1 ເປໂຕ 1:19 - ພຣະຄຳພີສັກສິ19 ແຕ່ຊົງໄຖ່ດ້ວຍພຣະໂລຫິດ ອັນຊົງມີຄ່າຂອງພຣະຄຣິດ ເໝືອນດັ່ງເລືອດລູກແກະ ທີ່ບໍ່ມີຕຳໜິຫລືຮອຍດ່າງ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່19 ແຕ່ດ້ວຍໂລຫິດອັນລ້ຳຄ່າຂອງພຣະຄຣິດເຈົ້າ ຜູ້ເປັນລູກແກະທີ່ບໍ່ມີຕຳໜິ ຫລື ຂໍ້ບົກຜ່ອງໃດໆ. Uka jalj uñjjattʼäta |
ເຈັດເທື່ອເຈັດສິບປີນັ້ນແມ່ນໄລຍະເວລາ ທີ່ພຣະເຈົ້າໄດ້ກຳນົດໃຫ້ປະຊາຊົນແລະເມືອງອັນສັກສິດຂອງເຈົ້າ ເລີກເຮັດບາບແລະເລີກເຮັດຊົ່ວ. ບາບຈະໄດ້ຮັບການອະໄພ ແລະຄວາມຍຸດຕິທຳອັນຖາວອນຈະປາກົດມີມາ ເພື່ອວ່ານິມິດ ແລະຖ້ອຍຄຳຂອງຜູ້ທຳນວາຍຈະກາຍເປັນຈິງ ແລະເພື່ອພຣະວິຫານອັນສັກສິດ ຈະໄດ້ຖືກຢຶດຖວາຍຄືນໃໝ່ໃຫ້ແກ່ພຣະເຈົ້າ.
ຄືຜູ້ທີ່ພຣະເຈົ້າ ພຣະບິດາເຈົ້າໄດ້ຊົງເລືອກໄວ້ແລ້ວ ຕາມທີ່ພຣະອົງໄດ້ຊົງຮູ້ລ່ວງໜ້າໄວ້ກ່ອນ ເພື່ອພຣະວິນຍານຈະຊົງຊຳລະໃຫ້ບໍຣິສຸດ ຈະໃຫ້ນົບນ້ອມເຊື່ອຟັງພຣະເຢຊູຄຣິດເຈົ້າ ແລະຈະໃຫ້ຮັບການຊຳລະດ້ວຍພຣະໂລຫິດຂອງພຣະອົງ. ຂໍພຣະຄຸນ ແລະສັນຕິສຸກຈົ່ງບັງເກີດທະວີຄູນແກ່ເຈົ້າທັງຫລາຍເທີ້ນ.