1 ເປໂຕ 1:18 - ພຣະຄຳພີສັກສິ18 ເພາະພວກເຈົ້າກໍຮູ້ຢູ່ແລ້ວວ່າ ພວກເຈົ້າຖືກໄຖ່ໃຫ້ເປັນອິດສະຫລະ ຈາກການດຳເນີນຊີວິດອັນບໍ່ມີປະໂຫຍດ ທີ່ສືບທອດມາຈາກບັນພະບຸລຸດຂອງພວກເຈົ້າ ບໍ່ແມ່ນໄຖ່ດ້ວຍສິ່ງຂອງທີ່ເສື່ອມສູນໄປ ເໝືອນດັ່ງເງິນ ຫລືຄຳ Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່18 ເພາະພວກເຈົ້າກໍຮູ້ແລ້ວວ່າ ພຣະອົງໄດ້ໄຖ່ພວກເຈົ້າໃຫ້ພົ້ນຈາກວິຖີຊີວິດອັນບໍ່ມີປະໂຫຍດ ເຊິ່ງພວກເຈົ້າໄດ້ສືບທອດມາຈາກບັນພະບຸລຸດຂອງພວກເຈົ້ານັ້ນ ບໍ່ໄດ້ໄຖ່ດ້ວຍສິ່ງທີ່ເສື່ອມສູນໄປເຊັ່ນເງິນ ຫລື ຄຳ, Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.
ພວກເຮົາຈະເຮັດທຸກສິ່ງຕາມທີ່ພວກເຮົາເວົ້າວ່າຈະເຮັດ. ພວກເຮົາຈະຖວາຍບູຊາແກ່ເຈົ້າແມ່ແຫ່ງສະຫວັນຂອງພວກເຮົາ ແລະພວກເຮົາຈະຖອກເຫຼົ້າອະງຸ່ນຖວາຍແກ່ນາງ ດັ່ງທີ່ພວກເຮົາແລະບັນພະບຸລຸດຂອງພວກເຮົາ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຮົາ, ເຄີຍໄດ້ເຮັດໃນເມືອງຕ່າງໆຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງທີ່ນະຄອນເຢຣູຊາເລັມນັ້ນ. ແລ້ວພວກເຮົາກໍເຄີຍມີອາຫານການກິນຢ່າງຫລວງຫລາຍ ພວກເຮົາເຄີຍຈະເລີນຮຸ່ງເຮືອງ ແລະທັງບໍ່ໄດ້ມີຄວາມເດືອດຮ້ອນຫຍັງເລີຍ.
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຊາວຢູດາໄດ້ເຮັດບາບເພີ່ມຂຶ້ນຢູ່ເລື້ອຍໆ; ດັ່ງນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາຢ່າງແນ່ນອນ. ພວກເຂົາໄດ້ປະຕິເສດກົດບັນຍັດຂອງພຣະເຈົ້າຢາເວ ແລະບໍ່ໄດ້ຖືຮັກສາຂໍ້ຄຳສັ່ງຂອງພຣະອົງ. ພວກເຂົາເດີນທາງຜິດ ໂດຍຕິດຕາມພະຈອມປອມທີ່ພວກປູ່ຍ່າຕາຍາຍຂອງພວກເຂົາເຄີຍນັບຖືມານັ້ນ.