Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:25 - ພຣະຄຳພີສັກສິ

25 ແຕ່​ພຣະຄຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງໝັ້ນຄົງ​ຢູ່​ຕະຫລອດ​ຊົ່ວ​ນິຣັນດອນ.” ພຣະຄຳ​ນັ້ນ ຄື​ຂ່າວປະເສີດ ທີ່​ໄດ້​ປະກາດ​ໃຫ້​ພວກເຈົ້າ​ຮູ້​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

25 ແຕ່​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດໄປ”. ແລະ ນີ້​ຄື​ຖ້ອຍຄຳ​ທີ່​ໄດ້​ປະກາດ​ແກ່​ພວກເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña




1 ເປໂຕ 1:25
23 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ແຕ່​ພຣະອົງ​ເປັນ​ກະສັດ​ສືບໄປ ທຸກ​ຊົ່ວ​ເຊັ່ນຄົນ​ຈະ​ລະນຶກເຖິງ​ພຣະນາມ​ຂອງ​ພຣະອົງ​ຢູ່​ບໍ່​ຂາດ.


ຟ້າ​ດິນ​ຈະ​ສະຫລາຍ​ແຕ່​ພຣະອົງ​ຈະ​ດຳລົງຢູ່ ສິ່ງ​ເຫຼົ່ານີ້​ຈະ​ເກົ່າ​ແລະ​ຂາດ​ໄປ​ດັ່ງ​ເຄື່ອງນຸ່ງຫົ່ມ. ພຣະອົງ​ຈະ​ໂຍນ​ມັນ​ຖິ້ມ​ດັ່ງ​ໂຍນ​ເຄື່ອງນຸ່ງ​ອອກ​ໄປ ແລະ​ມັນ​ກໍ​ຈະ​ສູນຫາຍ​ສະຫລາຍ​ໄປສິ້ນ.


ຂ້າແດ່​ພຣະເຈົ້າຢາເວ ຖ້ອຍຄຳ​ຂອງ​ພຣະອົງ​ນັ້ນ​ດຳລົງຢູ່​ສືບໄປ ເປັນ​ພຣະຄຳ​ອັນ​ຊົ່ວນິຣັນ​ໃນ​ຟ້າ​ສະຫວັນ.


ຍັງ​ມີ​ສຽງ​ໜຶ່ງ​ນັ້ນ​ຮ້ອງ​ດັງ​ອອກ​ມາ​ວ່າ, “ຈົ່ງ​ໄປ​ປະກາດ​ຖ້ອຍຄຳ​ຂອງ​ພຣະອົງ.” ແລ້ວ​ຂ້າພະເຈົ້າ​ກໍໄດ້​ເອີ້ນ​ຖາມ​ຄືນ​ໄປ​ວ່າ, “ແມ່ນ​ຖ້ອຍຄຳ​ຫຍັງ​ທີ່​ຂ້ານ້ອຍ​ຈະ​ຕ້ອງ​ປະກາດ?” ສຽງ​ນັ້ນ​ຈຶ່ງ​ໄດ້​ກ່າວ​ຕໍ່ໄປ​ອີກ​ວ່າ, “ຈົ່ງ​ປະກາດ​ວ່າ​ມະນຸດ​ທຸກຄົນ​ເປັນ​ດັ່ງ​ຕົ້ນຫຍ້າ; ຊາຕາກຳ​ຂອງ​ມະນຸດ​ນັ້ນ​ຈະ​ຢູ່​ບໍ່ໄດ້​ດົນ ເພາະ​ທຸກຄົນ​ເປັນ​ພຽງແຕ່​ດອກໄມ້​ປ່າ.


ຖືກ​ແລ້ວ ຕົ້ນຫຍ້າ​ຫ່ຽວແຫ້ງ​ດອກໄມ້​ຫລ່າເຫລືອງ ແຕ່​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.”


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຕາບໃດ​ທີ່​ຟ້າ​ແລະ​ດິນ​ຍັງ​ຕັ້ງ​ຢູ່ ແມ່ນແຕ່​ເມັດ ຫລື​ຂໍ້​ປີກ​ຍ່ອຍ​ອັນ​ເລັກນ້ອຍ​ທີ່ສຸດ​ຂອງ​ກົດບັນຍັດ​ຈະ​ບໍ່​ຖືກ​ລຶບລ້າງ​ໄປ ຈົນກວ່າ​ທຸກສິ່ງ​ຈະ​ເກີດຂຶ້ນ​ຄົບຖ້ວນ.


ຟ້າ​ແລະ​ດິນ​ຈະ​ລ່ວງ​ໄປ ກໍ​ງ່າຍ​ກວ່າ​ທີ່​ກົດບັນຍັດ​ພຽງແຕ່​ຈຸດ​ດຽວ​ຈະ​ຖືກ​ຍົກເລີກ.”


ເມື່ອ​ຕົ້ນເດີມ​ນັ້ນ ພຣະທຳ​ຊົງ​ເປັນ​ຢູ່​ແລ້ວ ພຣະທຳ​ນັ້ນ​ຊົງ​ສະຖິດ​ຢູ່​ກັບ​ພຣະເຈົ້າ ແລະ​ພຣະທຳ​ນັ້ນ​ແຫຼະ ຊົງ​ເປັນ​ພຣະເຈົ້າ.


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ດ້ວຍວ່າ, ຂະນະທີ່​ເຮົາ​ໄດ້​ຢູ່​ນຳ​ພວກເຈົ້າ​ນັ້ນ ເຮົາ​ຕັ້ງໃຈ​ໄວ້​ແລ້ວ​ວ່າ ຈະ​ບໍ່​ສັ່ງສອນ​ເລື່ອງ​ໃດ​ເລີຍ ເວັ້ນໄວ້​ແຕ່​ເລື່ອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ສະເພາະ​ຄວາມ​ຕາຍ​ຂອງ​ພຣະອົງ​ທີ່​ໄມ້ກາງແຂນ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ສະເດັດ​ມາ ແລະ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ສັນຕິສຸກ​ແກ່​ທຸກຄົນ​ຄື: ແກ່​ພວກເຈົ້າ​ຄົນຕ່າງຊາດ​ຜູ້​ທີ່​ຢູ່​ຫ່າງໄກ​ຈາກ​ພຣະເຈົ້າ ແລະ​ປະກາດ​ສັນຕິສຸກ​ແກ່​ຄົນ​ຜູ້​ທີ່​ຢູ່​ໃກ້​ພຣະອົງ.


ໃນ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ​ທັງໝົດ​ນັ້ນ ຂ້າພະເຈົ້າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກວ່າ​ຜູ້​ທີ່​ເລັກນ້ອຍ​ທີ່ສຸດ, ເຖິງ​ປານນັ້ນ ພຣະອົງ​ກໍ​ຍັງ​ໂຜດ​ປະທານ​ພຣະຄຸນ​ນີ້​ແກ່​ຂ້າພະເຈົ້າ ຄື​ໃຫ້​ຂ້າພະເຈົ້າ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເຖິງ​ຄວາມ​ບໍຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະຄຣິດ,


ແລະ​ເມື່ອ​ເຖິງ​ເວລາ​ທີ່​ກຳນົດ​ໄວ້ ພຣະອົງ​ກໍໄດ້​ເປີດເຜີຍ​ຖ້ອຍຄຳ​ຂອງ​ພຣະອົງ​ໂດຍ​ການ​ປະກາດ ຊຶ່ງ​ໄດ້​ຖືກ​ມອບໝາຍ​ໃຫ້​ແກ່​ເຮົາ ແລະ​ເຮົາ​ກໍ​ປະກາດ​ພຣະທຳ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ.


ແລະ​ໄດ້​ຊີມ​ຣົດ​ອັນ​ດີ​ແຫ່ງ​ຖ້ອຍຄຳ​ຂອງ​ພຣະເຈົ້າ ກັບ​ຣິດເດດ​ແຫ່ງ​ຄາວ​ທີ່​ຈະ​ມາ​ເຖິງ​ນັ້ນ.


ກໍ​ຊົງ​ສຳແດງ​ໃຫ້​ພວກ​ຜູ້ທຳນວາຍ​ນັ້ນ​ຮູ້​ວ່າ ທີ່​ທ່ານ​ເຫຼົ່ານັ້ນ​ໄດ້​ປະຕິບັດ​ໃນ​ເຫດການ​ທັງປວງ​ນັ້ນ ບໍ່ແມ່ນ​ສຳລັບ​ພວກເພິ່ນ​ເອງ ແຕ່​ສຳລັບ​ເຈົ້າ​ທັງຫລາຍ. ບັດນີ້ ຄົນ​ເຫຼົ່ານັ້ນ​ທີ່​ປະກາດ​ຂ່າວປະເສີດ​ແກ່​ເຈົ້າ​ທັງຫລາຍ ໄດ້​ກ່າວ​ສິ່ງ​ເຫຼົ່ານັ້ນ​ແກ່​ພວກເຈົ້າ​ແລ້ວ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ຊົງ​ຮັບໃຊ້​ມາ​ຈາກ​ສະຫວັນ. ເຫດການ​ເຫຼົ່ານີ້ ເປັນ​ສິ່ງ​ຊຶ່ງ​ພວກ​ເທວະດາ​ປາຖະໜາ​ຈະ​ພິຈາລະນາ​ເບິ່ງ.


ດ້ວຍວ່າ, ເຈົ້າ​ທັງຫລາຍ​ໄດ້​ເກີດ​ໃໝ່​ແລ້ວ ບໍ່ແມ່ນ​ເກີດ​ຈາກ​ແນວ​ປູກ​ທີ່​ອາດ​ເປື່ອຍເນົ່າ ແຕ່​ເກີດ​ຈາກ​ແນວ​ປູກ​ທີ່​ບໍ່​ອາດ​ເປືອຍເນົ່າ ຄື​ເກີດ​ຈາກ​ພຣະທຳ​ຂອງ​ພຣະເຈົ້າ ອັນ​ຊົງ​ຊີວິດ​ແລະ​ຕັ້ງໝັ້ນຄົງ.


ຈົ່ງ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍໆ​ທີ່​ເກີດ​ໃໝ່ ຈົ່ງ​ຮ້ອນໃຈ​ປາຖະໜາ​ຫາ​ນໍ້ານົມ​ອັນ​ບໍຣິສຸດ​ຝ່າຍ​ຈິດ​ວິນຍານ ເພື່ອ​ວ່າ​ດ້ວຍ​ນໍ້ານົມ​ນັ້ນ ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ​ເຖິງ​ຄວາມ​ພົ້ນ.


ສະນັ້ນ ພວກເຮົາ​ຢຶດຖື​ຄຳທຳນວາຍ​ຢ່າງ​ແນ່ນອນ​ກວ່າ​ເກົ່າ ຈະ​ເປັນ​ການ​ດີ ຖ້າ​ເຈົ້າ​ທັງຫລາຍ​ຈະ​ຖື​ຕາມ​ຄຳທຳນວາຍ​ນັ້ນ ເພາະ​ຄຳ​ນັ້ນ​ເປັນ​ເໝືອນ​ແສງ​ໂຄມ ທີ່​ສ່ອງ​ສະຫວ່າງ​ໃນ​ບ່ອນ​ມືດ ຈົນເຖິງ​ວັນ​ຮຸ່ງ​ເຊົ້າ ແລະ​ດາວ​ເພັກ​ຈະ​ສ່ອງ​ຂຶ້ນ​ໃນ​ໃຈ​ຂອງ​ພວກເຈົ້າ.


ຊຶ່ງ​ມີ​ຢູ່​ແຕ່​ປະຖົມມະການ ຊຶ່ງ​ເຮົາ​ໄດ້ຍິນ ຊຶ່ງ​ເຮົາ​ໄດ້​ເຫັນ​ກັບ​ຕາ ຊຶ່ງ​ເຮົາ​ໄດ້​ພິຈາລະນາ​ເບິ່ງ ແລະ​ມື​ຂອງເຮົາ​ໄດ້​ຈັບ​ຕ້ອງ​ນັ້ນ​ກ່ຽວກັບ​ພຣະທຳ​ອັນ​ຊົງ​ຊີວິດ.


ສິ່ງ​ທີ່​ພວກເຮົາ​ໄດ້​ເຫັນ​ແລະ​ໄດ້ຍິນ​ນັ້ນ ພວກເຮົາ​ກໍ​ປະກາດ​ແກ່​ພວກເຈົ້າ​ເໝືອນກັນ ເພື່ອ​ວ່າ​ພວກເຈົ້າ​ຈະ​ເຂົ້າ​ຮ່ວມ​ສາມັກຄີທຳ​ກັບ​ພວກເຮົາ ພວກເຮົາ​ກໍ​ຮ່ວມ​ສາມັກຄີທຳ​ກັບ​ພຣະບິດາເຈົ້າ ແລະ ກັບ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ອີກ ບິນ​ໄປ​ໃນ​ທ້ອງຟ້າ ມີ​ຂ່າວປະເສີດ​ອັນ​ນິຣັນດອນ ນຳ​ໄປ​ປະກາດ​ແກ່​ຊາວ​ໂລກ​ທັງປວງ, ແກ່​ທຸກ​ປະເທດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka