ຊົງຮັກ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ຈະ​ຍືນຍົງ​ຄົງຢູ່​ຕໍ່ໜ້າ​ເຮົາ​ສັນໃດ ເຊື້ອສາຍ​ແລະ​ນາມຊື່​ຂອງ​ພວກເຈົ້າ​ກໍ​ຈະ​ຍືນຍົງ​ຄົງຢູ່​ສັນນັ້ນ.”


ແຕ່ລະ​ຟາກ​ຂອງ​ລຳນໍ້າ​ນັ້ນ​ຈະ​ມີ​ຕົ້ນໄມ້​ທຸກ​ຊະນິດ ເກີດຂຶ້ນ​ເພື່ອ​ເປັນ​ອາຫານ. ໃບ​ຂອງ​ຕົ້ນໄມ້​ເຫຼົ່ານີ້​ຈະ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ ແລະ​ຕົ້ນໄມ້​ນັ້ນ​ຈະ​ບໍ່​ຢຸດ​ເກີດ​ໝາກ​ຈັກເທື່ອ. ຕົ້ນໄມ້​ເຫຼົ່ານີ້​ຈະ​ໃຫ້​ໝາກໄມ້​ສົດ​ແຕ່ລະ​ເດືອນ ເພາະ​ໄດ້​ຮັບ​ນໍ້າ​ລໍ່ລ້ຽງ ທີ່​ໄຫລ​ມາ​ຈາກ​ພຣະວິຫານ. ຕົ້ນໄມ້​ຕ່າງໆ​ຈະ​ໃຫ້​ໝາກໄມ້​ເປັນ​ອາຫານ ແລະ​ໃບ​ຂອງ​ມັນ​ກໍ​ຈະ​ຖືກ​ນຳ​ມາ​ເພື່ອ​ໃຊ້​ໃນ​ການ​ປິ່ນປົວ​ຄົນ.”


ແລ້ວ​ຈອມ​ກະສັດ​ກໍ​ຈະ​ກ່າວ​ແກ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາເຖີດ ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພຣະພອນ​ຈາກ​ພຣະບິດາເຈົ້າ​ຂອງເຮົາ ຈົ່ງ​ມາ​ຮັບ​ເອົາ​ຣາຊອານາຈັກ ຊຶ່ງ​ໄດ້​ຖືກ​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ ຕັ້ງແຕ່​ຕົ້ນເດີມ​ສ້າງ​ໂລກ.


ເມື່ອ​ພຣະເຢຊູເຈົ້າ​ອອກ​ເດີນທາງ​ຕໍ່ໄປ ກໍ​ມີ​ຊາຍ​ຄົນ​ໜຶ່ງ ແລ່ນ​ມາ​ຫາ​ພຣະອົງ ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ​ຖາມ​ວ່າ, “ພຣະອາຈານ​ຜູ້​ປະເສີດ​ເອີຍ, ຂ້ານ້ອຍ​ຕ້ອງ​ປະຕິບັດ​ຢ່າງ​ໃດ​ຈຶ່ງ​ຈະ​ໄດ້​ຮັບ​ຊີວິດ​ນິຣັນດອນ?”


“ມາບັດນີ້ ຂ້າພະເຈົ້າ​ຂໍ​ຝາກ​ພວກທ່ານ​ໄວ້​ກັບ​ພຣະເຈົ້າ ແລະ​ໄວ້​ກັບ​ພຣະທຳ​ອັນ​ປະກອບ​ດ້ວຍ​ພຣະຄຸນ, ພຣະທຳ​ນັ້ນ​ມີ​ຣິດອຳນາດ​ທີ່​ຈະ​ສ້າງ​ພວກທ່ານ​ຂຶ້ນ​ໄດ້ ແລະ​ຈະ​ໃຫ້​ພວກທ່ານ​ໄດ້​ຮັບ​ມໍຣະດົກ ຊຶ່ງ​ພຣະເຈົ້າ​ມີ​ໄວ້​ສຳລັບ​ຜູ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ຂອງ​ພຣະອົງ​ທຸກຄົນ.


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ແລະ​ຖ້າ​ເຮົາ​ທັງຫລາຍ​ເປັນ​ບຸດ​ແລ້ວ ເຮົາ​ກໍ​ເປັນ​ຜູ້​ຮັບ​ມໍຣະດົກ​ດ້ວຍ ຄື​ເປັນ​ຜູ້​ຮັບ​ມໍຣະດົກ​ຈາກ​ພຣະເຈົ້າ ແລະ​ເປັນ​ຜູ້​ຮ່ວມ​ຮັບ​ມໍຣະດົກ​ກັບ​ພຣະຄຣິດ ຖ້າ​ແມ່ນ​ເຮົາ​ທັງຫລາຍ​ໄດ້​ທົນທຸກ​ທໍລະມານ​ດ້ວຍກັນ​ກັບ​ພຣະອົງ​ນັ້ນ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ສະຫງ່າຣາສີ​ກັບ​ພຣະອົງ​ເໝືອນກັນ.


ຝ່າຍ​ນັກ​ກິລາ​ທຸກຄົນ​ທີ່​ຝຶກຊ້ອມ ຕ່າງ​ກໍ​ຢູ່​ໃນ​ລະບຽບ​ວິໄນ​ຢ່າງ​ເຄັ່ງຄັດ ເພື່ອ​ພວກເຂົາ​ຈະ​ໄດ້​ມົງກຸດ​ທີ່​ຫ່ຽວແຫ້ງ​ໄປ ແຕ່​ພວກເຮົາ​ເຮັດ​ການ​ນັ້ນ ເພື່ອ​ຈະ​ໄດ້​ມົງກຸດ​ທີ່​ບໍ່ມີ​ວັນ​ຫ່ຽວແຫ້ງ.


ເພາະວ່າ ຖ້າ​ການ​ຮັບ​ມໍຣະດົກ​ມີ​ມາ​ໂດຍ​ທາງ​ກົດບັນຍັດ ກໍ​ບໍ່ແມ່ນ​ໂດຍ​ທາງ​ພຣະສັນຍາ​ອີກ​ຕໍ່ໄປ ແຕ່​ພຣະເຈົ້າ​ໄດ້​ຊົງ​ໂຜດ​ປະທານ​ມໍຣະດົກ​ນັ້ນ ໃຫ້​ແກ່​ອັບຣາຮາມ​ໂດຍ​ທາງ​ພຣະສັນຍາ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


ເປັນ​ເຄື່ອງ​ມັດຈຳ​ຂອງ​ການ​ຮັບ​ມໍຣະດົກ​ຂອງ​ພວກເຮົາ ຈົນກວ່າ​ເຮົາ​ຈະ​ໄດ້​ຮັບ​ເປັນ​ກຳມະສິດ ເປັນ​ທີ່​ຖວາຍ​ສັນລະເສີນ​ແດ່​ພຣະ​ກຽດຕິຍົດ​ຂອງ​ພຣະອົງ.


ແລະ​ຂໍ​ຊົງ​ໂຜດ​ໃຫ້​ຕາ​ພາຍ​ໃນ​ຂອງ​ເຈົ້າ​ທັງຫລາຍ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ໃນ​ການ​ທີ່​ພຣະອົງ​ຊົງ​ເອີ້ນ​ພວກເຈົ້າ​ນັ້ນ ພຣະອົງ​ໄດ້​ຊົງ​ປະທານ​ຄວາມຫວັງ​ອັນ​ໃດ​ແກ່​ພວກເຈົ້າ ແລະ​ຮູ້​ວ່າ​ມໍຣະດົກ​ຂອງ​ພຣະອົງ​ສຳລັບ​ພວກ​ໄພ່ພົນ​ຂອງ​ພຣະອົງ​ນັ້ນ ມີ​ສະຫງ່າຣາສີ​ອັນ​ອຸດົມສົມບູນ​ພຽງ​ໃດ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະບິດາເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ເຈົ້າ​ທັງຫລາຍ​ສົມ​ກັບ​ທີ່​ຈະ​ເຂົ້າ​ສ່ວນ ໄດ້​ຮັບ​ມໍຣະດົກ​ດ້ວຍ​ກັນ​ກັບ​ພວກ​ໄພ່ພົນ​ໃນ​ຄວາມ​ສະຫວ່າງ.


ເມື່ອ​ຖ້ອຍຄຳ​ແຫ່ງ​ຄວາມຈິງ ຄື​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ​ເປັນ​ເທື່ອ​ທຳອິດ​ນັ້ນ ພວກເຈົ້າ​ກໍໄດ້​ຮັບຮູ້​ເຖິງ​ຄວາມຫວັງ​ທີ່​ມີ​ໃນ​ຂ່າວປະເສີດ. ດັ່ງນັ້ນ ຄວາມເຊື່ອ​ກັບ​ຄວາມຮັກ​ຂອງ​ພວກເຈົ້າ ຈຶ່ງ​ຝັງ​ຮາກ​ຢູ່​ເທິງ​ສິ່ງ​ທີ່​ພວກເຈົ້າ​ຫວັງ ພຣະເຈົ້າ​ໄດ້​ຊົງ​ຮັກສາ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ.


ດ້ວຍ​ຮູ້​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ຊົງ​ໃຫ້​ເຈົ້າ​ທັງຫລາຍ ໄດ້​ຮັບ​ມໍຣະດົກ​ເປັນ​ຄ່າ​ບຳເໜັດ ເພາະວ່າ​ຜູ້​ທີ່​ເຈົ້າ​ທັງຫລາຍ​ໄດ້​ຮັບໃຊ້​ນັ້ນ ກໍ​ແມ່ນ​ອົງ​ພຣະຄຣິດ.


ແຕ່​ນີ້​ຕໍ່ໄປ ມົງກຸດ​ຄື​ລາງວັນ​ແຫ່ງ​ຄວາມ​ຊອບທຳ ຊົງ​ຈັດ​ໄວ້​ຖ້າ​ເຮົາ​ແລ້ວ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ພິພາກສາ​ທີ່​ຍຸດຕິທຳ ຈະ​ຊົງ​ປະທານ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ​ບໍ່ແມ່ນ​ແກ່​ເຮົາ​ພຽງ​ຜູ້​ດຽວ ແຕ່​ຈະ​ຊົງ​ປະທານ​ແກ່​ຄົນ​ທັງປວງ ທີ່​ມີ​ໃຈ​ຍິນດີ​ໃນ​ການ​ຊົງ​ສ່ອງ​ສະຫວ່າງ​ມາ​ປາກົດ​ຂອງ​ພຣະອົງ.


ພວກເຈົ້າ​ໄດ້​ເຂົ້າ​ສ່ວນ​ທົນທຸກ​ກັບ​ຄົນ​ທີ່​ຖືກ​ຄຸມຂັງ ແລະ​ເມື່ອ​ມີ​ຄົນ​ປຸ້ນ​ເອົາ​ຊັບ​ສິ່ງຂອງ ຂອງ​ພວກເຈົ້າ​ໄປ ພວກເຈົ້າ​ກໍ​ຍອມ​ໃຫ້​ເຂົາ​ເອົາ​ໄປ​ດ້ວຍ​ໃຈ​ຍິນດີ ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕົນ​ຍັງ​ມີ​ສິ່ງ​ທີ່​ດີກວ່າ ແລະ​ຕັ້ງ​ຢູ່​ຕະຫລອດໄປ​ເປັນນິດ.


ເພາະ​ເຫດ​ນີ້, ພຣະອົງ​ຈຶ່ງ​ຊົງ​ເປັນ​ຜູ້​ກາງ​ແຫ່ງ​ພັນທະສັນຍາ​ໃໝ່ ເພື່ອ​ໃຫ້​ຄົນ​ທັງຫລາຍ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ ໄດ້​ຮັບ​ມໍຣະດົກ​ຕະຫລອດໄປ ຕາມ​ທີ່​ຊົງ​ສັນຍາ​ໄວ້ ເພາະ​ຄວາມ​ຕາຍ​ນັ້ນ​ໄຖ່​ພວກເຂົາ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ ທີ່​ເກີດ​ໃຕ້​ພັນທະສັນຍາ​ເດີມ.


ເພາະ​ເມື່ອ​ຕາເວັນ​ຂຶ້ນ ຄວາມ​ຮ້ອນ​ອັນ​ແຮງກ້າ ເຮັດ​ໃຫ້​ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລ້ວ​ດອກ​ຫຍ້າ​ກໍ​ຕົກ​ຫລົ່ນ​ລົງ ສີສັນ​ວັນນະ​ຄວາມງາມ​ຂອງ​ມັນ​ກໍ​ສູນສິ້ນ​ໄປ. ໃນ​ທຳນອງ​ດຽວກັນ, ຄົນ​ຮັ່ງມີ​ຈະ​ເສື່ອມສູນ​ໄປ ໃນ​ຂະນະທີ່​ດຳເນີນ​ງານ​ຂອງຕົນ​ເໝືອນກັນ.


ຢ່າ​ຮ້າຍ​ຕອບ​ແທນ​ການ​ຮ້າຍ ແລະ​ຢ່າ​ປ້ອຍດ່າ​ຕອບ​ແທນ​ການ​ປ້ອຍດ່າ, ແຕ່​ກົງກັນຂ້າມ​ຈົ່ງ​ອວຍພອນ​ແກ່​ພວກເຂົາ. ດ້ວຍວ່າ, ພຣະເຈົ້າ​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ການ​ຢ່າງ​ນີ້​ແຫຼະ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ພຣະພອນ​ມາ​ເປັນ​ມໍຣະດົກ.


ແລະ​ເມື່ອ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຈະ​ສະເດັດ​ມາ​ປາກົດ ພວກເຈົ້າ​ຈະ​ໄດ້​ຮັບ​ມົງກຸດ​ອັນ​ຊົງ​ສະຫງ່າຣາສີ​ທີ່​ບໍ່ມີ​ວັນ​ເສົ້າໝອງ.


ແຕ່​ສິ່ງໃດ​ທີ່​ເປັນ​ມົນທິນ​ຊົ່ວຮ້າຍ ຫລື​ຜູ້​ທີ່​ເຮັດ​ໃນ​ສິ່ງ​ທີ່​ອັບອາຍ ໜ້າກຽດ​ໜ້າຊັງ ຫລື​ຄົນ​ຂີ້ຕົວະ ຈະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ບໍ່ໄດ້​ເປັນ​ເດັດຂາດ ມີ​ແຕ່​ພວກ​ຄົນ​ທັງຫລາຍ ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ທະບຽນ​ແຫ່ງ​ຊີວິດ​ຂອງ​ພຣະ​ເມສານ້ອຍ​ເທົ່ານັ້ນ ຈຶ່ງ​ຈະ​ເຂົ້າ​ໄປ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka