1 ເປໂຕ 1:22 - ພຣະຄຳພີສັກສິ22 ທີ່ເຈົ້າທັງຫລາຍໄດ້ຊຳລະຈິດໃຈຂອງຕົນ ໃຫ້ບໍຣິສຸດດ້ວຍຄວາມເຊື່ອຟັງຄວາມຈິງ ຈົນມີຄວາມຮັກພວກພີ່ນ້ອງຢ່າງຈິງໃຈ ພວກເຈົ້າຈົ່ງຮັກຊຶ່ງກັນແລະກັນດ້ວຍເຕັມໃຈ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່22 ບັດນີ້ ເມື່ອພວກເຈົ້າໄດ້ຊຳລະໂຕໃຫ້ບໍລິສຸດດ້ວຍການເຊື່ອຟັງຄວາມຈິງ ເພື່ອວ່າພວກເຈົ້າຈະຮັກເຊິ່ງກັນແລະກັນດ້ວຍຈິງໃຈແລ້ວ ກໍຈົ່ງຮັກກັນໃຫ້ເລິກສຸດໃຈ. Uka jalj uñjjattʼäta |
ພວກພີ່ນ້ອງ ຜູ້ທີ່ເປັນທີ່ຮັກຂອງອົງພຣະຜູ້ເປັນເຈົ້າເອີຍ ພວກເຮົາຕ້ອງໂມທະນາຂອບພຣະຄຸນພຣະເຈົ້າຢູ່ທຸກເວລາ ເພາະວ່າພຣະເຈົ້າຊົງເລືອກພວກເຈົ້າໄວ້ຕັ້ງແຕ່ຕົ້ນເດີມ ເພື່ອໂຜດໃຫ້ພົ້ນໂດຍຣິດອຳນາດຂອງພຣະວິນຍານ ອົງທີ່ເຮັດໃຫ້ພວກເຈົ້າເປັນໄພ່ພົນຜູ້ບໍຣິສຸດຂອງພຣະອົງ ແລະໂດຍພວກເຈົ້າເຊື່ອໃນຄວາມຈິງ.
ຄືຜູ້ທີ່ພຣະເຈົ້າ ພຣະບິດາເຈົ້າໄດ້ຊົງເລືອກໄວ້ແລ້ວ ຕາມທີ່ພຣະອົງໄດ້ຊົງຮູ້ລ່ວງໜ້າໄວ້ກ່ອນ ເພື່ອພຣະວິນຍານຈະຊົງຊຳລະໃຫ້ບໍຣິສຸດ ຈະໃຫ້ນົບນ້ອມເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະຈະໃຫ້ຮັບການຊຳລະດ້ວຍພຣະໂລຫິດຂອງພຣະອົງ. ຂໍພຣະຄຸນ ແລະສັນຕິສຸກຈົ່ງບັງເກີດທະວີຄູນແກ່ເຈົ້າທັງຫລາຍເທີ້ນ.