Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເປໂຕ 1:24 - ພຣະຄຳພີສັກສິ

24 ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ມະນຸດ​ທຸກຄົນ ເປັນ​ດັ່ງ​ຕົ້ນຫຍ້າ ແລະ​ສະຫງ່າຣາສີ​ຂອງ​ພວກເຂົາ ກໍ​ເປັນ​ດັ່ງ​ດອກ​ຫຍ້າ ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລະ​ດອກ​ມັນ​ກໍ​ລ່ວງ​ຫລົ່ນ​ໄປ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

24 ເພາະວ່າ, “ມະນຸດ​ທຸກຄົນ​ນັ້ນ​ເປັນ​ເໝືອນດັ່ງ​ຕົ້ນຫຍ້າ ແລະ ສະຫງ່າລາສີ​ທັງໝົດ​ຂອງ​ພວກເຂົາ​ກໍ​ເປັນ​ເໝືອນດັ່ງ​ດອກຫຍ້າ​ຕາມ​ທົ່ງນາ, ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລະ ດອກ​ມັນ​ກໍ​ຫລົ່ນ​ລົງ,

Uka jalj uñjjattʼäta Copia luraña




1 ເປໂຕ 1:24
15 Jak'a apnaqawi uñst'ayäwi  

ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ບ່ອນ​ນັ້ນ​ຂາດ​ອຳນາດ; ພວກເຂົາ​ຢ້ານກົວ​ຕົວ​ສັ່ນເຊັນ ຕົກ​ສະເງີ້​ຈົນ​ຫລົງ​ສະຕິ. ພວກເຂົາ​ປຽບ​ດັ່ງ​ຫຍ້າ​ທີ່​ທົ່ງນາ ຫລື​ຫຍ້າ​ທີ່​ປົ່ງ​ຂຶ້ນ​ຕາມ​ຫລັງຄາເຮືອນ​ທີ່​ຖືກ​ກະແສ​ລົມຮ້ອນ​ຈາກ​ທິດ​ຕາເວັນອອກ​ພັດ​ໃຫ້​ແຫ້ງ​ໄປ.


ພວກເຮົາ​ໃຫຍ່ ແລະ​ຫ່ຽວແຫ້ງ​ໄປ​ດັ່ງ​ດອກໄມ້​ປ່າ ພວກເຮົາ​ສູນສິ້ນ​ຫາຍໄປ​ເໝືອນດັ່ງ​ເງົາ.


ຂ້ານ້ອຍ​ຖືກ​ຕີ​ຈົນ​ລົ້ມ​ດັ່ງ​ຫຍ້າ​ທີ່​ຫ່ຽວແຫ້ງ​ໄປ ຂ້ານ້ອຍ​ບໍ່​ຢາກ​ກິນ​ຫຍັງ​ທັງ​ເຂົ້າ​ແລະ​ນໍ້າ.


ສ່ວນ​ມະນຸດ​ນັ້ນ​ຊີວິດ​ຂອງ​ພວກເຂົາ​ເໝືອນ​ຕົ້ນຫຍ້າ ທີ່​ເກີດ​ແລະ​ບານ​ເໝືອນ​ດອກໄມ້​ຕາມ​ທ້ອງ​ທົ່ງນາ.


ຂໍ​ໃຫ້​ພວກເຂົາ​ທັງໝົດ​ເປັນ​ດັ່ງ​ຫຍ້າ​ທີ່​ປົ່ງ​ຕາມ​ຫລັງຄາ ຊຶ່ງ​ຫ່ຽວແຫ້ງ​ຕາຍໄປ​ກ່ອນ​ມັນ​ຈະ​ໃຫຍ່​ຂຶ້ນ.


ບໍ່​ດົນ​ພວກເຂົາ​ຈະ​ຫາຍ​ໄປ​ດັ່ງ​ຕົ້ນຫຍ້າ​ທີ່​ຫ່ຽວລົງ ພວກເຂົາ​ຈະ​ຕາຍ​ດັ່ງ​ພືດພັນ​ທີ່​ຫ່ຽວແຫ້ງ.


ບໍ່ມີ​ຫຍັງ​ດີ​ລື່ນ​ເພາະ​ເປັນ​ພຽງແຕ່​ເງົາ ພວກເຂົາ​ສະສົມ​ຊັບສິນ ແຕ່​ບໍ່​ຮູ້​ວ່າ​ຜູ້ໃດ​ຈະ​ໄດ້​ສິ່ງນັ້ນ.


ພຣະອົງ​ກວາດ​ພວກ​ຂ້ານ້ອຍ​ໜີໄປ​ເໝືອນດັ່ງ​ນໍ້າ​ຖ້ວມ ຊີວິດ​ຈຶ່ງ​ເປັນ​ດັ່ງ​ຄວາມຝັນ​ເທົ່ານັ້ນ. ພວກ​ຂ້ານ້ອຍ​ເປັນ​ດັ່ງ​ຕົ້ນຫຍ້າ​ທີ່​ເກີດຂຶ້ນ​ມາ ຄື​ຫຍ້າ​ທີ່​ປົ່ງ​ຂຶ້ນ​ມາ​ໃນ​ເວລາ​ຕອນເຊົ້າ


ຄົນຊົ່ວຮ້າຍ​ອາດ​ປົ່ງ​ຂຶ້ນ​ດັ່ງ​ຕົ້ນຫຍ້າ​ທັງຫລາຍ ຄົນ​ທີ່​ເຮັດ​ຜິດ​ອາດ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ກໍໄດ້


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ທີ່​ເຮັດ​ໃຫ້ ພວກເຈົ້າ​ໄດ້​ກຳລັງ​ເຂັ້ມແຂງ​ຂຶ້ນ​ໃໝ່. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢ້ານ​ມະນຸດ​ທີ່​ຕາຍເປັນ ພວກ​ທີ່​ບໍ່​ຍືນຍົງ​ລື່ນ​ຕົ້ນຫຍ້າ?


ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ຕົບແຕ່ງ​ດອກໄມ້​ປ່າ​ຢູ່​ຕາມ​ທົ່ງຫຍ້າ ຊຶ່ງ​ເປັນ​ຢູ່​ໃນ​ມື້ນີ້ ແລະ​ມື້ອື່ນ​ກໍ​ຈະ​ຖືກ​ຕັດ​ຖິ້ມ​ເຜົາ​ໄຟ​ເສຍ ພຣະເຈົ້າ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍກວ່າ​ດອກໄມ້​ນັ້ນ​ບໍ? ໂອ ຜູ້​ມີ​ຄວາມເຊື່ອ​ຫນ້ອຍ​ເອີຍ.”


ພວກເຈົ້າ​ບໍ່​ຮູ້​ວ່າ ຊີວິດ​ຂອງ​ພວກເຈົ້າ​ຈະ​ເປັນ​ຢ່າງ​ໃດ​ໃນ​ມື້ອື່ນ? ພວກເຈົ້າ​ເປັນ​ດັ່ງ​ໝອກ​ທີ່​ປາກົດ​ຢູ່​ພຽງ​ຊົ່ວຄາວ ແລ້ວ​ກໍ​ຈາງຫາຍ​ໄປ.


ສ່ວນ​ໂລກ​ກັບ​ຕັນຫາ​ຂອງ​ໂລກ​ກຳລັງ​ເສື່ອມສູນ​ໄປ, ແຕ່​ຜູ້​ທີ່​ເຮັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຈະ​ຕັ້ງ​ຢູ່​ຕະຫລອດໄປ​ເປັນນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka