1 ເປໂຕ 1:17 - ພຣະຄຳພີສັກສິ17 ແລະຖ້າພວກເຈົ້າພາວັນນາອະທິຖານທູນຂໍຕໍ່ພຣະອົງ ຜູ້ຊົງພິພາກສາທຸກຄົນ ຕາມກິດຈະການຂອງເຂົາ ໂດຍບໍ່ເລືອກໜ້າຜູ້ໃດ ເຖິງແມ່ນວ່າພວກເຈົ້າເອີ້ນພຣະອົງວ່າ, “ພຣະບິດາເຈົ້າ” ກໍຕາມ ຈົ່ງປະຕິບັດໄປດ້ວຍຄວາມຢຳເກງ ຕະຫລອດເວລາທີ່ພວກເຈົ້າອາໄສຢູ່ໃນໂລກນີ້. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່17 ເມື່ອພວກເຈົ້າຂໍຕໍ່ພຣະບິດາເຈົ້າຜູ້ຕັດສິນການກະທຳຂອງແຕ່ລະຄົນໂດຍບໍ່ເລືອກໜ້າຜູ້ໃດ ກໍຈົ່ງດຳເນີນຊີວິດໃນຖານະທີ່ເປັນຄົນຕ່າງດ້າວດ້ວຍຄວາມຢຳເກງ. Uka jalj uñjjattʼäta |
ຈົ່ງພິຈາລະນາເບິ່ງວ່າ ການທີ່ເຈົ້າທັງຫລາຍໄດ້ທຸກໃຈ ຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ໄດ້ເຮັດໃຫ້ພວກເຈົ້າເກີດມີຄວາມຂະຫຍັນຂັນແຂງຫລາຍເທົ່າໃດ ເອົາໃຈໃສ່ທີ່ຈະແກ້ຕົວຫລາຍເທົ່າໃດ ຄວາມເຄືອງໃຈ ຄວາມຕື່ນຕົວ ຄວາມອາໄລ ຄວາມຮ້ອນຮົນ ແລະການລົງໂທດຕອບແທນຫລາຍເທົ່າໃດ ໃນທຸກສິ່ງເຫຼົ່ານີ້ ເຈົ້າທັງຫລາຍໄດ້ສະແດງຕົວວ່າ ເປັນຄົນບໍ່ມີຜິດໃນການນັ້ນແລ້ວ.